ຂຸດຄົ້ນ tour ທ່ອງທ່ຽວເຊື່ອມຕໍ່ກັບແຂວງຫົວພັນ, ລາວ

12:09 | 13/06/2024

ຍສໝ - ແຂວງ ແທງຮວ໋າ ພວມມຸ່ງໄປເຖິງການກໍ່ສ້າງ, ຂຸດຄົ້ນ tour ທ່ອງທ່ຽວຈຳນວນໜຶ່ງເຊື່ອມຕໍ່ກັບແຂວງຫົວພັນ (ລາວ), ສຸມໃສ່ບັນດາຜະລິດຕະພັນການທ່ອງທ່ຽວຄື: ລົງຕົວຈິງ, ວັດທະນະທຳ-ປະຫວັດສາດ, ນິເວດຊຸມຊົນ.

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ
ບິ່ງດິ້ງ, ຝູອຽນ, ແຄງຮ່ວາ: ສ້າງ tour ທ່ອງທ່ຽວລາຍການດຽວ 3 ສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວ

ໂດຍປະຕິບັດ​ສັນຍາ​ຮ່ວມ​ມື​ປີ 2024 ລະຫວ່າງ​ແຂວງ ແທງຮວ໋າ ​ແລະ ​ແຂວງ ຫົວພັນ (ສປປ ລາວ), ​ແຂວງ ແທງຮວ໋າ ພວມມຸ່ງໄປເຖິງການກໍ່ສ້າງ, ຂຸດຄົ້ນ tour ທ່ອງທ່ຽວຈຳນວນໜຶ່ງເຊື່ອມຕໍ່ກັບແຂວງຫົວພັນ (ລາວ), ສຸມໃສ່ບັນດາຜະລິດຕະພັນການທ່ອງທ່ຽວຄື: ລົງຕົວຈິງ, ວັດທະນະທຳ-ປະຫວັດສາດ, ນິເວດຊຸມຊົນ...

ຂຸດຄົ້ນ tour ທ່ອງທ່ຽວເຊື່ອມຕໍ່ກັບແຂວງຫົວພັນ, ລາວ

ວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງ ແທງ​ຮວ໋າ ໄດ້​ສຳ​ຫຼວດການກໍ່ສ້າງ tour ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ບັນ​ດາ​ຈຸດ​ໝາຍ​ທ່ອງ​ທ່ຽວ​ໃນບໍລິເວນ​ແຂວງ ຫົວ​ພັນ.

ຕາມ​ການ​ນຳ​ຂອງ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແທງ​ຮວ໋າ ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ໜ່ວຍ​ງານ​ຈະ​ເປັນ​ປະທານ, ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ບັນດາ​ວິສາຫະກິດ, ສື່ມວນຊົນສຳຫຼວດ, ລົງຕົວຈິງເພື່ອກໍ່ສ້າງ, ໂຄສະນາບັນດາ tour, ເສັ້ນທາງທ່ອງ​ທ່ຽວເຊື່ອມ​ຕໍ່ສອງແຂວງ ແທງຮວ໋າ - ຫົວພັນ.

ລະອຽດ, ຢູ່​ແຂວງ ແທງ​ຮວ໋າ, ຄະນະ​ຈະ​ສຸມ​ໃສ່​ລົງ​ສຳ​ຫຼວດ​ຫຼາຍ​ຈຸດ​ຄື: ​ເຂດ​ທ່ອງ​ທ່ຽວ​ຊຸມ​ຊົນ​ໝູ່​ບ້ານ ​ງ່າມ, ຖ້ຳ ບໍ່ກຸ໋ງ, ຫໍ ຕື່ໝາ້ຮ່າຍດາວ, ດ່ານຊາຍແດນ ນາແມ່ວ (​ເມືອງ ກ່ວານເຊີນ)... ຢູ່​ແຂວງ​ຫົວ​ພັນ (ລາວ), ຄະນະສຳ​ຫຼວດຢູ່ບ້ານໄກສອນ ພົມວິຫານ (ໃນສວນປະທານໄກສອນ), ທີ່ໝັ້ນຂອງການປະຕິວັດຖ້ຳ ໄກສອນ ພົມວິຫານ, ຖານທີ່ໝັ້ນການປະຕິວັດ ຖ້ຳ ໄກສອນ ພົມວິຫານ, ຫ້ອງປະຊຸມກົມການເມືອງ, ເຮືອນຂອງທ່ານ ໜູຮັກ ພູມສະຫວັນ; ຖ້ຳ ໜູຮັກ ພູມສະຫວັນ; ຖ້ຳຂອງສະເດັດເຈົ້າ ສຸພານຸວົງ (ວຽງໄຊ); ວັດທາດ ວັດໂພໄຊຍາຣາມ, ຕະຫຼາດ ຊຳເໜືອ, ສະໜາມຫຼວງ ຊຳເໜືອ (ຕາແສງ ຊຳເໜືອ)...

ແຂວງ ແທງຮວ໋າ ປາດ​ຖະໜາ​ວ່າ ການ​ຊຸກຍູ້​ການ​ຮ່ວມ​ມື, ເຊື່ອມ​ໂຍງ​ເພື່ອ​ພັດທະນາ​ການທ່ອງທ່ຽວ ​ແທງຮວ໋າ - ຫົວ​ພັນ ຈະ​ເປີດ​ກາລະ​ໂອກາດ​ດຶງ​ດູດ​ແຫຼ່ງຕ້ອນຮັບນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ຫລາຍ​ຂຶ້ນ, ພ້ອມ​ກັນ​ນັ້ນ ກໍ່​ເປີດ​ກາລະ​ໂອກາດ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ຈຸດໝາຍ​ປາຍທາງ, ​ເປັນໄມ້ງັດຊຸກຍູ້​ການ​ພັດທະນາ​ບັນດາຂະແໜງການເສດຖະກິດ​ອື່ນໆ​ຂອງ​ສອງ​ແຂວງ. ຜ່ານ​ນັ້ນ, ກໍ່ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ ຫວຽດ​ນາມ - ລາວ ເວົ້າ​ລວມ ແລະ ສອງ​ທ້ອງ​ຖິ່ນ ແທງ​ຮ​ວ໋າ - ຫົວ​ພັນ ເວົ້າ​ສະ​ເພາະ.

ກ່ອນໜ້ານັ້ນ, ປີ 2019, ແຂວງ ແທງຮວ໋າ ໄດ້ປະກາດ tour ກວານເຊີນ - ວຽງໄຊ ດ້ວຍແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈຫຼາຍແຫ່ງຄື: ນະຄອນ ແທງຮວ໋າ/ນະຄອນ ຊຳເຊີນ - ມໍລະດົກໂລກ ແທງຍ່າໂຮ - ຫ້ວຍປາ ເກີມເລື່ອງ - ປູ່ຫຼວງ - ບ້ານງາ່ມ - ວຽງໄຊ; ນະຄອນ ແທງຮວ໋າ/ນະຄອນ ຊຳເຊີນ - ເຂດຮ່ອງຮອຍປະຫວັດສາດ ລ່າມກິງ - ຖ້ຳ ບໍ່ກຸ໋ງ - ບ້ານງາ່ມ - ວຽງໄຊ; ນະຄອນ ແທງຮວ໋າ/ນະຄອນ ຊຳເຊີນ ​ບ້ານ​ນັງກ໋າດ, ນ້ຳ​ຕົກ​ ມາຮ່າວ - ບ້ານງາ່ມ - ດ່ານຊາຍແດນ ນາແມ່ວ - ວຽງໄຊ... ແຕ່ແນວໃດກໍ່ຕາມ, ຍ້ອນ​ພະຍາດ​ໂຄ​ວິດ-19, ການ​ເຄື່ອນ​ໄຫວ​​ເຊື່ອມ​ຕໍ່, ຂຸດ​ຄົ້ນການ​ທ່ອງ​ທ່ຽວ ​ໄດ້​ຖືກ​ຕັດຕອນຊົ່ວ​ຄາວ.

ໂດຍຕິດກັບແຂວງ ແທງຮວ໋າ, ແຂວງຫົວພັນ ມີເຂດທ່ອງທ່ຽວ 157 ແຫ່ງ, ລວມມີ ເຂດທັດສະນີຍະພາບ 64 ແຫ່ງ, ເຂດທ່ອງທ່ຽວປະຫວັດສາດ 64 ແຫ່ງ ແລະ ເຂດທ່ອງທ່ຽວວັດທະນະທຳ 29 ແຫ່ງ. ໃນນັ້ນ, ຈຸດເດັ່ນທ່ອງທ່ຽວທີ່ສຳຄັນຂອງເມືອງ ວຽງໄຊ - ນະຄອນຫຼວງຕໍ່ຕ້ານທີ່ມີຊື່ສຽງຂອງລາວ ໄດ້ ແລະ ພວມກາຍເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນິຍົມຫຼາຍ.

ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour ຂະ​ແໜງ​ທ​າງລົດ​ໄຟ​ເພີ່ມ​ລົດ​ໄຟ ຫາຍ​ຟ່ອງ-ຮ່າ​ໂນ້ຍ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ food tour

ຍ​ສ​ໝ - ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ໂດຍສານ, ບໍລິສັດ​ຫຸ້ນ​ສ່ວນ​ຂົນ​ສົ່ງ​ທາງ​ລົດ​ໄຟ​ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ, ຈະເພີ່ມ​​ລົດ​ໄຟ HP4 ​​ເສັ້ນ​ທາງ ຫາຍ​ຟ່ອງ - ຮ່າ​ໂນ້ຍ ຕື່ມອີກ.

City tour - ທ່າອ່ຽງທ່ອງທ່ຽວ “ພົ້ນເດັ່ນ” ຢູ່ນະຄອນ ຫາຍຟ່ອງ City tour - ທ່າອ່ຽງທ່ອງທ່ຽວ “ພົ້ນເດັ່ນ” ຢູ່ນະຄອນ ຫາຍຟ່ອງ

ມີນັກທ່ອງທ່ຽວຫຼາຍຄົນມາຈາກນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງເຂດໃກ້ຄຽງມາ ຫາຍຟ່ອງ ເພື່ອຮັບປະທານບັນດາເຍື່ອງອາຫານຢູ່ເຂດຖະໜົນທີ່ເປັນເອກະລັກສະເພາະ.

ມິງດຶກ

ເຫດການ
302 Found

Found

The document has moved here.