ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ

22:14 | 12/09/2024

ຍສໝ - ວັນ​ທີ 8 ກັນຍາ, ​ໃນ​ຂອບ​ເຂດ​ງານ​ບຸນ​ ຫວຽດນາມ ຢູ່ Kanagawa 2024, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ສົມທົບ​ກັບອຳນາດການປົກຄອງ​ແຂວງ Kanagawa ເພື່ອຈັດ​ຕັ້ງ​ລາຍການ​ແນະນຳ​ການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ລະດູບານໃໝ່ບ້ານເກີດເມືອງນອນ 2025: ບັນດາເຫດການທີ່ອຸດົມສົມບູນຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ

ກ່າວ​ຄຳປາໄສ​ທີ່​ລາຍການ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຕະກວາງດົງ ໃຫ້ຂໍ້ສັງເກດ​ວ່າ ຄວາມ​ຈິງ​ໃຈ, ເປີດໃຈ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ເຮັດ​ໃຫ້ ຫວຽດນາມ ​ແລະ ຍີ່ປຸ່ນ ກາຍ​ເປັນບັນດາຈຸດປາຍທາງທ່ອງ​ທ່ຽວ​ທີ່ນິຍົມຂອງກັນ. ຍີ່ປຸ່ນ​ ຮັກສາ​ທີ່​ຕັ້ງ​ເປັນທ້ອງ​ຕະຫຼາດ​ລູກ​ຄ້າ​ສຳຄັນ​ຂອງ​ຫວຽດນາມ. ມີ​ນັກ​ທ່ອງ​ທ່ຽວ​ ຍີ່ປຸ່ນ 590.000 ເທື່ອ​ຄົນ​ໄປ​ທ່ຽວ​ ຫວຽດນາມ, ມີບາດກ້າວຟື້ນ​ຟູຢ່າງ​ວ່ອງ​ໄວ​ເມື່ອ​ທຽບ​ໃສ່​ກ່ອນ​ໂຄ​ວິດ-19. ພິ​ເສດ, ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ກ່ອນເກີດ​ໂລກ​ລະ​ບາດ. ​ໃນ 7 ​ເດືອນ​ຕົ້ນ​ປີ 2024, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ 380.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 34% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ

ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ (ພາບ: ກົມຮ່ວມມືສາກົນ).

ທ່ານ​ຮອງ​ລັດຖະມົນຕີ​ ແຈ້ງວ່າ ນັບ​ແຕ່​ວັນ​ທີ 15 ສິງຫາ ຫວຽດນາມ ​ໄດ້​ນຳ​ໃຊ້​ວີ​ຊາເອ​ເລັກ​ໂຕນິກ​ໃຫ້​ພົນລະ​ເມືອງ​ທຸກ​ປະ​ເທດ ​ແລະ ເຂດແຄວ້ນ ດ້ວຍ​ເວລາ​ພັກ​ຍາວ​ເຖິງ 90 ວັນ ​ໂດຍສາມາດເຂົ້າອອກເມືອງຫຼາຍເທື່ອ. ພ້ອມ​ກັນ​ນັ້ນ ກໍ່ແກ່ຍາວ​ເວລາ​ພັກເຊົາ​ຊົ່ວຄາວ​ຂອງ​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນວີ​ຊາ​ໂດຍ​ຝ່າຍ​ດຽວ​ຂອງ​ຫວຽດນາມ ​ເປັນ 45 ວັນ. ນະ​ໂຍບາຍ​ເປີດ​ໃຈນີ້ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ປະຊາ​ຄົມ​ໂລກ, ກາຍ​ເປັນໄມ້ງັດທີ່ສຳຄັນ ເພື່ອປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານແຂກ​ທ່ອງ​ທ່ຽວເຂົ້າມາ ​ຫວຽດນາມ. ບົນ​ພື້ນຖານ​ຄວາມສາມາດບົ່ມຊ້ອນທ່າ​ໄດ້​ປຽບ ​ແລະ ​ແຫຼ່ງຊັບພະຍາກອນທ່ອງ​ທ່ຽວ, ພ້ອມ​ກັບບັນດາ​ເງື່ອນ​ໄຂ​ການ​ທ່ອງ​ທ່ຽວ​ທີ່​ສະດວກ, ທ່ານ​ຮອງ​ລັດຖະມົນຕີ ໄດ້ສະແດງຄວາມເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ຈຸດໝາຍປາຍທາງ​ທີ່ເປັນໜ້າສົນໃຈ, ນິຍົມ, ດຶງດູດ​ຄວາມ​ສົນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ ຍີ່​ປຸ່ນ. ພ້ອມ​ກັນ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ ຕະກວາງດົງ ກໍ່ປາດ​ຖະໜາ​ວ່າ ການຈັດ​ຕັ້ງ​ລາຍການ​ແນະນຳ​ການທ່ອງທ່ຽວ​ໃນ​ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ ຍີ່ປຸ່ນ ​ເຂົ້າ​ໃຈກ່ວາ ແລະ ມີ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມກ່ຽວກັບປະ​ເທດຊາດ, ວັດທະນະທຳ ​ແລະ ປະຊາຊົນ ຫວຽດນາມ, ໄປ​ຢ້ຽມ​ຢາມ ​ຫວຽດ​ນາມ ​ໂດຍ​ໄວ​ເພື່ອ​ສໍາ​ຜັດ​ການ​ທ່ອງ​ທ່ຽວ​ໃນເວລາໄວທີ່ສຸດ.

ກ່າວ​ຄຳປາໄສ​ທີ່​ເຫດການ, ທ່ານ Kuroiwa Yuji, ຜູ້ວ່າການແຂວງ Kanagawa ​ໄດ້ສົ່ງຄຳຂອບ​ໃຈ​ບັນດາ​ອົງການ, ຄະນະ, ຂະແໜງການຂອງ ​ຫວຽດນາມ ທີ່​ໄດ້​ຮ່ວມມືເພື່ອງານບຸນ ຫວຽດນາມ ຢູ່ Kanagawa ກໍ່​ຄືງານບຸນ Kanagawa ຢູ່ ຫວຽດນາມ ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງສຳ​ເລັດ​ຜົນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນລະຫວ່າງ​ແຂວງ Kaganawa ກັບ ຫວຽດນາມ, ຊຸກຍູ້ການພົບປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນປັບປຸງການ​ພົວພັນ​ມິດຕະພາບ​, ຄວາມສາມັກຄີລະຫວ່າງ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ ໃຫ້ແໜ້ນແຟ້ນກວ່າອີກ.

ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຕະກວາງດົງ ກ່າວຄຳປາໄສທີ່ເຫດການ. (ພາບ: ກົມຮ່ວມມືສາກົນ).

ທີ່​ລາຍການ, ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ຫວຽດນາມ ​ໄດ້​ແນະນຳ​ບັນດາ​ຈຸດໝາຍປາຍທາງທີ່​ພົ້ນ​ເດັ່ນຂອງ ຫວຽດນາມ ເພື່ອ​ດຶງ​ດູດ​ຊາວ​ ຍີ່ປຸ່ນ ​ມາ​ຢ້ຽມຢາມ, ສຳ​ຜັດ ແລະ ເກັບບັນດາຊ່ວງເວລາທີ່ຫນ້າສົນໃຈທີ່ບໍ່ສາມາດພົບເຫັນໄດ້ຈາກບ່ອນອື່ນ. ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຫວຽດນາມ ກໍ່​ແນະນຳ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່​ຊາວ ຍີ່ປຸ່ນ.

ບັນດາຮູບ​ພາບ​ທີ່​ສວຍ​ງາມ, ມີ​ຄຸນ​ນະ​ພາບ​ດີ, ພ້ອມ​ກັບ​ຮູບ​ເງົາ​ແນະ​ນຳການ​ທ່ອງ​ທ່ຽວ​ ຫວຽດ​ນາມ ທີ່​ໄດ້ສ້າງ​ໃໝ່​ສົມ​ທົບ​ກັບ​ບັນດາການ​ສະ​ແດງຕຸກກະຕານ້ຳ​ພື້ນ​ເມືອງ ແລະ ລາຍການຈົກສະຫຼາກລາງວັນ ໄດ້​ຈັດ​ຕັ້ງ, ແນະນຳ​ຢ່າງ​ເໝາະ​ສົມ, ສ້າງ​ຄວາມ​ດຶງ​ດູດ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ລາຍການ.

ກ່ອນ​ໜ້າ​ນີ້, ງານ​ບຸນ​ສົ່ງເສີມການທ່ອງທ່ຽວ-ວັດທະນະທຳ ຫວຽດນາມ ຢູ່ Kanagawa ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 7 – 8 ກັນຍາ 2024 ຢູ່ສວນສາທາລະນະ Zoo-no-hana, ນະຄອນ Yokohama, ແຂວງ Kanagawa.

ໂດຍຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງ Tokyo, ແຂວງ Kanagawa ມີເນື້ອທີ່ 2,415 ກີໂລຕາເເມັດ ແລະ ມີປະຊາກອນຫຼາຍກວ່າ 9.2 ລ້ານຄົນ, ເປັນຕົວເມືອງທີ່ມີປະຊາກອນຫຼາຍທີ່ສຸດອັນດັບສອງຂອງ ຍີ່ປຸ່ນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ຊາວ​ຫວຽດນາມ ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ Kanagawa ​ໄດ້​ເພີ່ມ​ຂຶ້ນ​ຢ່າງຕໍ່ເນື່ອງ, ​ເຮັດ​ໃຫ້ ​ຫວຽດນາມ ​ກາຍ​ເປັນ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 2 ​ໃນ​ຈຳນວນ 170 ກວ່າ​ປະ​ເທດ/​ເຂດ​ແຄ້ວ​ນ ມີພົນລະ​ເມືອງອາໄສຢູ່ Kanagawa ດ້ວຍກ່ວາ 34.000 ຄົນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ກຸມພາ, ສະຖານກົງສູນ ຫວຽດນາມ ປະຈຳ Osaka (ຍີ່ປຸ່ນ)​ ໄດ້​ສົມທົບ​ກັບ​ສະມາຄົມ​ຊາວ ຫວຽດນາມ ຢູ່ Kansai ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ “ຄວາມ​ເອກອ້າງທະນົງໃຈຂອງ​ພູ​ຜາປ່າໄມ້ ​ແລະ ແມ່ນ້ຳລຳເຊ” ຢູ່ Osaka ຍີ່ປຸ່ນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.