ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

13:51 | 07/08/2024

ຍສໝ - ບັນຊີລາຍຊື່ຂອງ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍມນການໄປທ່ອງທ່ຽວຖືກທີ່ສຸດໃນ ອາຊີ ຫາກໍ່ໄດ້ຮັບການປະກາດໂດຍວາລະສານການທ່ອງທ່ຽວສະຫະລັດ ອາເມລິກາ Travel & Leisure ອີງຕາມລາຄາສະເລ່ຍຂອງຫ້ອງຄູ່ມາດຕະຖານ ແລະ ຄ່າປີ້ຍົນໄປກັບຊັ້ນທຳມະດາ, ໃນໄລຍະແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ.

ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.
ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຕາມບັນຊີລາຍຊື່​ນີ້, ນະຄອນ ​ໂຮ່ຈີ​ມິນ ຢືນ​ອັນ​ດັບ​ທີ 2 ດ້ວຍ​ຄ່າໃຊ້ຈ່າຍໃນ​ການ​ເດີນທາງ​ສະ​ເລ່ຍປະມານ 1.452 USD; ນະຄອນຫຼວງ ​ຮ່າ​ໂນ້ຍ ​ໄດ້​ຈັດ​ອັນ​ດັບ​ທີ 9 ດ້ວຍ​ຍອດ​ຄ່າ​ການ​ເດີນທາງ​ປະມານ 1.546 USD.

ຜູ້ຊ່ຽວຊານຈາກ Travel & Leisure ພິນິດໄສວ່າ: ສາຍການບິນກົງຈາກນະຄອນ ໂຮ່ຈີມິນ ໄປ San Francisco ໄດ້ຊ່ວຍປະຫຍັດຄ່າໃຊ້ຈ່າຍຫຼາຍໃຫ້ສໍາລັບນັກທ່ອງທ່ຽວ (ລາຄາປີ້ໄປກັບປະມານ 660 USD). ນອກ​ຈາກນັ້ນ, ລາຄາ​ອາຫານ ​ແລະ ທີ່​ພັກ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ເໝາະ​ສົມ​ທີ່​ສຸດ. ທ່າໄດ້ປຽບຂອງການບໍລິການທີ່ພັກເຮັດໃຫ້ຕົວເມືອງນີ້ກາຍເປັນຈຸດຫມາຍປາຍທາງທີ່ດີສໍາລັບຜູ້ທີ່ມີງົບປະມານຈໍາກັດ.

ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ນອນໃນ 10 ຕົວເມືອງທີ່ມີຄ່າໃຊ້ຈ່າຍການທ່ອງທ່ຽວຖືກກວ່າໝູ່ຢູ່ ອາຊີ

​ວັນ​ມ໊ຽວ - ກວັ໋ກ​ຕື​ຢ໋າມ ​ແມ່ນ​ຈຸດໝາຍປາຍທາງທີ່ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ໃນໄລຍະທີ່ຜ່ານມາ​, ຫວຽດນາມ ​ໄດ້​ພົ້ນ​ເດັ່ນ​ໃນ​ສື່​ມວນ​ຊົນ​ສາກົນດ້ວຍການຕີລາຄາວ່າ ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ມີ​ອາຫານ​ແຊບໆ ​ແລະ ລາຄາ​ຖືກ, ພະຫະນະ​ຄົມມະນາຄົມ​ສາທາລະນະ​ສະດວກ; ທາງເລືອກທີ່ພັກອາໄສທີ່ຫຼາກຫຼາຍຈາກລາຄາທຳມະດາເຖິງລາຄາສູງ ແມ່ນລ້ວນແຕ່ຖືກກວ່າຖ້າທຽບລວມໃນພາກພື້ນ.

ສ່ວນຢູ່ເຂດ ອາຊີຕາເວັນອອກສ່ຽງໃຕ້, ມີ Jakarta (ອິນໂດເນເຊຍ), Bangkok (ໄທ), Manila (ຟີລິບປິນ), Kuala Lumpur (ມາເລເຊຍ) ຢູ່ໃນອັນດັບທີ 3, 5, 6 ແລະ 8 ຕາມລໍາດັບ.

ກ່ອນຫນ້ານັ້ນ, ເວທີການທ່ອງທ່ຽວອອນລາຍ Tripadvisor ຍັງໄດ້ປະກາດບັນຊີລາຍຊື່ 15 ຕົວເມືອງທີ່ມີອາຫານທີ່ຫນ້າສົນໃຈທີ່ສຸດໃນໂລກ. ຕາມ​ນັ້ນ​ແລ້ວ, ຮ່າ​ໂນ້ຍ ​ແມ່ນສະຖານທີ່​ຕາງໜ້າ​ພຽງ​ແຫ່ງ​ດຽວ​ຂອງ ຫວຽດນາມ ​ໃນ​ບັນຊີ​ລາຍ​ຊື່​ນີ້.

​ໃນ​ຕົ້ນ​ປີ​ນີ້, ວາລະສານ​ທ່ອງ​ທ່ຽວ Condé Nast Traveler ​ກໍ່ໄດ້ຈັດ​ລາຍ​ຊື່ 21 ສະຖານ​ທີ່​ທ່ອງ​ທ່ຽວ​ຖືກ​ທີ່​ສຸດໃຫ້ນັກທ່ອງທ່ຽວ, ​ໃນ​ນັ້ນມີທັງ ຫວຽດນາມ.

ຂໍ້ມູນຈາກກົມການທ່ອງທ່ຽວແຫ່ງຊາດ ເປີດເຜີຍໃນວັນທີ 29 ກໍລະກົດ ໃຫ້ຮູ້ວ່າ: ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ກໍລະກົດ ບັນລຸ 1,15 ລ້ານເທື່ອຄົນ. ​ໃນ 7 ​ເດືອນ​ຕົ້ນ​ປີ, ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ເກືອບ 10 ລ້ານ​ເທື່ອ​ຄົນ.

ຂໍ້ມູນຈາກກົມການທ່ອງທ່ຽວແຫ່ງຊາດຍັງສະແດງໃຫ້ເຫັນວ່າ ທ້ອງຕະຫຼາດ ເອີຣົບ ຫຼາຍແຫ່ງສືບຕໍ່ເຕີບໂຕສຳລັບຈຳນວນນັກທ່ອງທ່ຽວໃນເດືອນ ກໍລະກົດ ເຊັ່ນ ອີຕາລີ ເພີ່ມຂຶ້ນ 61% (ທຽບກັບເດືອນ ມິຖຸນາ), ໂຮມແລນ ເພີ່ມຂຶ້ນ 50%, ສະເປນ ເພີ່ມຂຶ້ນ 38%, ຝລັ່ງ ເພີ່ມຂຶ້ນ 33%. ປະເທດອື່ນໆເຊັ່ນ: ເດນມາກ, ແບນຊິກ, ນໍເວ, ເຢຍລະມັນ ແລະ ອັງກິດ ເພີ່ມຂຶ້ນ 21-27%. ລັດເຊຍ ​ມີຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ສູງ​ທີ່​ສຸດ​ໃນກຸ່ມ ​ເອີ​ລົບ 75%.

ທ້ອງຕະຫຼາດສ່ວນຫຼາຍໃນ ເອີຣົບ ຍັງສືບຕໍ່ຂະຫຍາຍຕົວຢ່າງແຮງຍ້ອນປະສິດທິຜົນຂອງນະໂຍບາຍວີຊາ, ການເຂົ້າ-ອອກເມື່ອງທີ່ສະດວກ ນໍາໃຊ້ຕັ້ງແຕ່ເດືອນ ສິງຫາ ປີ 2023 ພ້ອມດ້ວຍກິດຈະກໍາສົ່ງເສີມການທ່ອງທ່ຽວຫຼາຍຢ່າງ, ຕາມສະຖິຕິຂອງກົມການທ່ອງທ່ຽວ.

ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດ ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ມາ ​ຫວຽດ​ນາມ ກໍ່​ບັນ​ລຸ​ການ​ເຕີບ​ໂຕ​ທີ່​ດີ​ໃນ​ເດືອນ ​ກໍ​ລະ​ກົດ​ ເຊັ່ນ ອິນ​ໂດ​ເນ​ເຊຍ ເພີ່ມ​ຂຶ້ນ 107%, ຟີ​ລິບ​ປິນ ເພີ່ມ​ຂຶ້ນ 58%.

ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.

ໝຸຍແໜ໋ (ບິ່ງທ້ວນ) ນອນໃນ top 5 ຈຸດປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ ຢູ່ ອາຊີ - ປາຊີຟິກ.

ຍສໝ - ໜ້າ Booking.com, ເວັບໄຊທ່ອງທ່ຽວອອນໄລແຖວໜ້າຂອງໂລກ ຫາກໍປະກາດບັນຊີລາຍຊື່ຈຸດຫມາຍປາຍທາງທີ່ເປັນເອກະລັກສະເພາະ, ແປກຕາແປກໃຈ, ນຳການລົງຕົວຈິງແບບຫຼູຫຼາລະດັບໂລກມາຍັງພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ທີ່ມີ​ຈຸດໝາຍ​ປາຍທາງ​ທີ່ໄດ້ຮັບການກ່າວ​ ນັ້ນແມ່ນ ໝຸຍແໜ໋ (ຟ່ານທ໋ຽດ, ບິ່ງທ້ວນ)

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...

ມິງດຶກ

ເຫດການ
302 Found

Found

The document has moved here.