ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

12:07 | 03/05/2024

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ ຫວຽດນາມ ໄດ້ເຂົ້າ top ຈຸດປາຍທາງທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ສຳລັບ​ນັກ​ທ່ອງ​ທ່ຽວ​ຍິງທີ່ໄປຄົນດ່ຽວ
ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ. ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.

ລະອຽດ, ໄທ​ແມ່ນ​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ລາວ ​ຫຼາຍທີ່ສຸດ ດ້ວຍ 337.689 ເທື່ອຄົນ, ຖັດມາແມ່ນ ຫວຽດນາມ ດ້ວຍ 263.165 ​ເທື່ອຄົນ. ຖັດຈາກນັ້ນແມ່ນ ຈີນ, ສ.ເກົາຫຼີ, ອາເມລິກາ.

ຈຳນວນນັກທ່ອງທ່ຽວສາກົນມາລາວ ເພີ່ມຂຶ້ນ 34% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງສະແດງໃຫ້ເຫັນວ່າ ຂະແໜງທ່ອງທ່ຽວລາວ ພວມມີບັນດາການປ່ຽນແປງຢ່າງຕັ້ງໜ້າ ແລະ ອາດສາມາດປະຕິບັດສຳເລັດ ຫຼື ເກີນຄາດໝາຍທີ່ວາງໄວ້ໃນປີທ່ອງທ່ຽວລາວ 2024.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ພາບບັນຍາກາດແຫ່ງຄວາມສະຫງົບ ແລະ ໂຣແມນຕິກ ຢູ່ປະເທດລາວ. (ພາບ: Shutterstock)

ຕາມກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ນັ້ນ, ຄຽງຄູ່ກັບການ​ໂຄສະນາ ​ແລະ ຊຸກຍູ້ການທ່ອງທ່ຽວ ແລ້ວ, ຂະ​ບວນການ​ປີທ່ອງ​ທ່ຽວ 2024 ຍັງ​ແມ່ນເພື່ອເປົ້າໝາຍແນະນຳ​ສິລະ​ປະ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດຊາດ, ກໍ່ຄືການ​ສະໜອງ​ຂໍ້​ມູນໃຫ້ແກ່ນັກ​ທ່ອງ​ທ່ຽວ​ກ່ຽວ​ກັບ​ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ລາວ, ພ້ອມກັນກັບການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ.

ໄລຍະທີ່ມໍ່ໆມານີ້, ວາລະສານທ່ອງທ່ຽວທີ່ມີຊື່ສຽງຫຼາຍສະບັບໃນພາກພື້ນ ແລະ ທົ່ວໂລກ ໄດ້ຕີລາຄາ ລາວ ເປັນໜຶ່ງໃນຈຸດໝາຍປາຍທາງທີ່ໜ້າສົນໃຈ ຫຼື ເປັນຈຸດປາຍທາງ “ທ່ອງທ່ຽວແບບຊ້າໆ”. ເຂົາເຈົ້າກ່າວວ່າ ຈຸດໂດດເດັ່ນຂອງປະເທດລາວ ແມ່ນບັນດາຈຸດທ່ອງທ່ຽວທາງດ້ານວັດທະນະທໍາ, ລົງຕົວຈິງຢູ່ກາງແຈ້ງ ແລະ ສະເໜ່ທີ່ຜ່ານເວລາ, ຍັງຄົງຮັກສາຄວາມສວຍງາມທີ່ປະຖົມປະຖານ ໂດຍທີ່ບໍ່ເຄີຍຖືກຜົນສະທ້ອນຈາກການຫັນເປັນການຄ້າ.

ລັດຖະບານ​ລາວ​ ຄາດ​ວ່າ, ປີ 2024 ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ມາ​ລາວ​ຢ່າງ​ໜ້ອຍທີ່ສຸດແມ່ນ 4,6 ລ້ານ​ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ປະມານ 1,3 ຕື້ USD. ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້ ລາວ ກໍ່ໄດ້ສ້າງຍຸດທະສາດທັງໄລຍະສັ້ນ ແລະ ໄລຍະຍາວ, ເພື່ອພັດທະນາຂະແໜງເສດຖະກິດຫຼັກນີ້ໃຫ້ສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນຢ່າງມີປະສິດທິຜົນ, ພິເສດ ແມ່ນປະກອບສ່ວນເຂົ້າໃນການພັດທະນາ, ​ປະດິດ​ສ້າງ​, ແນະນຳອາຊີບ , ການແກ້ໄຂວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ, ປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງປະເທດ.

ແຕ່ແນວໃດກໍ່ຕາມ, ນອກຈາກ​ສັນຍານທີ່ຕັ້ງໜ້າ​ກ່ຽວ​ກັບ​ການທ່ອງທ່ຽວ​ແລ້ວ, ​ເສດຖະກິດ​ລາວ​ ຍັງ​ປະເຊີນໜ້າກັບສະພາບການ​ໄພ​ເງິນ​ເຟີ້​ສູງ. ສູນກາງສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນຂອງລາວ ຫາກໍປະກາດບົດລາຍງານສະແດງໃຫ້ເຫັນວ່າ ອັດຕາເງິນເຟີ້ຂອງລາວໃນເດືອນເມສາ 2024 ຢູ່ທີ່ 24,9% ແລະ ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ.

ບັນດາກຸ່ມສິນຄ້າທີ່ມີອັດຕາເງິນເຟີ້ສູງແມ່ນເຄື່ອງນຸ່ງຫົ່ມ, ເກີບ; ໝວດສິນຄ້າດູແລສຸຂະພາບ ແລະ ສາທາລະນະສຸກ; ໝວດຮ້ານອາຫານ ແລະ ໂຮງແຮມ; ໝວດເຫຼົ້າ ແລະ ຢາສູບ... ສີ່ງນີ້ ອາດກາຍເປັນສິ່ງທ້າທາຍ, ເປັນອຸປະສັກໃນຂະບວນການພັດທະນາການທ່ອງທ່ຽວຂອງປະເທດ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.