ເຝີຫວຽດ​ນາມ ຈະນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.

07:05 | 13/05/2024

ຍສໝ - ຄາດວ່າ​ ເຝີຫວຽດ​ນາມ ຈະໄດ້ນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.

ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ
ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024 ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024

ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​​ໂຮງ​ແຮມ Serena, ນະຄອນຫຼວງ Islamabad ຂອງປາ​ກິດ​ສະຖານ, ສະມາຄົມບັນດາພັນລະຍາຄະນະນັກການທຸດ (IFWA) ​ໄດ້​ຈັດ​ຕັ້ງ​ເຫດການ "Taste the World".

ເຝີຫວຽດ​ນາມ ຈະນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.


ສະຖານທູດ​ ຫວຽດນາມ ປະຈຳ ​ປາ​ກິ​ດສະຖານ ແນະນຳ​ວັດທະນະທຳ ​ແລະ ອາຫານ ​ຫວຽດນາມ, ພິ​ເສດ​ແມ່ນ ເຝີງົວ.

​ເຫດການ​ດັ່ງກ່າວ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ແນະນຳ, ໂຄສະນາ​ຮີດຄອງ​ປະ​ເພນີ, ວັດທະນະທຳ, ອາຫານ​ການ​ກິນ​ໃຫ້​ແກ່​ເພື່ອນ​ມິດ​ສາກົນ ​ແລະ ປະຈຳຖິ່ນ ໂດຍ​ຜ່ານ​ນັ້ນ ​ແມ່ນ​ເພື່ອສ້າງກອງ​ທຶນ​ໜູນ​ຊ່ວຍ​ປະຊາຊົນ​ທຸກ​ຍາກ, ຜູ້​ດ້ອຍ​ໂອກາດ​ໃນ ​ປາ​ກິດ​ສະຖານ.

ສະຖານທູດ​ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມເຫດການ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ, ສົມທົບ​ກັນ​ແນະນຳ​ວັດທະນະທຳ ​ແລະ ອາຫານ ​ຫວຽດນາມ, ພິ​ເສດ​ ແມ່ນ ເຝີງົວ ແລະ ​ກາ​ເຟ ຫວຽດນາມ. ບັນດາ​ແຂກ​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ ​ແລະ ຈັບໃຈທີ່​ໄດ້ຊິມອາຫານ​ພື້ນ​ເມືອງ​ຂອງ​ຫວຽດນາມ ຢູ່ ປາ​ກິດ​ສະຖານ.

ນ້ຳຊຸບສຳລັບເຝີ ໄດ້ປຸງແຕ່ງຢ່າງລະອຽດລະອໍຈາກທ່ານນາງ ພັນລະຍາເອກອັກຄະລັດຖະທູດ ແລະ ເອື້ອຍນ້ອງໃນສະຖານທູດ. ທ່ານ​ເອກ​ອັກຄະ​ລັດຖະທູດ, ແຂກ​ຖືກ​ເຊີນ​ຫລາຍ​ຄົນ​ໄດ້​ປະ​ຫລາດ​ໃຈ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ຄ່ອງ​ແຄ້ວ​ຂອງ​ອາ​ຫານ​ຫວຽດນາມ ​ເມື່ອ​ໄດ້​ແນະນຳກ່ຽວກັບຂະ​ບວນການ, ວິທີ​ການ​ປຸງແຕ່ງ ແລະ ວີທີຮັບປະທານ​ອາຫານ.

ໂດຍຜ່ານເຫດການຄັ້ງນີ້, ເຝີຫວຽດ​ນາມ ຄາດ​ວ່າ​ຈະໄດ້ນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad.

ສະຖານທູດ ຈະ​ສືບ​ຕໍ່​ຜັນຂະຫຍາຍການແນະນຳ​ບັນດາ​ວິທີ​ປຸງ​ແຕ່ງ ເຝີ ໃຫ້​ບັນດາ​ໂຮງ​ແຮມ​ໃຫຍ່ ​ເພື່ອ​​ເຜີຍ​ແຜ່, ໂຄສະນາ​ອາ​ຫານ​ ຫວຽດນາມ, ພິ​ເສດ​ແມ່ນ ເຝີຫວຽດນາມ ຢູ່ ປາ​ກິດ​ສະຖານ.

ມິງດຶກ

ເຫດການ
302 Found

Found

The document has moved here.