ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄດ້ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່​ ມົງ​ໂກ​ລີ

00:00 | 01/10/2024

ຍສໝ -​ ວັນ​ວັດທະນະທຳ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ ມົງ​ໂກ​ລີ ປະກອບສ່ວນຢ່າງສຳຄັນ, ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ນ້ຳໃຈມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​​ຮ່ວມ​ມືຄູ່ຮ່ວມມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ມົງ​ໂກ​ລີ ທີ່ໄດ້ຮັບການສ້າງຕັ້ງໃນການໄປຢ້ຽມ​ຢາມ ​ມົງ​ໂກລີ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ.

Maysa - ນັກ​ສຶກ​ສາຕ່າງປະເທດ​ນຳບັນດາຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ​ມາ​ສູ່ປະເທດ​ລາວ
ນັກ​ສຶກ​ສາ ຮ່າ​ໂນ້ຍ - ຟູ​ກູ​ໂອ​ກະ ພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະການ​ສຶກ​ສາ

ວັນທີ 30 ກັນຍາ 2024, ທີ່ໂຮງລະຄອນ Opera ແລະ Ballet, ນະຄອນຫຼອງ Ulan Bator, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີ ມົງໂກລີ Ukhnaagiin Khürelsükh ພ້ອມກັນກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ - ມົງໂກລີ ໄດ້ເຂົ້າຮ່ວມພິທີເປີດວັນວັດທະນະທຳ ຫວຽດນາມ ຢູ່ ມົງໂກລີ ເນື່ອງໃນໂອກາດສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ ຫວຽດ​ນາມ - ມົງ​ໂກລີ.

ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄດ້ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່​ ມົງ​ໂກ​ລີ

ຫວຽດນາມ - ມົງ​ໂກລີ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ຢືນຢັນ​ວ່າ ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ມົງ​ໂກ​ລີ ຢ່າງເປັນທາງການ 70 ປີ​ກ່ອນ​ ໄດ້​ເປີດ​ໜ້າປະຫວັດສາດ​ໃໝ່​ທີ່​ສຳຄັນຍິ່ງ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ການ​ນຳ, ປະຊາຊົນຂອງສອງປະເທດ. ການ​ຢ້ຽມຢາມ ມົງ​ໂກ​ລີ ຂອງ​ປະທານ​ໂຮ່ຈິ​ມິນ ປີ 1955 ໄດ້​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປັບປຸງ, ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ການຢ້ຽມຢາມ ມົງໂກລີ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ໄດ້ເປີດໜ້າໃໝ່ເມື່ອ 2 ປະເທດ ຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຮອບດ້ານ, ສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງ, ໃນນັ້ນມີຂົງເຂດວັດທະນະທຳ, ທ່ອງທ່ຽວ.

ຢືນຢັນ​ບົດບາດ​ຂອງ​ການ​ຮ່ວມ​ມື​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ເນັ້ນ​ໜັກ​ວ່າ ວັນ​ວັດທະນະທຳ ຫວຽດນາມ ຢູ່ ມົງ​ໂກ​ລີ ຄັ້ງນີ້ ແມ່ນ​ຂີດ​ໝາຍ​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ພັດທະນາການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ມົງ​ໂກ​ລີ.

ກ່າວ​ຄຳປາໄສ​ທີ່​​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ ​ແລະ ຊາວ​ໜຸ່ມ ມົງ​ໂກ​ລີ Chinbat Nomin ຢືນຢັນ​ວ່າ ຈາກ​ການ​ພົວພັນ​ມິດຕະພາບ​ອັນຍາວນານ ແລະ ຄວາມເຄົາລົບ​ນັບຖື​ປະຫວັດສາດ, ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ​, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ມົງ​ໂກ​ລີ ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ປະຈຸ​ບັນ ສືບ​ຕໍ່​ໄດ້​ຮັບ​ການເປີດກ້ວາງ, ເພີ່ມທະວີ, ໃນນັ້ນ ມີວັດ​ທະ​ນະ​ທໍາ, ​ການ​ທ່ອງ​ທ່ຽວ.

ໂດຍສະແດງຄວາມຊົມ​ເຊີຍຕໍ່ການ​ສອງຝ່າຍລົງ​ນາມ ​ແລະ ຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ທ່ານ​ລັດຖະມົນຕີ Chinbat Nomin ​ເນັ້ນ​ໜັກ​ວ່າ ວັນ​ວັດທະນະທຳ ຫວຽດນາມ ຢູ່ ມົງ​ໂກ​ລີ ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມທາງລັດຖະກິດໄປຍັງ ມົງໂກລີ ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ສືບ​ຕໍ່​ເປັນ​ຫຼັກຖານພະຍານໃຫ້​ແກ່​ການ​​ຮ່ວມ​ມື​ລະຫວ່າງ 2 ປະ​ເທດໃຫ້ນັບມື້ນັບພັດທະນາ. ເຫດການ​ນີ້​ ໄດ້​ຮັບ​ຄວາມ​ຕ້ອນຮັບຢ່າງຈິງໃຈຈາກ​ປະຊາ​ຄົມ​ ມົງ​ໂກລີ ຄືການ​ຕອບ​ສະໜອງ​ໂຄງການ “Go Monglia” ໂດຍ ມົງ​ໂກລີ ​ຈັດ​ຂຶ້ນ​ໃນ​ເດືອນເມສາ 2024 ຢູ່​ນະຄອນ​ໂຮ່ຈິ​ມິນ.

ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄດ້ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່​ ມົງ​ໂກ​ລີ

ການສະແດງສິລະປະໃນລາຍການ.

ພາຍຫຼັງ​ພິທີ​ເປີດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ​ທ່ານປະ​ທານາທິບໍດີ ມົງໂກລີ ພ້ອມກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ 2 ປະ​ເທດ ແລະ ຜູ້​ຊົມ ​ໄດ້​ຊົມ​ເຊີຍ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ສີສັນຫວຽດ” ສະແດງໂດຍ​ໂຮງ​ລະ​ຄອນ​ເພງ, ຟ້ອນ, ດົນ​ຕີ​ຫວຽດ​ນາມ. ດ້ວຍ​ການ​ນຳ​ໃຊ້​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ພົ້ນເດັ່ນ​ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ​ ຄື T'rưng, ພິນຫີນ, ອູ້, ພິນສາຍດຽວ... ແລະ ໄດ້ປະສານສຽງ, ສົມທົບບັນດາເຄື່ອງດົນຕີເປົ່າຕາມແບບທັນສະໄໝ, ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ແນະນຳຮູບພາບຫວຽດນາມ ສັນຕິພາບ, ສະຖຽນ​ລະ​ພາບ, ອຸດົມສົມບູນ​ໄປ​ດ້ວຍ​ຄວາມ​ສາມາດ​ພັດທະນາ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພ້ອມ​ກັນ​ນັ້ນ ກໍ່​ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ; ຍົກສູງ​ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ “ຮັກແພງແຂກຄົນ, ປອງດອງກັນ ແລະ ຄວາມຮັກແພງ”.

ນອກຈາກ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດນາມ, ບັນດາ​ນັກ​ສິລະ​ປິນ​ໄດ້​ສະ​ແດງ​ບັນດາ​ລາຍການ​ສະ​ແດງ​ທີ່ມີຊື່ສຽງຂອງໂລກ ແລະ ມົງໂກລີ, ໄດ້​ສະ​ແດງ​ໃຫ້​ເຫັນ​ການ​​ປະສົມປະສານດ້ານ​ວັດທະນະທຳ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ໄລຍະ​ໃໝ່. ດ້ວຍ​ຄວາມ​ສາມາດບັນຈຸທີ່​ນັ່ງ​ໄດ້​ເກືອບ 600 ​ບ່ອນ, ​ໂຮງ​ລະຄອນ Opera ແລະ Ballet ມົງໂກລີ ບໍ່​ມີ​ບ່ອນໃຫ້ນັ່ງ​ອີກ​ແລ້ວ ​ແລະ ສຽງ​ຕົບມື​ບໍ່​ມີ​ທີ່​ສິ້ນ​ສຸດ​ແມ່ນ​ຫຼັກ​ຖານ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ຂອງ​ລາຍການ​ສິລະ​ປະ ​ແລະ ຄວາມ​ຮູ້ສຶກ​ຮັກ​ແພງ​ຂອງ​ຜູ້​ຊົມ​ ມົງໂກລີ, ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ນັກ​ສິລະ​ປິນ ຫວຽດນາມ.

ກ່ອນ​ໜ້າ​ນັ້ນ, ຢູ່​ໂຮງ​ລະຄອນ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ທ່ານປະ​ທານນາທິບໍດີ ມົງໂກລີ ພ້ອມກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ 2 ປະ​ເທດ ແລະ ຜູ້​ຊົມ​ ໄດ້​ໄປ​ຢ້ຽມຢາມພື້ນທີ່ວາງສະ​ແດງ, ​ໄດ້​ວາງສະ​ແດງ​ບັນດາ​ຜົນງານ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ມໍລະດົກ​ທຳ​ມະ​ຊາດ, ມໍລະດົກ​ວັດທະນະທຳຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຈົດ​ທະບຽນ​ໂດຍ UNESCO ເປັນ​ມໍລະດົກ​ໂລກ, ພ້ອມ​ກັບ​ບັນດາ​ປະ​ເພດ, ນາມມະຍົດ ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO, ເຄື່ອງຫັດຖະກຳ​ສິລະປະ ຫວຽດນາມ...

ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ໄດ້ຈັດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່​ ມົງ​ໂກ​ລີ

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ທ່ານປະ​ທານນາທິບໍດີ ມົງໂກລີ ພ້ອມກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ 2 ປະ​ເທດ ແລະ ຜູ້​ຊົມ​ ໄດ້​ໄປ​ຢ້ຽມຢາມພື້ນທີ່ວາງສະ​ແດງ, ​ໄດ້​ວາງສະ​ແດງ​ບັນດາ​ຜົນງານ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ມໍລະດົກ​ທຳ​ມະ​ຊາດ, ມໍລະດົກ​ວັດທະນະທຳຢູ່ ຫວຽດນາມ

ບັນດາ​ມໍລະດົກ​ໄດ້ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ຢ່າງ​ກົມກຽວ​ລະຫວ່າງ​ການ​ຮັກສາ​ເອກະລັກ​ວັດທະນະທຳປະເທດຊາດກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ອະນຸລັກ​ຮັກສາ​ຄວາມຫຼາຍຮູບຫຼາຍແບບດ້ານຊີວະພາບ ແລະ ການ​ພັດທະນາ​ເສດຖະກິດ. ທີ່​ງານ​ວາງສະ​ແດງ ໄດ້ວາງສະແດງບັນດາ​ຮູບ​ພາບ ນະຄອນ​ຮ່າ​ໂນ້ຍ, ​ໂຮ້ຍອານ, ດານັງ - ບັນດານະຄອນ​​ປະດິດ​ສ້າງ UNESCO, ​ໄດ້​ສະ​ແດງ​ໃຫ້​ເຫັນການເຄື່ອນໄຫວຂອງ​ມໍລະດົກ, ​​ເຊິ່ງຢູ່ນັ້ນ ວັດທະນະທຳ ​ແລະ ຄວາມ​ຄິດ​ສ້າງສັນ​ກາຍ​ເປັນ​ກຳລັງຜັກດັນຂອງ​ການ​ພັດທະນາ.

ພາຍຫຼັງລາຍການ​ສິລະ​ປະ​ພິທີ​ເປີດ​, ບັນດານັກ​ສິລະ​ປິນຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກປ່ຽນ​ການ​ສະ​ແດງ​ທີ່​ງານ​ລ້ຽງ​ຂັ້ນລັດຕ້ອນຮັບ​ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ປະທານາທິບໍດີ ມົງ​ໂກ​ລີ ​ເປັນ​ປະທານ. ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຫວຽດນາມ ສືບ​ຕໍ່ໄດ້ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ Sukhbaatar, ນະຄອນຫຼວງ Ulan Bator ​ເພື່ອ​ຮັບ​ໃຊ້​ປະຊາຊົນ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.