ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ)

22:26 | 15/09/2024

ຍສໝ - ການ​ເຄື່ອນ​ໄຫວ​ນີ້​ໄດ້​ຮັບ​ການ​ສົມທົບ​ກັນປະຕິບັດໂດຍ 3 ທ້ອງ​ຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໃນ​ວັນ​ທີ 13 ກັນຍາ ຢູ່​ນະຄອນ Sydney (ອົດສະຕຣາລີ).

ຫວຽດ​ນາມ - ອົດສະຕຣາລີ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທ້ອງ​ຖິ່ນ
ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ

ທີ່ເຫດການ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ 3 ທ້ອງ​ຖິ່ນ​ໄດ້​ແນະນຳ​ຈຸດໝາຍ​ປາຍທາງ, ຜະລິດ​ຕະພັນ​ການທ່ອງທ່ຽວ, ​ໂຄງການ​ຊຸກຍູ້​ການທ່ອງທ່ຽວ, ເຫດການ, ງານ​ບຸນ; ແນະນຳບັນດາພາບຖ່າຍທີ່ໜ້າປະທັບໃຈຂອງ “ດິນແດນມໍລະດົກເເບບມະຫັດສະຈັນ”; ຈັດ​ຕັ້ງ​ພື້ນທີ່ເຊື່ອມ​ຕໍ່ (B2B) ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ກວາງ​ນາມ - ດານັງ - ເທື່ອທຽນເຫ້ວ ໄດ້​ພົບ​ປະ​, ​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ, ​ຄູ່​ຮ່ວມ​ມື​ຢູ່​ນະຄອນ Sydney.

ກວາງນາມ - ດານັງ - ເທື່ອທຽນເຫ້ວ ໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ Sydney (ອົດສະຕຣາລີ)

ສູນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຂອງ 3 ທ້ອງ​ຖິ່ນ ກວາງນາມ - ດານັງ - ເທື່ອທຽນເຫ້ວ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກຊ່ວຍຈຳກັບ​ສະ​ມາ​ຄົມ​ທ່ອງ​ທ່ຽວ Sydney ຕາ​ເວັນ​ຕົກ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ໂຄ​ສະ​ນາ, ສົ່ງ​ເສີມ ແລະ ແລກ​ປ່ຽນ​ແຫຼ່ງ​ນັກທ່ອງ​ທ່ຽວ - (ພາບ: Bich Thuan/quangnam.gov.vn).

​ໃນ​ຂອບ​ເຂດ​ຂອງ​ໂຄງການ, ຂະແໜງການທ່ອງທ່ຽວຂອງ 3 ທ້ອງ​ຖິ່ນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ສະມາຄົມ​ທ່ອງ​ທ່ຽວ Sydney ຕາ​ເວັນ​ຕົກ. ໃນນັ້ນ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ເຊັ່ນ: ການ​ສະໜອງ​ຂໍ້​ມູນ​ການ​ທ່ອງ​ທ່ຽວ, ການ​ປະສານ​ງານ​ສົ່ງ​ເສີມການໂຄສະນາ, ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ ເພື່ອພ້ອມກັນພັດທະນາລະຫວ່າງ​ວິ​ສາ​ຫະກິດ​ຂອງ​ທຸກ​ຝ່າຍ. ​ພິເສດແມ່ນ​ການຍູ້ແຮງການ​ແລກປ່ຽນ​ແຫຼ່ງນັກທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ຈຸດໝາຍ​ປາຍທາງ​ຢູ່​ພາກ​ກາງ ກັບບັນດາ​ຕົວ​ເມືອງ​ຂອງ​ ອົດສະຕຣາລີ.

ຕາມຂໍ້ສັງເກດຂອງທ່ານ ຫງວຽນ​ວັນ​ຟຸກ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ ເທື່ອທຽນເຫ້ວ ແລ້ວ, ປະຈຸ​ບັນ ອົດສະຕຣາລີ ແມ່ນ​ມອນໃນ top 10 ທ້ອງຕະຫຼາດນັກທ່ອງ​ທ່ຽວ​ສາກົນ​​ຂອງ​ພາກ​ກາງ. ​ໃນ 7 ​ເດືອນ​ຕົ້ນ​ປີ 2024, ຈຳນວນ​ເທື່ອນັກ​ທ່ອງ​ທ່ຽວ ອົດສະຕຣາລີ ພັກເຊົາ​ຢູ່​ ເທື່ອທຽນເຫ້ວ, ດານັງ ແລະ ກວາງນາມ ບັນລຸ​ປະມານ 165.000 ເທື່ອ​ຄົນ, ກວມ​ເກືອບ 59% ຈຳນວນ​ແຂກທ່ອງ​ທ່ຽວ ອົດສະຕຣາລີ ຢູ່ ຫວຽດນາມ. ສິ່ງ​ນີ້, ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ການທ່ອງທ່ຽວ​ເທົ່າ​ນັ້ນ, ຫາກ​ຍັງ​ຄາດ​ຄະ​ເນ​ເຖິງ​ຄວາມ​ດຶງ​ດູດ ​ແລະ ການ​ເຕີບ​ໂຕ​ຂອງ​ແຂກ​ທ່ອງ​ທ່ຽວ​ ອົດສະຕຣາລີ ​ໄປຍັງເຂດ​ພາກ​ກາງ.

ສະເພາະໃນປີ 2023, ຫວຽດນາມ ໄດ້​ຕ້ອນຮັບນັກ​ທ່ອງ​ທ່ຽວ ອົດສະຕຣາລີ 390.000​ ເທື່ອ​ຄົນ. ຕົວ​ເລກ​ນີ້​ເກີນ​ລະດັບ​ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃນ​ປີ 2019 ​ແລະ ​ເຮັດ​ໃຫ້ ອົດສະຕຣາລີ ຢູ່​ໃນ top 10 ທ້ອງຕະຫຼາດ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ ໄປຍັງ ຫວຽດນາມ​ ຫຼາຍ​ທີ່​ສຸດ. ໃນ 7 ​ເດືອນ​ຕົ້ນ​ປີ 2024, ມີ​ນັກ​ທ່ອງ​ທ່ຽວ ອົດສະຕຣາລີ 281.000 ກວ່າເທື່ອ​ຄົນໄປຢ້ຽມຢາມ ຫວຽດນາມ​, ເພີ່ມ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ເຮັດ​ໃຫ້​ ອົດສະຕຣາລີ ເປັນຈຸດທີ່ມີ​ແຫຼ່ງ​ແຂກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 8 ຂອງທ້ອງຕະຫຼາດ ຫວຽດນາມ.

ແລະ ໃນທິດກົງກັນຂ້າມ, ນັກທ່ອງທ່ຽວຈາກ ຫວຽດນາມ ຫຼາຍກວ່າ 166.000 ເທື່ອຄົນໄປ ອົດສະຕຣາລີ ໃນປີ 2023, ເພີ່ມຂຶ້ນ 35% ເມື່ອທຽບໃສ່ປີ 2019. ຫວຽດນາມ ແມ່ນທ້ອງຕະຫຼາດນັກທ່ອງທ່ຽວໜຶ່ງດຽວໃນ ອາຊີຕາເວັນອອກສຽງໃຕ້ ທີ່ກັບຄືນໄປທ່ອງທ່ຽວຢູ່ ອົດສະຕຣາລີ ພາຍຫຼັງໂລກລະບາດ.

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ ກວາງນາມ ໄດ້ຮັບລົດເຂັນ

ຍສໝ - ວັນທີ 4 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ກວາງນາມ ໄດ້ຈັດຕັ້ງພິທີມອບລົດເຂັນ 20 ຄັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ບັນດາເມືອງ ທັງບິ່ງ, ຕາມກີ, ຝູນິງ, ນູຍແທ່ງ. ​ລົດເຂັນ​ຈຳນວນ​ນີ້​ແມ່ນໂດຍ​ທ່ານ​ນາງ ​ເຈີ່ນ​ໂຕ໋​ງ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ ຝລັ່ງ ເຊື່ອມຕໍ່​ເພື່ອ​ຮຽກຮ້ອງການໜູນຊ່ວຍ​ຈາກປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ ສະ​ວິດ.

ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

ດານັງ ເພີ່ມທະວີການຮ່ວມມືແລກປ່ຽນນັກສຶກສາກັບແຂວງ Nagasaki ຂອງ ຍີ່ປຸ່ນ

​ຍສໝ - ໃນ​ຊຸມ​ປີ​ຜ່ານ​ມາ​, ມະຫາວິທະຍາ​ໄລ Nagasaki Prefectural (ຍີ່ປຸ່ນ) ​ສົ່ງ​ນັກສຶກສາ​ຝຶກ​ງານ ​ແລະ ຄູອາຈານ​ໄປ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາ​ນັງ ​ໄດ້​ບັນລຸ​ໝາກຜົນ​ອັນດີງາມ​ຫຼາຍ​ຢ່າງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.