ເກີນເທີ ມີສະຖານທີ່ຝຶກອົບຮົມນັກສຶກສາການແພດສາກົນຕື່ມອີກ

14:45 | 27/06/2024

ຍສໝ - ວັນ​ທີ 24 ມິຖຸນາ​, ຢູ່​ມະຫາວິທະຍາ​ໄລ​​ ເກີ່ນ​ເທີ ໃຕ້ ໄດ້​ຈັດ​ພິທີ​ເປີດຕົວ​ພະແນກ​​ແພດສາດ​ສາກົນ DNC ຂອງ​ມະຫາວິທະຍາ​ໄລ ​​ເກີ່ນ​ເທີ ໃຕ້. ນີ້​ກໍ່​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທີ 2 ນອກຈາກ​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ເກີນ​ເທີ ​ທີ່ບຳລຸງສ້າງການ​ແພດ​ສາກົນ​ຢູ່​ນະຄອນ​ ເກີນ​ເທີ.

ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ
ເກີນເທີ: ອະນຸມັດກອງທຶນການຊ່ວຍເຫຼືອທີ່ບໍ່ເປັນໂຄງການ “ຫົວໃຈໃຫ້ເດັກ” ໂດຍການໜູນຊ່ວຍຈາກອົງການ MHF

ນີ້ຈະເປັນສະຖານທີ່ຮັບບຳລຸງສ້າງສໍາລັບນັກສຶກສາຕ່າງປະເທດທີ່ມາຈາກບັນດາປະເທດ: ອິນເດຍ, ສີລັງກາ, ເນປານ, ບັນດາປະເທດຕາເວັນອອກກາງ ແລະ ປະເທດອື່ນໆທີ່ເຂົ້າຮ່ວມໃນຫຼັກສູດບຳລຸງສ້າງຂະແຫນງການສຸຂະພາບທີ່ໄດ້ຮັບອະນຸຍາດໃຫ້ບຳລຸງສ້າງຢູ່ໂຮງຮຽນແຫ່ງນີ້. ໂດຍຜ່ານນັ້ນ, ​ໄດ້​ເປີດ​ກາລະ​ໂອກາດ​ຮ່ຳຮຽນ ​ແລະ ການຝຶກ​ງານ​ຢູ່​ມະຫາວິທະຍາ​ໄລ ເກີນເທີ ໃຕ້ ​ໃຫ້​ບັນດາ​ນັກ​ສຶກສາ​ສາກົນ, ຊ່ວຍ​ໃຫ້​ບັນດາ​ນັກ​ສຶກສາ​ທີ່ມາຈາກ​ປະ​ເທດ​ຕ່າງໆ​ໄດ້​ຮັບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບສູງ, ບັນລຸ​ມາດຖານ​ສາກົນ​ນັບ​ແຕ່​​ຊັ້ນປະລິນຍາ​ຕີຢູ່ໂຮງຮຽນ.

ເກີນເທີ ມີສະຖານທີ່ຝຶກອົບຮົມນັກສຶກສາການແພດສາກົນຕື່ມອີກ

ບັນດາຜູ້ແທນໄດ້ເປັນສັກຂີພິຍານພິທີເປີດຕົວພະແນກແພດສາດສາກົນ DNC.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານປະລິນຍາເອກ ຫງວຽນ​ວັນ​ກວ່າງ, ຜູ້ອຳນວຍການ​ໂຮງຮຽນ ​ໄດ້​ຢືນຢັນ​ວ່າ: ການ​ສ້າງ​ຕັ້ງ​ພະແນກແພດສາດ​ສາກົນ DNC ​ແມ່ນ​ບາດກ້າວ​ຕໍ່​ໄປ​ໃນ​ວິວັດ​ການ​ປ່ຽນແປງໃໝ່, ເຮັດໃຫ້ສົມບູນ​ແບບ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ການສຶກສາ, ບຳລຸງ​ສ້າງ ແລະ ນໍາໃຊ້ການຄົ້ນຄວ້າວິທະຍາສາດສໍາລັບທັງອາຈານ ແລະ ນັກສຶກສາຢູ່ໃນໂຮງຮຽນ.

ເກີນເທີ ມີສະຖານທີ່ຝຶກອົບຮົມນັກສຶກສາການແພດສາກົນຕື່ມອີກ

ທ່ານ ດຣ. ທະນາຍຄວາມ ຫງວຽນ​ຕ໋ຽນຢູ໊ງ, ປະທານ​ສະພາ​ໂຮງຮຽນ ມະຫາວິທະຍາ​ໄລ ​ເກີນເທີ ໃຕ້ ໄດ້​ມອບ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ພະແນກແພດສາດ​ສາກົນ DNC ​ໃຫ້​ທ່ານຮອງ​ສາດສະດາຈານ, ທ່ານໝໍ Phillip Tran ຜູ້​ກໍ່​ຕັ້ງ​ພະແນກແພດສາດ​ສາກົນ DNC.

ທ່ານ Mahesh Chand Giri, ກົງສຸນໃຫຍ່ ອິນເດຍ ປະຈໍານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການສ້າງຕັ້ງພະແນກສາກົນ DNC ແມ່ນຂີດໝາຍສຳຄັນໃນຂົງເຂດການສຶກສາການແພດໃນໄລຍະຈະມາເຖິງ, ພ້ອມທັງສ້າງກາລະໂອກາດໃຫ້ແກ່ນັກສຶກສາສາກົນ ໄດ້​ຮຽນການ​ແພດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີຊື່ສຽງ​ໃນ ເກີນເທີ. ທ່ານ Mahesh Chand Giri ກໍ່​ໄດ້​ຂອບ​ໃຈ​ຄະນະ​ອຳນວຍ​ການ​ມະຫາວິທະຍາ​ໄລ​ ເກີນເທີ ​ໃຕ້ ທີ່​ໄດ້​ນຳ​ເອົາ​ຂໍ້​ລິ​ເລີ່​ມທີ່​ດີ​ເດັ່ນ​ນີ້​ເຂົ້າໃນຊີວິດ; ພ້ອມກັນນັ້ນ, ກໍ່ເຊື່ອວ່າ ໃນໄລຍະທີ່ຈະມາເຖິງ ພະແນກແພດສາກົນ DNC ຈະກາຍເປັນສັນຍາລັກທີ່ດີເລີດໃນການບຳລຸງ​ສ້າງຜູ້ຊ່ຽວຊານດ້ານການແພດທີ່ມີທັກສະສູງ ແລະ ມີຄວາມເມດຕາ, ພ້ອມທີ່ຈະຮັບໃຊ້ຊຸມຊົນດ້ວຍຄວາມແຕກຕ່າງພິເສດ.

ເກີນເທີ ມີສະຖານທີ່ຝຶກອົບຮົມນັກສຶກສາການແພດສາກົນຕື່ມອີກ

ທ່ານ Mahesh Chand Giri, ກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ກ່າວຄຳປາໄສທີ່ພິທີ.

ກ່ອນ​ໜ້າ​ນັ້ນ, ມະຫາວິທະຍາ​ໄລ ​ເກີນເທີ ໃຕ້ ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ​ກັບ​ອົງການ​ The Vietnam Medical Educations - ອິນເດຍ (VMED) ​ເພື່ອ​ຮັບ​ບຳລຸງ​ສ້າງ​ໃຫ້​ນັກ​ສຶກສາ​ສາກົນ 150 ຄົນ​ທຳ​ອິດ​ຢູ່​ໂຮງຮຽນ, ຂອບຂະໜາດຈະໄດ້ເພິ່ມຂຶ້ນ​ໃນ​ຊຸມ​ປີ​ຕໍ່ໄປ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ລ້ຽວ​ສຳຄັນ​ຂອງ​ການ​ຮ່ວມ​ມືທີ່​ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ສຶກສາ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ພັດທະນາ​ຮອບດ້ານ​ຂອງ​ ຫວຽດນາມ ​ແລະ ອິນ​ເດຍ ອີກດ້ວຍ.

ທີ່ພິທີ, ມະຫາວິທະຍາໄລ ​ເກີນເທີ ໃຕ້ ຍັງໄດ້ເປີດຕົວຊຸດປື້ມແບບຮຽນ - ຕຳລາສອນການແພດສາກົນ DNC ຢ່າງເປັນທາງການ, ເຊິ່ງເປັນຫນຶ່ງໃນຊຸດປຶ້ມແບບຮຽນທາງການແພດທີ່ຈະນໍາໃຊ້ເຂົ້າໃນການຮຽນການສອນຢູ່ພະແນກແພດສາດສາກົນຂອງໂຮງຮຽນ.

ເກີນເທີ ມີສະຖານທີ່ຝຶກອົບຮົມນັກສຶກສາການແພດສາກົນຕື່ມອີກ

ເຫດການ​ດັ່ງກ່າວ​ໄດ້​ດຶງ​ດູດ​ບັນດາ​ອາຈານ ​ແລະ ນັກ​ສຶກສາ​ມະຫາວິທະຍາ​ໄລ​ ເກີນເທີ ໃຕ້​ ເຂົ້າຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ.

​ເປັນ​ທີ່​ຮູ້​ກັນ​ວ່າ, ພາຍຫຼັງ​ກວ່າ 11 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ມະຫາວິທະຍາ​ໄລ ເກີນເທີ ໃຕ້ ​ໄດ້​ຮັບ​ການຄັດເລືອກເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມະຫາວິທະຍາ​ໄລ​ການ​ແພດ​ທີ່​ບັນລຸບັນດາ​ມາດຖານ​ທີ່​ໄດ້​ກຳນົດ​ໂດຍ​ເວັບ​ໄຊ​ຊື່​ດັງ WDOMS (World Directory of Medical Schools) ຂອງ ອາເມລິກາ, ໄດ້ກາຍເປັນທີ່ຢູ່ການບຳລຸງ​ສ້າງທາງການແພດທີ່ໄດ້ຮັບການຍອມຮັບໃນໂລກ. ທັງນີ້ກໍ່ເພື່ອເປັນບ່ອນອີງເພື່ອໃຫ້ນັກສຶກສາພະແນກແພດສາດຂອງໂຮງຮຽນມີໂອກາດໄດ້ຮັບອະນຸຍາດສອບເສັງເຂົ້າຮຽນທ່ານໝໍຢູ່ພາຍໃນຂອງສະຫະລັດ ອາເມລິກາ ແລະ ກາຍເປັນນັກສຶກສາແພດສາກົນໃນໄລຍະຈະມາເຖິງ.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024 ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024

ຍສໝ - ວັນທີ 29 ພຶດສະພາ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເກີນເທີ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດຕັ້ງພິທີປຸກລະດົມ “ເດືອນກະທຳເພື່ອເດັກນ້ອຍ ປີ 2024”, ໂດຍຫົວຂໍ້ “ການກະທຳທີ່ແທດເໝາະ, ບູລິມະສິດແຫຼ່ງຊັບພະຍາກອນໃຫ້ເດັກນ້ອຍ”.

ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ. ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ຍສໝ - ຕອນ​ບ່າຍ​ວັນ​ທີ 9 ມັງກອນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ນະຄອນ ​ໄດ້​ສົມທົບ​ກັບ​ສະຖານ​ກົງສຸນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ​ຈັດ​ຕັ້ງການພົບປະ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.