ງານບຸນໝາກໄມ້ພາກໃຕ້ 2024: ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ແຜ່ກະຈາຍຮູບພາບການທ່ອງທ່ຽວຫວຽດນາມ ອອກສູ່ສາກົນ

09:44 | 22/05/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ພຶດສະພາ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ສ໋ວຍຕ່ຽນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າວແຈ້ງ​ກ່ຽວ​ກັບ​ງານ​ບຸນ​ໝາກ​ໄມ້​ພາກ​ໃຕ້ ​ຄັ້ງ​ທີ 20 - ສ໋ວຍຕ່ຽນ Farm Festival 2024.

ເຝີຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ງານບຸນສົ່ງເສີມເຜີຍແພ່ອາຫານອາຊຽນ ເຝີຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ງານບຸນສົ່ງເສີມເຜີຍແພ່ອາຫານອາຊຽນ
ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ” ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ໂດຍ​ເປັນໜຶ່ງ​ໃນ​ບັນດາ​ເຫດການ​ທ່ອງ​ທ່ຽວ​ປະຈຳ​ປີ​ຂອງ​ນະຄອນ ​ໂຮ່ຈິ​ມິນ, ງານ​ບຸນໝາກ​ໄມ້​ພາກ​ໃຕ້ ​ຄັ້ງ​ທີ 20 ປີ 2024 ​ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມິຖຸນາ ​ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 31 ສິງຫາ. ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບຸນ​ແມ່ນ້ຳລຳເຊ​ນະຄອນ ​ໂຮ່ຈິ​ມິນ ຄັ້ງທີ 2 ໃນປີ 2024.

ດ້ວຍ​ຫົວ​ຂໍ້​ວ່າ “ວິວັດການເຮັດ​ກະສິກຳ​ຢ່າງ​ມີ​ຄວາມສຸກ”, ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮຽກຮ້ອງ​ຄວາມ​ສາມັກຄີ, ການຮ່ວມ​ມື​ປົກ​ປັກ​ຮັກສາ ​ແລະ ​ກະທຳ​ເພື່ອ​ສະພາບ​ແວດ​ລ້ອມ​ສີຂຽວ - ສະອາດ ​- ດີ ​ຄື: ຍູ້​ແຮງການໂຄສະນາ​ຜະລິດ​ຕະພັນ OCOP, ແນະນຳຊຸດສະສົມຜະລິດຕະພັນສີຂຽວ, ການ​ແຂ່ງ​ຂັນ​ Green Unity Campaign, ງານ​ວາງ​ສະ​ແດງ​ຮູບ​ແບບ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ຮູບ​ແບບ​ທ່ອງ​ທ່ຽວ​ກະ​ສິ​ກຳສີ​ຂຽວ ສ໋ວຍຕ່ຽນຟາມ ແລະ ​ພິ​ທີ​ເປີດ​ສະຫຼອງ​ສວນ​ມິດ​ຕະ​ພາບ - Friendship Garden.

ງານບຸນໝາກໄມ້ພາກໃຕ້ 2024: ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ແຜ່ກະຈາຍຮູບພາບການທ່ອງທ່ຽວຫວຽດນາມ ອອກສູ່ສາກົນ

ງານ​ບຸນ​ໝາກ​ໄມ້​ພາກ​ໃຕ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ທ່ອງ​ທ່ຽວ​ປະ​ຈຳ​ປີ​ຂອງ​ນະ​ຄອນ ​ໂຮ່ຈິ​ມິນ. ຮູບພາບ: ສະຫນອງໂດຍ ຄະນະຈັດຕັ້ງງານ.

ມາທີ່​​ງານ​ບຸນ​ໝາກ​ໄມ້​ພາກ​ໃຕ້​ປີ 2024, ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຢ້ຽມ​ຢາມ​ຕະ​ຫລາດ​ໝາກ​ໄມ້​ທີ່ເປັນພະລິດຕະພັນພິ​ເສດ - ຈຸດປາຍທາງ​ທີ່​ນັກທ່ອງທ່ຽວມັກທີ່ສຸດເມື່ອມາ​ງານ​ບຸນ​ໃນເວລາ 19 ປີ​ຜ່ານ​ມາ. ສະຖານທີ່ນີ້ໂຮມສຸມໝາກໄມ້ເຂດຮ້ອນສົດໆເປັນຮ້ອຍໆຊະນິດທີ່ມີລາຄາພິເສດທີ່ໜ້າປະຫລາດໃຈ.

ງານ​ບຸນ​ໝາກ​ໄມ້​ພາກ​ໃຕ້​ປີ 2024 ສືບ​ຕໍ່​ວິວັດການ​ແນ​ໃສ່​ປະຕິບັດການຫັນເປົ້າໝາຍຍົກລະດັບ​ຂອບຂະ​ໜາດ​​ໃຫ້​ກາຍ​ເປັນ​​ເຫດ​ການທີ່ມີລັກສະນະເປັນ​ສັນ​ຍາ​ລັກ​ ເພື່ອ​ໃຫ້​ ຫວຽດ​ນາມ ​ໄດ້​ໄປໄກໃນ​ແຜນ​ທີ່​ທ່ອງ​ທ່ຽວ​ ອາ​ຊີ ແລະ ທົ່ວໂລກ. ຈາກ​ນັ້ນ, ກໍສ້າງ​ເປັນ​ຜະລິດຕະພັນການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຜີຍ​ແພ່​ພາບ​ພົດ​ການທ່ອງທ່ຽວ​ ຫວຽດນາມ ​ອອກ​ສູ່​ທ້ອງຕະຫຼາດສາກົນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​​ລະຫຼິ້ນບັນ​ເທິງ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ໃນບັ້ນຈຸດເວລາຂອງການທ່ອງທ່ຽວລະດູແລ້ງສູງສຸດ.

ພິ​ເສດ, ເຫດການເປີດພິທີງານ​ບຸນ​ໝາກ​ໄມ້​ພາກ​ໃຕ້​ໃນ​ວັນ​ທີ 1 ມີຖຸນາ ຈະມີ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ຄື: ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ອາ​ຊຽນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ອິນ​ເດຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ, ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ກຳ​ປູ​ເຈຍ. .. ໂດຍຜ່ານໂຄງການສິລະປະທີ່ມີສີສັນພິເສດ.

ມິງດຶກ

ທ່ານອາດຈະມັກ

ເຫດການ