ຍສໝ - ວັນທີ 24 ມິຖຸນາ, ຢູ່ມະຫາວິທະຍາໄລ ເກີ່ນເທີ ໃຕ້ ໄດ້ຈັດພິທີເປີດຕົວພະແນກແພດສາດສາກົນ DNC ຂອງມະຫາວິທະຍາໄລ ເກີ່ນເທີ ໃຕ້. ນີ້ກໍ່ແມ່ນມະຫາວິທະຍາໄລແຫ່ງທີ 2 ນອກຈາກມະຫາວິທະຍາໄລແພດສາດ ແລະ ການຢາ ເກີນເທີ ທີ່ບຳລຸງສ້າງການແພດສາກົນຢູ່ນະຄອນ ເກີນເທີ.
ຍສໝ - ຫວ່າງແລ້ວນີ້, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບນັກທ່ອງທ່ຽວ MICE 1.000 ຄົນ (ທ່ອງທ່ຽວສົມທົບກັບກອງປະຊຸມ ແລະກອງປະຊຸມສໍາມະນາ) ຈາກອິນເດຍ.
ຫວ່າງແລ້ວນີ້, ຢູ່ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ຮ່າໂນ້ຍ), ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄຂສັບປະດາ “ມະຫາສາມັກຄີບັນດາຊົນເຜົ່າ-ມໍລະດົກວັດທະນະທຳຫວຽດນາມ” ປີ 2024”. ເຂົ້າຮ່ວມມີສະຫາຍ ເລແທັ່ງລອງ ຮອງນາຍົກລັດຖະມົນຕີ; ທ່ານ ມາຍວັນຈີ໊ງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.
ຍສໝ - ເດືອນພະຈິກ, ໝູ່ບ້ານຜັກ ຈ່າເກວ ໄດ້ກາຍເປັນຜູ້ຕາງໜ້າຜູ້ດຽວຂອງ ຫວຽດນາມ ລອດເຂົ້າບັນຊີລາຍຊື່ 55 “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ປີ 2024 ໂດຍອົງການທ່ອງທ່ຽວ ສປຊ ຄັດເລືອກ. ຄາດໝາຍຄັດເລືອ “ໝູ່ບ້ານທ່ອງທ່ຽວດີກ່ວາໝູ່ໃນໂລກ” ຂອງອົງການທ່ອງທ່ຽວ ສປຊ ອີງຕາມ 9 ປັດໄຈ: ສັບພະຍາກອນດ້ານວັດທະນະທຳ ແລະທຳມະຊາດ; ຊຸກຍູ້ ແລະ ອະນຸລັກຮັກສາສັບພະຍາກອນດ້ານວັດທະນະທຳ; ລັກສະນະຍືນຍົງດ້ານເສດຖະກິດ; ລັກສະນະຍືນຍົງດ້ານສັງຄົມ; ລັກສະນະຍືນຍົງດ້ານສິ່ງແວດລ້ອມ; ພັດທະນາການທ່ອງທ່ຽວ ແລະເຕົ້າໂຮມລະບົບມູນຄ່າ; ການບໍລິຫານ ແລະບຸລິມະສິດດ້ານການທ່ອງທ່ຽວ; ພື້ນຖານໂຄງລ່າງ; ການເຊື່ອມຈອດ.
ຍສໝ - ບັນດາບໍລິສັດທ່ອງທ່ຽວອິນເດຍ ທີ່ຈ່ອງສະຖານທີ່ທ່ອງທ່ຽວຫວຽດນາມ ໃນປີນີ້ໄດ້ເພີ່ມຂຶ້ນ 500% ເມື່ອທຽບໃສ່ປີ 2019.
ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.
ຍສໝ - ແຂວງ ແທງຮວ໋າ ພວມມຸ່ງໄປເຖິງການກໍ່ສ້າງ, ຂຸດຄົ້ນ tour ທ່ອງທ່ຽວຈຳນວນໜຶ່ງເຊື່ອມຕໍ່ກັບແຂວງຫົວພັນ (ລາວ), ສຸມໃສ່ບັນດາຜະລິດຕະພັນການທ່ອງທ່ຽວຄື: ລົງຕົວຈິງ, ວັດທະນະທຳ-ປະຫວັດສາດ, ນິເວດຊຸມຊົນ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...
ຍສໝ - ແຕ່ວັນທີ 11 ຫາ 21 ຕຸລາ 2024 ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ (ເຮືອນເລກທີ 66 ຫງວຽນຖ໋າຍຫອກ, ຮ່າໂນ້ຍ, ຫວຽດນາມ) ຈະມີການຈັດງານວາງສະແດງສິລະປະລະຫວ່າງ ຫວຽດນາມ ແລະ ຮົ່ງກົງ (ຈີນ). ງານນີ້ວາງສະແດງ 39 ຮູບພາບຂອງບັນດານັກສິລະປິນຍຸກປະຈຸບັນທີ່ເປັນຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ ແລະ ບັນດານັກສິລະປິນທີ່ມີຊື່ສຽງມາຈາກຮົ່ງກົງ (ຈີນ) ແລະ ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ວາລະສານ Travel+Leisure (ອາເມລິກາ) ໄດ້ໃຫ້ກຽດນະຄອນ ຍາຈາງ (ແຂວງ ແຄ໋ງຮວ່າ) ເປັນໜຶ່ງໃນ 8 ສະຖານທີ່ພັກຕາກອາກາດຢູ່ຫາດຊາຍທີ່ສວຍງາມທີ່ສຸດໃນໂລກສຳລັບຜູ້ອອກກິນເບ້ຍບຳນານ.
ໂຮ້ຍອານຢືນອັນດັບ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ
ຍສໝ - ວັນວັດທະນະທຳຫວຽດນາມ ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ມົງໂກລີ ປະກອບສ່ວນຢ່າງສຳຄັນ, ເພີ່ມທະວີຄວາມເຂົ້າໃຈ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນພັດທະນາການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ມົງໂກລີ ທີ່ໄດ້ຮັບການສ້າງຕັ້ງໃນການໄປຢ້ຽມຢາມ ມົງໂກລີ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ.
ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະນຳ 9 ສະຖານທີ່ສວຍງາມທີ່ສຸດຢູ່ ຫວຽດນາມ ເຊີ່ງນັກທ່ອງທ່ຽວບໍ່ຄວນພາດ ເມື່ອມາຢ້ຽມຢາມດິນແດນຮູບຕົວອັກສອນ S ນີ້.
ຍສໝ - ໜັງສືພິມ Telegraph ຂອງອັງກິດ ຫາກໍ່ຈັດ ຮ່າໂນ້ຍ ເຂົ້າໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ, ນໍາມາເຊິ່ງປະສົບການທີ່ສຸດຍອດໃຫ້ແກ່ຜູ້ໄປທ່ອງທ່ຽວແບບຄົນດຽວ.
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ.
ຍສໝ - ການເຄື່ອນໄຫວນີ້ໄດ້ຮັບການສົມທົບກັນປະຕິບັດໂດຍ 3 ທ້ອງຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນວັນທີ 13 ກັນຍາ ຢູ່ນະຄອນ Sydney (ອົດສະຕຣາລີ).
ຍສໝ - ວັນທີ 8 ກັນຍາ, ໃນຂອບເຂດງານບຸນ ຫວຽດນາມ ຢູ່ Kanagawa 2024, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງແຂວງ Kanagawa ເພື່ອຈັດຕັ້ງລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສະໜອງເຂົ້າສານສໍາຮອງໃຫ້ປະຊາຊົນໂດຍໄວ, ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ປະຊາຊົນເສີມຂະຫຍາຍມູນເຊື້ອສາມັກຄີຮັກແພງ... ຂໍ້ມູນໄດ້ຍົກຂື້ນໃນກອງປະຊຸມຕີລາຄາວຽກງານຊີ້ນຳການຮັບມື, ສະພາບຄວາມເສຍຫາຍ ແລະ ຜັນຂະຫຍາຍບັນດາມາດຕະການແກ້ໄຂຮີບດ່ວນຂອງພະຍຸລູກທີ 3 ເຊິ່ງໄດ້ດຳເນີນໃນວັນທີ 8 ກັນຍາ ຢູ່ຮ່າໂນ້ຍ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ.
ຍສໝ - ຫວ່າງມໍ່ໆມານີ້, ອົງການລາງວັນທ່ອງທ່ຽວໂລກ (World Travel Awards) ໄດ້ເຊີດຊູ ກຸກເຟືອງ ເປັນ "ປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ໃນປີ 2024".
ໂດຍເປັນໜຶ່ງໃນບັນດາເຫດການທ່ອງທ່ຽວປະຈຳປີຂອງນະຄອນ ໂຮ່ຈິມິນ, ງານບຸນໝາກໄມ້ພາກໃຕ້ ຄັ້ງທີ 20 ປີ 2024 ຈະໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 1 ມິຖຸນາ ແລະ ສິ້ນສຸດລົງໃນວັນທີ 31 ສິງຫາ. ນີ້ແມ່ນຈຸດພົ້ນເດັ່ນໃນບັນດາການເຄື່ອນໄຫວຂອງບຸນແມ່ນ້ຳລຳເຊນະຄອນ ໂຮ່ຈິມິນ ຄັ້ງທີ 2 ໃນປີ 2024.
ຍສໝ - ງານບຸນ “ສະບາຍດີຫວຽດນາມ” 2024 ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972-2024) ແມ່ນໂອກາດເພື່ອສ້າງ, ຮັກສາການພົວພັນ, ແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ອິນເດຍ.
ຍສໝ - ຄວາມຕ້ອງການຂອງຄົນອິນເດຍ ໃນການເດີນທາງໄປຕ່າງປະເທດໄດ້ບັນທຶກການເຕີບໂຕຢ່າງແຂງແຮງໃນໄລຍະມໍ່ໆມານີ້. ໃນນັ້ນ, ຫວຽດນາມ ໄດ້ກາຍເປັນປະເທດທີ່ນິຍົມອັນດັບໜຶ່ງ.
ຍສໝ - ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ Moscow ແລະ Saint Petersburg, ສະຫະພັນລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.
ຍສໝ - ບັນດານັກຊ່ຽວຊານດ້ານການປຸງແຕ່ງອາຫານຈາກເວັບໄຊທ໌ TasteAtlas ໄດ້ຈັດຊື່ ແກງສົ້ມປາຫວຽດນາມ ໃຫ້ຢູ່ໃນບັນຊີລາຍການ 100 ອາຫານເຊິ່ງເຮັດຈາກປາ ທີ່ແຊບທີ່ສຸດໃນໂລກ.
ຍສໝ - ບັນຊີລາຍຊື່ຂອງ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍມນການໄປທ່ອງທ່ຽວຖືກທີ່ສຸດໃນ ອາຊີ ຫາກໍ່ໄດ້ຮັບການປະກາດໂດຍວາລະສານການທ່ອງທ່ຽວສະຫະລັດ ອາເມລິກາ Travel & Leisure ອີງຕາມລາຄາສະເລ່ຍຂອງຫ້ອງຄູ່ມາດຕະຖານ ແລະ ຄ່າປີ້ຍົນໄປກັບຊັ້ນທຳມະດາ, ໃນໄລຍະແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ.
ຍສໝ - Tripadvisor ໄດ້ຕີລາຄາ ຮ່າໂນ້ຍ ນອນໃນ 15 ຕົວເມືອງທີ່ມີພື້ນຖານອາຫານທີ່ຈັບອົກຈັບໃຈທີ່ສຸດໃນໂລກ, ດ້ວຍສີສັນວັດທະນະທຳການປຸງແຕ່ງອາຫານທີ່ລະອຽດອ່ອນ ແລະ ດຶງດູດໃຈ.
ຍສໝ - ຜົນການສຳຫຼວດຂອງບໍລິສັດທ່ອງທ່ຽວ Agoda ສະແດງໃຫ້ເຫັນວ່າ ໄທ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຊາວອິນເດຍ ຮັກແພງທີ່ສຸດ ແລະ ຢາກກັບຄືນໄປທ່ຽວອີກ.