ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ

07:46 | 06/06/2024

ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...

ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.
ງານວາງສະແດງ ແລະໂຄສະນາຜະລິດຕະພັນທີ່ເປັນເອກະລັກສະເພາະ, OCOP ຂອງແຂວງ ກວາງຈີ້

ໝາກມັງກອນຈາກແຂວງ ບິ່ງທ້ວນ ໄປຍັງ ລາວ

ຄະນະ​ປະຕິບັດງານ​ໂດຍ​ທ່ານ ຟານວັນດັ່ງ - ຮອງ​ປະທານຜູ້ປະຈຳ​ຄະນະກຳມະການ​ປະຊາຊົນແຂວງ ບິ່ງ​ທ້ວນ ນຳໜ້າຄະນະ ແລະ ປະຈຸ​ບັນ ວຽກງານກະກຽມທຸກຢ່າງໄດ້​ຮັບ​ການສ້າງໃຫ້ສົມບູນແບບ​ໂດຍ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ.

ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ

ໝາກມັງກອນ - ຜະລິດຕະພັນມີທ່າໄດ້ປຽບຂອງ ບິ່ງທ້ວນ ໄດ້ຮັບການເພີ່ມທະວີໂຄສະນາຢູ່ບັນດາທ້ອງຕະຫຼາດຈຸດສຸມ. (ຮູບປະກອບ)

ຕາມ​ການ​ຄາດ​ຄະ​ເນ, ຄະນະ​ຜູ້​ແທນ​ແຂວງ ບິ່ງ​ທ້ວນ ທີ່​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ເພື່ອນ​ເປັນ​ເວລາ 5 ວັນ​ແຕ່​ວັນ​ທີ 18 – 22 ມິຖຸນາ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ. ຢູ່​ທີ່​ນີ້, ຄະນະ​ຜູ້​ແທນ ບິ່ງ​ທ້ວນ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ ​ເພື່ອ​ແນ​ໃສ່​ເປົ້າໝາຍສົ່ງເສີມການ​ຄ້າ​ຢູ່ທ້ອງຕະຫຼາດ​ລາວ​ ໃນ​ປີ 2024 ​ແລະ ຊຸມ​ປີ​ຕໍ່​ໄປ. ຄຽງ​ຂ້າງ​ນັ້ນ, ກໍ່​ແມ່ນ​ການ​ໂຄສະນາຮູບພາບ, ປະ​ຊາ​ຊົນ​ແຂວງ ບິ່ງ​ທ້ວນ.

ຄະ​ນະ​ປະຕິບັດງານ​ແຂວງ ບິ່ງ​ທ້ວນ ຍັງ​ຈະ​​ເຮັດ​ວຽກ​ກັບ​ສະ​ຖານ​ທູດ, ອົງການການຄ້າ ຫວຽດ​ນາມ ປະ​ຈຳ ​ລາວ, ການ​ນຳ​ອຳນາດການປົກຄອງນະ​ຄອນຫຼວງ ວຽງ​ຈັນ, ວິ​ສາ​ຫະ​ກິດ​ ລາວ ແລະ ສະ​ມາ​ຄົມ, ວິ​ສາ​ຫະ​ກິດ ​ຫວຽດ​ນາມ ຢູ່ ລາວ. ຄະນະຜູ້ແທນຍັງໄດ້ໃຊ້ເວລາລົງສຳຫຼວດຢູ່ສູນການຄ້າ, ສັບພະສິນຄ້າ, ຕະຫຼາດຂາຍສົ່ງຈຳນວນໜຶ່ງໃນນະຄອນຫຼວງວຽງຈັນ ແລະ ບໍລິເວນອ້ອມແອ້ມ ເພື່ອຊອກຫາຂໍ້ມູນກ່ຽວກັບລາຄາທ້ອງຕະຫຼາດ, ຄວາມຕ້ອງການຂອງຜູ້ບໍລິໂພກຊາວລາວ ເພື່ອຊອກຫາມາດຕະການຈັດຕັ້ງການສົ່ງອອກຢ່າງສົມເຫດສົມຜົນ, ມີປະສິດທິຜົນ .

ຜ່ານ​ນັ້ນ ກໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຮ່ວມ​ມືເພື່ອ​ດຶງ​ດູດ​ການ​ລົງທຶນ ​ແລະ ສົ່ງ​ເສີມ​ການ​ຄ້າ, ການ​ທ່ອງ​ທ່ຽວ ພ້ອມ​ທັງ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ, ​ເປີດ​ກວ້າງທ້ອງຕະຫຼາດ​ການ​ບໍລິ​ໂພ​ກ, ຍົກສູງມູນ​ຄ່າ​ຜະລິດ​ຕະພັນ, ຊຸກຍູ້​ການ​ສົ່ງ​ອອກ​ໃນ​ສະພາບ​ການໃໝ່...

ບັນດາຜະ​ລິດ​ຕະ​ພັນພົ້ນເດັ່ນຂອງ ບິ່ງ​ທ້ວນ

ຕາມ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ບິ່ງ​ທ້ວນ ​ແລ້ວ, ປະຈຸປັນ ບັນດາ​ເອກະສານ (ສອງ​ພາສາ ​ຫວຽດນາມ - ອັງກິດ) ​ເພື່ອ​ໂຄສະນາຮູບພາບແຂວງ ບິ່ງ​ທ້ວນ ພວມ​ໄດ້​ຮັບ​ການ​ກະກຽມ​ຢ່າງລອບຄອບ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ແຂວງ ບິ່ງ​ທ້ວນ ຈະ​ນຳ​ເອົາ​ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ​ຊົນນະບົດ​ທີ່ພົ້ນເດັ່ນ​​ຂອງ​ແຂວງ ບິ່ງ​ທ້ວນ ​ເຊັ່ນ: ຜະລິດ​ຕະພັນ​ໝາກມັງກອນ ບິ່ງ​ທ້ວນ, ຜະລິດ​ຕະພັນກະສິກຳ ແລະ ປ່າໄມ້, ສິນ​ທະ​ເລທີ່ເປັນເອກະລັກພິເສດ, ຜະລິດ​ຕະພັນ​ບັນດາລະບົບສະໜອງສະບຽງ​ອາຫານ​ປອດ​ໄພ​, ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກໍາ​ຊົນ​ນະ​ບົດທີ່ພົ້ນເດັ່ນໄປຍັງ ລາວ​.

ນອກ​ນີ້, ຄະນະ​ຜູ້​ແທນ ຍັງ​ໄດ້​ແນະນຳກ່ຽວກັບເຂດ - ກຸ່ມ​ອຸດ​ສາ​ຫະ​ກຳ​ໃນບໍລິເວນແຂວງ ບິ່ງ​ທ້ວນ ຂອງ​ບັນ​ດາ​ນັກ​ລົງ​ທຶນເຂດອຸດ​ສາ​ຫະ​ກຳ Ham Kiem I, ເຂດອຸດ​ສາ​ຫະ​ກຳ Ham Kiem II, ເຂດອຸດ​ສາ​ຫະ​ກຳ Tan Duc, ກຸ່ມ​ອຸດ​ສາ​ຫະ​ກຳ Thang Hai 1...

ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13% ການສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ເພີ່ມຂຶ້ນກ່ວາ 13%

ຍສໝ - ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ໃນ 8 ເດືອນຂອງປີ 2022, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸປະມານ 66,2 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຈຳນວນນັ້ນ, ມູນຄ່າການສົ່ງອອກຄາດວ່າປະມານ 36,3ຕື້ ...

ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ OCOP ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ OCOP

ຍ​ສ​ໝ - ເມື່ອບໍ່ດົນມານີ້, ພະ​ແນກວັດ​ທະ​ນະ​ທຳ ນະ​ຄອນ​ເກິ່ນ​ເທີ ໄດ້​ສົມ​ທົບ​ກັບ​ບັນ​ດາ​ກຸ່ມບໍ​ລິ​ສັດ Central Retail ຫວຽດ​ນາມ ໄຂ​ສັບ​ປະ​ດາ OCOP (ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ) ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ​ຂອງ​ສິນ​ຄ້າ ຫວຽດ​ນາມ 2022 ຢູ່​ສູນ​ການ​ຄ້າ GO! ນະ​ຄອນ​ເກິ່ນ​ເທີ ​ຢູ່​ເມືອງ ກ໊າຍ​ຮັງ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.