ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

15:24 | 27/05/2024

ຍສໝ - ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ປຸງ​ແຕ່ງ​ອາຫານຈາກເວັບໄຊທ໌ TasteAtlas ​​ໄດ້ຈັດຊື່ ແກງ​ສົ້ມປາ​ຫວຽດນາມ ໃຫ້ຢູ່ໃນບັນຊີລາຍການ 100 ອາຫານເຊິ່ງເຮັດຈາກປາ ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຄ່ອຍໆ​ຊຸກ​ຍູ້​ການ​ຄ້າ​ແລະ​ແນະ​ນໍາ​ສິນ​ຄ້າ​ແລະ​ອາ​ຫານ​ຢູ່​ຕວກ​ກີ ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ຄ່ອຍໆ​ຊຸກ​ຍູ້​ການ​ຄ້າ​ແລະ​ແນະ​ນໍາ​ສິນ​ຄ້າ​ແລະ​ອາ​ຫານ​ຢູ່​ຕວກ​ກີ
ຮ່າ​ໂນ້ຍ​ໄດ້ຮັບການ​ຄັດ​ເລືອກ​ແມ່ນ​ຈຸດ​ນັດ​ພົບ​ອາ​ຫານ​ການ​ກິນ​ແຖວ​ໜ້າ​ໂລກ ຮ່າ​ໂນ້ຍ​ໄດ້ຮັບການ​ຄັດ​ເລືອກ​ແມ່ນ​ຈຸດ​ນັດ​ພົບ​ອາ​ຫານ​ການ​ກິນ​ແຖວ​ໜ້າ​ໂລກ

ບັນຊີລາຍການອາຫານ 100 ເຍື່ອງທີ່ເຮັດຈາກປາ ໂດຍເວັບໄຊ TasteAtlas ໄດ້ຮັບອັບເດດເດືອນລະເທື່ອ ແລະ ແກງສົ້ມປາຫວຽດນາມ ໄດ້ 4.5/5 ດາວ, ຢູ່ໃນອັນດັບທີ 10.

ນອກຈາກ 10 ອັນດັບອາຫານປາທີ່ແຊບທີ່ສຸດໃນໂລກ, ແກງສົ້ມປາ ຍັງຕິດອັນດັບທີ 27 ຢູ່ໃນລາຍປະເພດແກງຕ່າງໆທີ່ແຊບທີ່ສຸດຂອງໂລກ ແລະ ອາຫານທະເລທີ່ດີທີ່ສຸດຂອງໂລກ ໃນເວັບໄຊນີ້.

ແກງສົ້ມປາເອົາຊະນະອາຫານຕ່າງໆທີ່ມີຊື່ສຽງຂອງໂລກເຊັ່ນ: ເຂົ້າລາດໜ້າອ່ຽນ, sashimi, sushi ແລະ ປາແຊວມອນຂອງ ຍີ່ປຸ່ນ; ປາ taco ຂອງ ແມັກຊິໂກ ແລະ chamchi gimbap ຂອງ ເກົາຫຼີ...

Canh chua cá của Việt Nam lọt top 10 món ngon nhất thế giới từ cá  ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

TasteAtlas ໃຫ້ຮູ້ວ່າ ຄຳສັບວ່າ 'ແກງປາ' ແມ່ນໃຊ້ລວມໃຫ້ສຳລັບອາຫານປະເພດແກງຫຼາຍຊະນິດທີ່ເຮັດຈາກປາຂອງຫວຽດນາມ, ມີລັກສະນະພິເສດສະເພາະຍ້ອນການປະສົມປະສານ ລະຫວ່າງບັນດາລົດຊາດຫວານ, ເຜັດ ແລະ ສົ້ມ.

Taste Atlas ໃຫ້ຮູ້ວ່າ "ແກງຊະນິດຕ່າງໆ ປົກກະຕິຈະເຮັດນໍ້າຊຸບດ້ວຍຫມາກຂາມສົ້ມ ຫຼື ຫມາກນັດ, ຫມາກເລັ່ນ, ໝາກກະຈຽັບ, ຖົ່ວງອກ ຫຼື ຜັກຊະນິດອື່ນໆ".

ນອກຈາກ 10 ອັນດັບອາຫານປາທີ່ແຊບທີ່ສຸດໃນໂລກ, ແກງສົ້ມປາ ຍັງຕິດອັນດັບທີ 27 ຢູ່ໃນລາຍປະເພດແກງຕ່າງໆທີ່ແຊບທີ່ສຸດຂອງໂລກ ແລະ ອາຫານທະເລທີ່ດີທີ່ສຸດຂອງໂລກ ໃນເວັບໄຊນີ້.

ວາລະສານທີ່ມີຊື່ສຽງຍັງເປີດເຜີຍວ່າ ອາຫານເກືອບທັງໝົດແມ່ນໄດ້ປຸງແຕ່ງຈາກປາໜັງ, ເຖິງແມ່ນວ່າບາງຄັ້ງຈະໃຊ້ປາໄນ, ປາໂດ, ອ່ຽນ ແລະ ປາແຊວມອນ. ແຕ່ແກງເຫຼົ່ານີ້ປົກກະຕິຈະຕື່ມຜັກຫອມປ້ອມ ແລະ ຈະກິນກັບເຂົ້າ.

​ເຖິງ​ແມ່ນວ່າ​ວິທີປຸງແຕ່ງ​ຈະ​ມີລັກສະນະສະເພາະ​ຂອງ​ແຕ່ລະ​ພາກ​ພື້ນ​ກໍ່ຕາມ, ​ແຕ່ “ຈິດວິນຍານຂອງຊາດ ສິ່ງຍອດຍິ່ງແຫ່ງພື້ນຖານວັດທະນະທຳຂອງຊາດ” ຂອງແກງ​ສົ້ມ​ປາ​ແມ່ນ​ບໍ່​ສູນເສຍຢ່າງ​ແນ່ນອນ.

ນອກຈາກນີ້, TasteAtlas ຍັງໄດ້ແນະນໍາສະຖານທີ່ບາງບ່ອນເພື່ອໃຫ້ໄປລອງຊິມອາຫານເຍື່ອງນີ້ຢູ່ນະຄອນ ໂຮ່ຈີມິນ, ລວມມີຮ້ານອາຫານທ້ອງຖິ່ນເຊັ່ນ: ຮ້ານອາຫານ ຮວ່າງອຽນ (ເຮືອນເລກທີ 7 ໂງດຶກເກ); ຮ້ານເຂົ້າ ເລກ 7 (ເຮືອນເລກທີ 3 ຫງຽນວັນຈາງ); ຄົວແມ່ອີ້ນ; ຮ້ານ ກຸກແກັກ (ເຮືອນເລກທີ 10 ດັ້ງເຕິດ).

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ຜູ້​ອ່ານ​ຊາວຫວຽດນາມ ຄົງຈະບໍ່ຕ້ອງໄປ​ຊອກ​ຫາ​ອາຫານນີ້ຢູ່​ໄກ, ​ເພາະວ່າ​ແກງ​ສົ້ມຖ້ວຍທີ່​ແຊບ​ທີ່​ແມ່ນສຸດ​ຢູ່​ໃນພາເຂົ້າ​​ຂອງຄອບຄົວນີ້​ແລ້ວ.

THONGMY

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.