ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ

10:55 | 10/06/2024

ຍສໝ - ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ Moscow ແລະ Saint Petersburg, ສະຫະພັນລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ
ນັກທ່ອງທ່ຽວສາກົນ ຕື່ນເຕັ້ນເພື່ອສະເຫຼີມສະຫຼອງບຸນເຕັດພື້ນເມືອງຫວຽດນາມ

ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ: ໜ່ວຍ​ງານ​ຈະ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ເຜີຍແພ່ແນະນຳການທ່ອງທ່ຽວ ຫວຽດນາມ ​ໃນ​ປີ 2024 ດ້ວຍ​ຫຼາຍ​ກິດຈະກຳ​ຢູ່​ຕ່າງປະ​ເທດ.

ພິເສດ, ຫວຽດນາມ ຈະເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ Bali Beyond Tourism ຄັ້ງທີ 10 (BBTF) ແຕ່ວັນທີ 12 – 14 ມິຖຸນາ ຢູ່ Nusa Dua, Bali (ອິນໂດເນເຊຍ). ນີ້​ແມ່ນ​ງານ​ລ້ຽງ​ປະຈຳ​ປີ, ​ໃນ​ນັ້ນ​ມີ​ບັນດາ​ເຫດການ​ທີ່​ເຊື່ອມ​ໂຍງ​ໂດຍ​ກົງ​ກັບ​ບັນດາ​ວິ​ສາ​ຫະກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ຄຸນ​ນະພາ​ບ​ໃຫ້​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ MICE, ການທ່ອງທ່ຽວ​ບັນ​ເທິງ ​ແລະ ຜະລິດ​ຕະພັນ​ທ່ອງ​ທ່ຽວ​ພິ​ເສດ.

ຕ່າມນັ້ນ, ແຕ່ວັນທີ 23 ມິຖຸນາ ຫາວັນທີ 3 ກໍລະກົດ ແມ່ນໂຄງການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ຝະລັ່ງ (ປາຣີ), ເຢຍລະມັນ (ແຟຣງເຟີດ) ແລະ ອີຕາລີ (ມິລານ). ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ, ທ້ອງ​ຖິ່ນ ​ແລະ ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ແນະນຳ​ບັນດາ​ນະ​ໂຍບາຍ, ຈຸດໝາຍ​ປາຍທາງ, ຜະລິດ​ຕະພັນ​ການທ່ອງທ່ຽວ​ມຸ່ງ​ໄປ​ເຖິງ​ຕະຫຼາດ​ເອີ​ລົບ.

ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ

​ໂຄງການ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ທ້ອງ​ຖິ່ນ ​ແລະ ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່ ​ແລະ ສ້າງ​ຕັ້ງ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຝະລັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ ​ເວົ້າ​ສະ​ເພາະ ​ແລະ ນັກ​ທ່ອງ​ທ່ຽວ​ເອີ​ລົບ ​ໂດຍ​ທົ່ວ​ໄປ​ມາ​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ກົງກັນຂ້າມ.

ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ ມົດສະກູ ແລະ Saint Petersburg, ລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ; ແນະນຳ​ນະ​ໂຍບາຍ​ການທ່ອງທ່ຽວ​ໃໝ່​ເພື່ອ​ດຶງ​ດູດ ​ແລະ ຟື້ນ​ຟູ​ຈຳນວນ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຫວຽດນາມ.

ພ້ອມ​ກັນ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, “ວັນ​ວັດທະນະທຳ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ປີ 2024” ຈະ​ດຳ​ເນີນ​ຢູ່ 2 ​ເມືອງ​ດັ່ງກ່າວ. ຜ່ານ​ນັ້ນ ປະກອບສ່ວນ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ ຫວຽດນາມ ​ໃຫ້​ປະຊາ​ຄົມ​ລັດ​ເຊຍ ຜ່ານ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ຊົມ​ຮູບ​ເງົາ, ງານ​ວາງສະ​ແດງ, ສຳ​ມະ​ນາ​ໂຄສະນາ​ການທ່ອງທ່ຽວ. ພິ​ເສດ​ແມ່ນ​ຊ່ອງ​ວາງສະ​ແດງ, ​ແນະນຳ​ວັດທະນະທຳ, ທ່ອງ​ທ່ຽວ ດ້ວຍ​ຫົວ​ຂໍ້ “ຫວຽດນາມ - ປະ​ເທດ​ມໍລະດົກ​ໂລກ”; ລາຍການວັນຮູບເງົາຫວຽດນາມ...

ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ເຂັ້ມ​ງວດ, ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ສິລະ​ປະ​ພື້ນ​ເມືອງ ​ແລະ ປະຈຸ​ບັນ. ດ້ວຍ​ເຫດ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ.

​ໃນ 5 ​ເດືອນ​ຜ່ານ​ມາ, ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ບັນລຸ​ເກືອບ 7,6 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 64,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019, ​ເພີ່ມ​ຂຶ້ນ 3,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2019.

ບັນດາຂະແໜງການ​ທັງ​ໝົດ​ພວມ​ສືບ​ຕໍ່​ມານະ​ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 17-18 ລ້ານ​ເທື່ອ​ຄົນ; ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 110 ລ້ານ​ເທື່ອ​ຄົນ (​ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ປະມານ 72,5 ລ້ານ​ຄົນ) ​ໃນ​ປີ 2024. ລວມຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ປະມານ 840.000 ຕື້​ດົ່ງ.

ໃນໄລຍະຈະມາເຖິງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະສືບຕໍ່ສົມທົບກັບບັນດາທ້ອງຖິ່ນເພື່ອພັດທະນາບັນດາແຫຼ່ງທ່ອງທ່ຽວທີ່ມີລະດັບສູງ, ມີຫຼາຍປະສົບການ ດ້ວຍບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງ, ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວ; ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ຈຸດໝາຍ​ປາຍທາງ​ທີ່​ປອດ​ໄພ, ມີ​ອາ​ລະ​ຍະ​ທຳ, ​ເປັນ​ມິດ​ກັບ​ສະພາບ​ແວດ​ລ້ອມ​ສີຂຽວ, ສະອາດ ​ແລະ ສວຍ​ງາມ.

ນອກ​ນີ້, ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ປະດິດ​ສ້າງ​ບັນດາ​ເນື້ອ​ໃນ ​ແລະ ວິທີ​ການ​ໂຄສະນາ ​ແລະ ຊຸກຍູ້​ການທ່ອງທ່ຽວ; ສຸມ​ໃສ່​ພັດ​ທະ​ນາ ​ແລະ ຂຸດ​ຄົ້ນ​ບັນດາ​ຂະ​ແໜງ​ການ​ຕະຫຼາດ​ລູກ​ຄ້າ​ຕາມ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຈຸດ​ໜັກ​ແໜ້ນ​ຂອງ​ຫວຽດນາມ

Tripadvisor ຄັດເລືອກ 2 ສະຖານທີ່ທ່ອງທ່ຽວຫວຽດນາມ ເຂົ້າໃນທອັບສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດໃນໂລກ Tripadvisor ຄັດເລືອກ 2 ສະຖານທີ່ທ່ອງທ່ຽວຫວຽດນາມ ເຂົ້າໃນທອັບສະຖານທີ່ທ່ອງທ່ຽວທີ່ມີຄວາມນິຍົມທີ່ສຸດໃນໂລກ

ຍສໝ - ອ່າວຮະລອງ (ແຂວງກວ໋າງນີງ) ຖືກຈັດຢູ່ອັນດັບທີ 3 ໃນບັນດາສະຖານທີ່ທີ່ໄດ້ຮັບລາງວັນ Best of the Best ຂອງ Travellers’ Choice (ນັກທ່ອງທ່ຽວຄັດເລືອກ).

ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ ນັກຊ່ຽວຊານສິງກະໂປ ສະເໜີຄວາມເຫັນ ໃຫ້ການທ່ອງທ່ຽວຫວຽດນາມ

ຍສໝ - ປະທານ​ກຽດ​ຕິ​ຍົດ​ສະ​ຖາ​ບັນ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ສິງກະ​ໂປ Wong Soon-hwa ໄດ້ຕີ​ລາຄາ​ທີ່​ຕັ້ງ​ການທ່ອງທ່ຽວ​ຂອງຫວຽດນາມ ​ແມ່ນ “ດີ​ທີ່​ສຸດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ​ແຕ່​ຕ້ອງ​ປັບປຸງ​ການ​ຄຸ້ມ​ຄອງ​ຈຸດໝາຍ​ປາຍທາງ.

ຄຳຮຸ່ງ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.