Tripadvisor: ຮ່າໂນ້ຍ ນອນຢູ່ໃນ 15 ຕົວເມືອງທີ່ມີພື້ນຖານອາຫານທີ່ຈັບອົກຈັບໃຈທີ່ສຸດໃນໂລກ

00:00 | 03/08/2024

ຍສໝ - Tripadvisor ໄດ້ຕີລາຄາ ​ຮ່າ​ໂນ້ຍ ​ນອນໃນ 15 ຕົວ​ເມືອງ​ທີ່​ມີ​ພື້ນຖານອາ​ຫານ​ທີ່​ຈັບອົກຈັບໃຈ​ທີ່​ສຸດ​ໃນ​ໂລກ, ດ້ວຍສີສັນ​ວັດ​ທະ​ນະ​ທຳ​ການ​ປຸງ​ແຕ່ງ​ອາ​ຫານ​ທີ່​ລະອຽດອ່ອນ ແລະ ດຶງ​ດູດ​ໃຈ.

ຈີນ​ ສະ​ໜັບ​ຊ່ວຍເຫຼືອ​ການ​ກໍ່​ສ້າງ​ຫ້ອງອາຫານ ແລະ ​ໂພ​ຊະ​ນາ​ການ​ໃນໂຮງ​ຮຽນໃຫ້​ໂຮງ​ຮຽນ​ປະ​ຖົມ​ຢູ່​ເມືອງ​ລ້າງ​ເຊີ່ນ
ການປະກວດຮູບພາບອາຫານ Pink Lady 2024: ເຊີດຊູນັກຖ່າຍຮູບຫວຽດນາມຫລາຍຄົນ
Tripadvisor: ຮ່າໂນ້ຍ ນອນຢູ່ໃນ 15 ຕົວເມືອງທີ່ມີພື້ນຖານອາຫານທີ່ຈັບອົກຈັບໃຈທີ່ສຸດໃນໂລກ

ເຂົ້າປຸ້ນຊີ້ນປີ້ງ - ເຍື່ອງອາຫານທີ່ເປັນເອກະລັກພິເສດເຊິ່ງ Tripadvisor ໄດ້ແນະນຳໃຫ້ລອງເມື່ອມາ ຮ່າໂນ້ຍ.

ລະອຽດ, Tripadvisor ໃຫ້ຮູ້ວ່າ ຫນຶ່ງໃນບັນດາວິທີທີ່ດີທີ່ສຸດ ເພື່ອຈະລົງຕົວຈິງຈຸດຫມາຍປາຍທາງໃດໜຶ່ງໂດຍຜ່ານອາຫານ. ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ມີ​ໂອກາດ​ໄດ້​ຮັບ​ຊິມບັນດາ​ສູດ​ອາຫານ​ພື້ນ​ເມືອງ​ທີ່​ໄດ້​ຮັບ​ການ​ສືບ​ທອດ​ກັນ​ມາ​ຫຼາຍ​ລຸ້ນຄົນ, ຊິມ​ບັນດາເຍື່ອງອາຫານ​ທີ່ວົງຄະນະຍາດ​ຊາວ​ທ້ອງ​ຖິ່ນ​ໄດ້ປຸງແຕ່ງ ​ແລະ ​ໄດ້​ສຳ​ຜັດ​ກັບບັນດາ “ນິຍາມ” ​ອາຫານ​ທີ່​ທັນ​ສະ​ໄໝ​ໂດຍ​ “ບັນດາຜູ້​ສ້າງເມນູ​ອາຫານ” ໜຸ່ມ ປະຕິບັດ.

Tripadvisor ແນະນຳໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມ ຮ່າໂນ້ຍ ຮັບຊິມອາຫານທີ່ເປັນສັນຍາລັກຂອງນະຄອນຫຼວງ ຫວຽດນາມ, ບໍ່ວ່າຈະເປັນຮ້ານອາຫານທຳມະດາເຖິງຮ້ານອາຫານລະດັບສູງທີ່ Michelin ໄດ້ຍ້ອງຍໍ. ອາຫານທີ່ ຮ່າໂນ້ຍ ມີຊື່ສຽງໂດ່ງດັງຍ້ອນຄວາມລະອຽດອ່ອນຍອດຍິ່ງ ແລະ ຄວາມອ່ອນໂຍນ ດ້ວຍລົດຊາດທີ່ເປັນທຳມະຊາດຂອງບັນດາວັດຖຸດິບທ້ອງຖິ່ນທີ່ຫຼາກຫຼາຍ, ນ້ຳຊຸບຫວານນົວ, ຜັກສົດ ແລະ ເຄື່ອງປຸງແຕ່ງຕ່່າງໆ.

​ເຂົ້າປຸ້ນຊີ້ນປີ້ງ - ​ເຍື່ອງ​ອາ​ຫານທີ່ເປັນເອກະລັກພິເສດ​ຂອງ​ ຮ່າ​ໂນ້ຍ ແມ່ນສິ່ງພິສູດ​ທີ່​ດີ​ເລີດ​ຂອງ​ຄຳ​ເວົ້າ​ນີ້. ເຍື່ອງອາຫານນີ້ກິນກັບເຂົ້າປຸ້ນ, ຈ້ຳນ້ຳປາສົ້ມຫວານ, ຮັບປະທານກັບຊີ້ນປີ້ງທີ່ມີກິ່ນຫອມ.

ເຂດຕົວເມືອງເກົ່າຢູ່​ໃຈກາງ​ນະຄອນຫຼວງ​ແມ່ນ​ສະຖານ​ທີ່​ທີ່​ຄຶກຄັກ​ທີ່​ສຸດ, ​ເຊິ່ງນັກ​ທ່ອງ​ທ່ຽວ​ສາມາດ​ໄດ້​ຮັບ​ປະທານ​ອາຫານ​ຕາມ​ແຄມຖະໜົນ​ທີ່​ດຶງ​ດູດ​ໃຈ​ນັບ​ບໍ່​ຖ້ວນ ​ແລະ ທັງອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ​ເຊັ່ນ: ບັ໋ນກ໋ວນ, ​ເຝີ, ​ຢໍ່ປາ... ​ແລະ ​ໜຶ່ງ​ໃນ​ບັນດາ​ເຄື່ອງ​ດື່ມ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້ແມ່ນກາເຟທີ່ມີຫຼາກຫຼາຍຊະນິດເຊັ່ນ: ກາເຟໄຂ່, ກາເຟເກືອ, ກາເຟນົມເຢັນ...

ຕາມ Tripadvisor ແລ້ວ, ເພື່ອຄົ້ນຫາອາຫານ ຮ່າໂນ້ຍ, ນັກທ່ອງທ່ຽວສາມາດລົງຕົວຈິງໄດ້ຢ່າງເປັນອິດສະຫຼະ ຫຼື ເລືອກ tour ອາຫານການກິນຢູ່ອ້ອມຕົວເມືອງເກົ່າ. ປະຊາຊົນຈະພາເພື່ອນໄປກິນເຂົ້າແຊບໆ ລາຄາບໍ່ແພງ, ບາງຄັ້ງຜູ້ຂາຍຈະແນະນຳທັງແຫຼ່ງກຳເນີດ ແລະ ປະຫວັດຄວາມເປັນມາຂອງເຍື່ອງອາຫານ ພ້ອມທັງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຫຼວງນຳອີກ.

ໃນບັນຊີລາຍຊື່ຂອງ 15 ຕົວເມືອງທີ່ມີອາຫານທີ່ເປັນໜ້າສົນໃຈທີ່ສຸດໃນໂລກ, ທະວີບອາເມລິກາ ມີ Hawaii ແລະ New Orleans (ອາເມລິກາ), Jamaica, Mexico City; ເອີຣົບ ມີ Brussels (ແບນຊິກ), Naples (ອິຕາລີ), Athens (ເກຼັກ), Barcelona (ສະເປນ), Paris (ຝຣັ່ງ); ອາຊີ ມີ Bangkok (ໄທ), Kyoto (ຍີ່ປຸ່ນ), ຮ່າໂນ້ຍ (ຫວຽດນາມ), New Delhi (ອິນເດຍ); ນອກຈາກນັ້ນຍັງມີ Istanbul (ຕວກກີ), Marrakech (ມາຣົກ).

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

ທະຫານ ຫວຽດນາມ ມອບຫ້ອງຮຽນ ແລະ ຫ້ອງອາຫານໃຫ້ເດັກນ້ອຍຊາວ ອາຟຣີກາ

ຍສໝ - ວັນທີ 12 ມິຖຸນາ, ຄະນະປະຕິບັດງານນຳໂດຍທ່ານພົນຕີ ຟ້າມເຈືອງເຊີນ (ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ) ໄດ້ເຂົ້າຮ່ວມພິທີເປີດສະຫຼອງ, ມອບຫ້ອງຮຽນ 30 m2 ຈຳນວນ 2 ຫ້ອງ ແລະ ເຮືອນຄົວໃຫ້ໂຮງຮຽນປະຖົມສຶກສາ E.C.S.S.S.Nyinkuac ຢູ່ Abyei (​ອາ​ຟຣີກາ).

ຫວຽດນາມ ເຂົ້າຮ່ວມງານບຸນອາຫານການກິນ ແລະ ວັດທະນະທຳໃຫຍ່ທີ່ສຸດຂອງ Praha

ຫວຽດນາມ ເຂົ້າຮ່ວມງານບຸນອາຫານການກິນ ແລະ ວັດທະນະທຳໃຫຍ່ທີ່ສຸດຂອງ Praha

ຍສໝ - ວັນ​ທີ 8 ມິຖຸນາ​ນີ້, ສະຖານທູດ​ຫວຽດນາມ ປະຈຳ ​ເຊັກ​ໂກ ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ອາຫານ​ການ​ກິນ ​ແລະ ວັດທະນະທຳ​ຂອງ​ສະຖານທູດ​ຫວຽດນາມ ​ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ Praha 6 ​ໃນ​ຄັ້ງ​ນີ້ ​ແມ່ນ​ງານ​ບຸນ​ອາຫານ​ຕາມ​ຖະໜົນ​ສາກົນ​ທີ່​ໃຫຍ່​ຫຼວງ.

ມິງດຶກ

ເຫດການ
302 Found

Found

The document has moved here.