ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ

21:04 | 24/09/2024

ຍສໝ - ໜັງ​ສື​ພິມ Telegraph ຂອງ​ອັງ​ກິດ ​ຫາ​ກໍ່​ຈັດ​​ ຮ່າ​ໂນ້ຍ ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ບັນດາສະຖານທີ່​ທ່ອງ​ທ່ຽວ​ທີ່​ດີ​ທີ່​ສຸດ​ໃນ​ໂລກ, ນໍາມາເຊິ່ງປະ​ສົບ​ການ​ທີ່ສຸດຍອດ​ໃຫ້​ແກ່​ຜູ້ໄປທ່ອງທ່ຽວແບບ​ຄົນ​ດຽວ.

ພັນລະຍາ ໂງເຟືອງລີ ແລະພັນລະຍາ ນາລີ ສີສຸລິດ ໄປຢ້ຽມຢາມສູນອຸປະກະລະເດັກ Birla ຮ່າໂນ້ຍ
ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ຕາມໜັງ​ສື​ພິມ Telegraph ແລ້ວ, ຫວຽດນາມ ແມ່ນປະເທດທີ່ຮັກແພງແຂກຄົນ ແລະ ລາຄາໃຊ້ຈ່າຍກໍ່ເໝາະສົມທີ່ສຸດ. ຄຽງຂ້າງກັນນັ້ນ, ບ່ອນນີ້ກໍ່ມີຫຼາຍສິ່ງທີ່ດຶງດູດສຳລັບບັນດານັກທ່ອງທ່ຽວແບບ "ຄົນດຽວ".

ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ

ນັກ​ທ່ອງ​ທ່ຽວ​ສາ​ກົນໄປ​ຢ້ຽມ​ຢາມ​ ຮ່າ​ໂນ້ຍ.

ໜັງ​ສື​ພິມ Telegraph ຕີລາຄາ ຮ່າໂນ້ຍ ມີລະດັບຄວາມປອດໄພ 4/5 ຄະແນນ, ສະດວກສຳລັບແຂກທ່ອງທ່ຽວແບບຄົນດຽວ 5/5, ວັດທະນະທຳ ແລະ ວົງຄະນະຍາດ 5/5, ຄວາມສາມາດເຂົ້າເຖິງ 5/5 ແລະ ດ້ານພາສາ 3/5.

"Wifi ໃນຕົວເມືອງແມ່ນມີເກືອບທຸກບ່ອນ ແລະ ແຂກທ່ອງທ່ຽວສາມາດຊື້ SIM ໄດ້ຢ່າງງ່າຍດາຍ ດ້ວຍລາຄາຖືກ ເພື່ອນຳໃຊ້ສັນຍານໂທລະສັບ. ໄປ ຮ່າໂນ້ຍ, ແຂກທ່ອງທ່ຽວກໍ່ບໍ່ມີຄວາມຫຍຸ້ງຍາກດ້ານພາສາປານໃດ ເພາະພາສາອັງກິດ ຂ້ອນຂ້າງໃຊ້ທົ່ວໄປ" ໜັງ​ສື​ພິມ Telegraph ຂຽນ.

ກ່ອນໜ້ານັ້ນ, ດານັງ ແລະ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູເປັນໜຶ່ງໃນບັນດາບ່ອນທີ່ດີທີ່ສຸດສຳລັບແຂກທ່ອງທ່ຽວທີ່ໄປຄົນດຽວ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ຕາມການຄັດເລືອກຂອງວາລະສານການທ່ອງທ່ຽວທີ່ມີຊື່ສຽງໃນໂລກ Lonely Planet.

ໂດຍໄດ້ຮູ້ວ່າ 8 ເດືອນປີ 2024, ແຂກທ່ອງທ່ຽວສາກົນມາ ຮ່າໂນ້ຍ ບັນລຸ 3,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 42% ເມື່ອທຽບກັບໄລຍະດຽວກັນປີ 2023.

ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

ຍສໝ - ບັນຊີລາຍຊື່ຂອງ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍມນການໄປທ່ອງທ່ຽວຖືກທີ່ສຸດໃນ ອາຊີ ຫາກໍ່ໄດ້ຮັບການປະກາດໂດຍວາລະສານການທ່ອງທ່ຽວສະຫະລັດ ອາເມລິກາ Travel & Leisure ອີງຕາມລາຄາສະເລ່ຍຂອງຫ້ອງຄູ່ມາດຕະຖານ ແລະ ຄ່າປີ້ຍົນໄປກັບຊັ້ນທຳມະດາ, ໃນໄລຍະແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ.

ເສີມຂະຫຍາຍຖານະທີ່ຕັ້ງ25 ປີຂອງຮ່າໂນ້ຍ - “ນະຄອນເພື່ອສັນຕິພາບ” ໃນເວທີປາໄສສະຫະປະຊາຊາດ

ເສີມຂະຫຍາຍຖານະທີ່ຕັ້ງ25 ປີຂອງຮ່າໂນ້ຍ - “ນະຄອນເພື່ອສັນຕິພາບ” ໃນເວທີປາໄສສະຫະປະຊາຊາດ

ຍສໝ - ວັນ​ທີ 2 ສິງຫາ​ນີ້, ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ນິວຢອກ, ປະທານ​ສະ​ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຄັ້ງ​ທີ 78, ທ່ານ ເດັນນິດ ຟຣານຊິດ (Dennis Francis) ​ໄດ້​ເປັນ​ປະທານ​ເວທີ​ປາ​ໄສ​ລະດັບ​ສູງ​ດ້ວຍ​ຫົວ​ຂໍ້ “ພັດທະນາ​ພື້ນຖານວັດທະນະທຳ​ສັນຕິພາບສຳລັບຄົນ​ລຸ້ນປະຈຸບັນ ແລະ ​ໃນ​ອະນາຄົດ” ​ເພື່ອ​ລະນຶກ​ເຖິງ​ວັນ​ຄົບຮອບ 25 ປີແຫ່ງວັນຜ່ານຖະແຫຼງການ ​ແລະ ​ກິດຈະກໍາການ​ເຄື່ອນ​ໄຫວ​ວັດທະນະທຳ​ສັນຕິພາບ.

ແທງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.