ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ

14:57 | 25/04/2021

ຍສໝ - ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບ ປະເທດບຣູໄນ, ພ້ອມທັງຢືນຢັນວ່າ ຫວຽດນາມຈະສະໜັບສະໜູນບົດບາດເປັນປະທານອາຊຽນ 2021 ຂອງບຣູໄນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ເນື່ອງໃນໂອກາດກອງປະຊຸມຜູ້ນຳອາຊຽນ, ຕອນເຊົ້າວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການພົບປະເຈລະຈາກັບທ່ານກະສັດບຣູໄນແຫ່ງບຣູໄນ Darussalam Haji Hassanal Bolkiah.

ກະສັດ Darussalam Haji Hassanal Bolkiah ໄດ້ຊົມເຊີຍອີກເທື່ອໜຶ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບການໄດ້ເລືອກຕັ້ງເອົາຕຳແໜ່ງໃໝ່ໂດຍສະພາແຫ່ງຊາດ; ຕີລາຄາສູງບັນດາຜົນງານທີ່ຫວຽດນາມບັນລຸໄດ້ ໃນການປ້ອງກັນການລະບາດຂອງ COVID-19 ແລະການພັດທະນາເສດຖະກິດ - ສັງຄົມ, ກໍ່ຄື ບັນດາຜົນງານຕ່າງປະເທດທີ່ໂດດເດ່ັນຂອງຫວຽດນາມ, ໃນນັ້ນມີຜົນສຳເລັດໃນການເປັນປະທານອາຊຽນ 2020, ດ້ວຍຫຼາຍຂໍ້ລິເລີ່ມເພື່ອປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ການພັດທະນາຂອງອາຊຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ພົບປະກັບ ກະສັດບຣູໄນແຫ່ງບຣູໄນ. (ພາບ: TTXVN)

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະແດງຄວາມຊົມເຊີຍປະເທດບຣູໄນ ກ່ຽວກັບການຄວບຄຸມໂລກລະບາດ COVID-19, ອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດໃນໄລຍະຫຼັງປີ COVID-19, ກ້າວໄປສູ່ການຈັດຕັ້ງປະຕິບັດ “ວິໄສທັດແຫ່ງຊາດ 2035”ຢ່າງສຳເລັດຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບປະເທດບຣູໄນ, ພ້ອມທັງຢືນຢັນວ່າ ຫວຽດນາມຈະສະໜັບສະໜູນບົດບາດເປັນປະທານອາຊຽນ 2021 ຂອງບຣູໄນ.

ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບັນດາບາດກ້າວພັດທະນາ ໃນການພົວພັນສອງຝ່າຍໃນໄລຍະທີ່ຜ່ານມາ, ໃນນັ້ນ ເນັ້ນໜັກເຖິງການຍົກລະດັບການພົວພັນຫວຽດນາມ - ບຣູໄນໃຫ້ເປັນຄູ່ຮ່ວມມືຮອບດ້ານໃນປີ 2019 ໃນການຢ້ຽມຢາມຫວຽດນາມຂອງກະສັດ Darussalam Haji Hassanal Bolkiah, ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ແໜ້ນແຟ້ນ ແລະ ພັດທະນາ. ໂດຍສະເພາະ, ວົງເງິນການຄ້າສອງຝ່າຍ ຈະສືບຕໍ່ຂະຫຍາຍຕົວໃນປີ 2020 ເຖິງວ່າຈະມີການຜັນແປທີ່ສັບສົນຂອງການລະບາດພະຍາດCOVID-19.

ສອງຝ່າຍໄດ້ເຫັນດີເປັນເອກະພາບ ຕໍ່ຈຸດສຸມຂອງການຮ່ວມມື ໃນການຜັນຂະຫຍາຍໃນໄລຍະຈະມາເຖິງ, ໃນນັ້ນມີການເພີ່ມທະວີການແລກປ່ຽນ ແລະ ຕິດຕໍ່ພົວພັນລະດັບສູງເມື່ອມີເງື່ອນໄຂ; ເພື່ອຈັດຕັ້ງກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການຮ່ວມມືລະດັບລັດຖະມົນຕີຕ່າງປະເທດໃນປີ 2021; ພັດທະນາແຜນງານປະຕິບັດງານ ເພື່ອຈັດຕັ້ງປະຕິບັດການພົວພັນຄູ່ຮ່ວມຮອບດ້ານໃນ 5 ປີຕໍ່ໜ້າ; ສືບຕໍ່ເສີມຂະຫຍາຍປະສິດທິຜົນໃນຂົງເຂດການຮ່ວມມືດ້ານພະລັງງານ, ກະສິກຳ ແລະ ການສຶກສາລະຫວ່າງສອງປະເທດ.

ຜູ້ນຳຫວຽດນາມ ສົງສານອວຍພອນວັນຊາດບຣູໄນ ຜູ້ນຳຫວຽດນາມ ສົງສານອວຍພອນວັນຊາດບຣູໄນ

ຍສໝ - ຫວ່າງແລ້ວນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຈົ້າຊີວິດ ທັງເປັນນາຍົກລັດຖະມົນຕີ ບຣູໄນ Hassanal Bolkiah.

ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ

ຍສໝ - ໃນຖານະທີ່ເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດທີ່ຕັ້ງໜ້າໃນການຂົນຂວາຍບັນດາຄູ່ຮ່ວມມືເພື່ອປະກອບສ່ວນໃນການສ້າງ ແລະ ຄວາມຮັບຜິດຊອບໃນບັນດາບັນຫາລວມຂອງພາກພື້ນ...

ຜູ້ແທນລັດຖະສະພາບຣູໄນ: ປະເທດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄດ້ສຳເລັດຜົນດຳລົງຕຳແໜ່ງ ປະທານ AIPA ຜູ້ແທນລັດຖະສະພາບຣູໄນ: ປະເທດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄດ້ສຳເລັດຜົນດຳລົງຕຳແໜ່ງ ປະທານ AIPA

ຍສໝ - ບຣູໄນ ສະໜັບສະໜູນ ຫວຽດນາມຢ່າງເຕັມສ່ວນ ແລະ ເຊື່ອໝັ້ນວ່າການປະກອບສ່ວນ ແລະ ການສະ ໜັບສະໜູນດັ່ງກ່າວ ໄດ້ຊ່ວຍໃຫ້ຫວຽດນາມປະຕິບັດສຳເລັດຜົນດຳລົງຕຳແໜ່ງປະທານ AIPA

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.