World Travel Awards ເຊີດຊູ ກຸກເຟືອງ ເປັນ​ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024

13:17 | 09/09/2024

ຍສໝ​ - ຫວ່າງ​ມໍ່ໆ​ມາ​ນີ້, ອົງການ​ລາງວັນ​ທ່ອງ​ທ່ຽວ​ໂລກ​ (World Travel Awards) ໄດ້ເຊີດຊູ ກຸກເຟືອງ ​ເປັນ "ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024".

ສີ່ໜ້າທີ່​ສຳຄັນ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ຢູ່​ນະຄອນ ຮ່າ​ໂນ້ຍ ​ໃນ 6 ​ເດືອນ​ທ້າຍ​ປີ
ສົມທົບກັນຈັດຕັ້ງວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2024 ຢູ່ນະຄອນ ເກີນເທີ

ຂໍ້ມູນຈາກປ່າສະຫງວນແຫ່ງຊາດ ກຸກເຟືອງ ສະໜອງວ່າ ໃນພິທີ​ມອບ​ລາງວັນທີ່​ໄດ້ຮັບການຈັດຕັ້ງໂດຍ World Travel Awards ໃນ​ຕອນ​ຄ່ຳ​ວັນ​ທີ 3 ກັນຍາ​ ຢູ່​ Manila, ​ຟີ​ລິບ​ປິນ, ປ່າສະຫງວນແຫ່ງຊາດ ກຸກເຟືອງ ຂອງ​ ຫວຽດນາມ ​ໄດ້​ລື່ນ​ກາຍຫຼາຍຄູ່ແຂ່ງທີ່ແຂ່ງຂັນອື່ນໆໃນ​ໂລກ​ຄື: ປ່າສະຫງວນ​ແຫ່ງ​ຊາດ Fuji-Hakone-Izu ຂອງ ຍີ່ປຸ່ນ, ປ່າສະຫງວນແຫ່ງຊາດ Chitwan ຂອງ ເນປານ, ປ່າສະຫງວນແຫ່ງຊາດ Minnieriya ຂອງ ສີລັງກາ, ປ່າສະຫງວນແຫ່ງຊາດ Kinabalu ແລະ Taman Negara ຂອງ ມາເລເຊຍ ແລະ ປ່າສະຫງວນແຫ່ງຊາດ ກ໋າດຕ່ຽນ ຂອງ ຫວຽດນາມ ເພື່ອໄດ້ຮັບການເຊີດຊູໃນປະເພດປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ປີ 2024 (Asia's Leading National Park 2024). ນີ້​ກໍ່​ແມ່ນ​ຄັ້ງ​ທີ 6 ລຽນຕິດ​ນັບ​ແຕ່​ປີ 2019 ທີ່​ປ່າ​ສະຫງວນ​ແຫ່ງ​ຊາດ ​ກຸກ​ເຟືອງ ​ໄດ້​ຮັບ​ນາມມະຍົດ​ອັນ​ສູງ​ສົ່ງ​ນີ້.

World Travel Awards ເຊີດຊູ ກຸກເຟືອງ ເປັນ​ປ່າສະຫງວນແຫ່ງຊາດແຖວ​ໜ້າ​ຂອງ ​ອາຊີ​ ໃນ​ປີ 2024

ປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ເຊີດຊູໃນປະເພດປ່າສະຫງວນແຫ່ງຊາດແຖວໜ້າຂອງ ອາຊີ ປີ 2024 (Asia's Leading National Park 2024). (ພາບ: World Travel Awards).

ອີງ​ຕາມບັນດາ​ເງື່ອນ​ໄຂກ່ຽວກັບ​ເຂດ​ປ່າ​ທຳ​ມະ​ຊາດ​ຢູ່​ເທິງ​ພູ​ຫີນ​ປູນ, ດ້ວຍ​ຖາ​ນະ​ເປັນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ ຫວຽດ​ນາມ; ປ່າສະຫງວນແຫ່ງຊາດ ກຸກເຟືອງ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາຫົວໜ່ວຍພາລະກິດສາທາລະນະຂອງລັດ ທີ່ໄດ້ ແລະ ພວມນຳໃຊ້ແຫຼ່ງກຳລັງລົງທຶນຂອງລັດຖະບານ, ການໜູນຊ່ວຍຈາກບັນດາອົງການພາຍໃນ ແລະ ສາກົນຢ່າງມີປະສິດທິຜົນ. ດ້ວຍທິດນຳເອົາປະສິດທິ​ຜົນ ​ແລະ ອະນຸລັກຊີວະພາບອັນຫຼາກຫຼາຍ ເປັນ​ຜະລິດ​ຕະພັນ​ຮັບ​ໃຊ້​ການ​ຄົ້ນ​ຄ້ວາ​ວິທະຍາສາດ, ສຶກສາ​ສິ່ງ​ແວດ​ລ້ອມ​ປ່າ, ການ​ບໍລິການ​ການທ່ອງທ່ຽວນິເວດ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ພັດທະນາການຫາລ້ຽງຊີບ​ຊຸມ​ຊົນ, ພ້ອມ​ທັງ​ປະກອບສ່ວນ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄວ, ສີຂຽວ, ຍືນ​ຍົງ. ລາງວັນ​ນີ້​ ສືບ​ຕໍ່​ຢືນຢັນຄວາມຈັບໃຈ​ຂອງ​ການທ່ອງທ່ຽວ​ນິ​ເວດ - ການ​ທ່ອງ​ທ່ຽວ​ປະ​ເພດ​ນີ້​ ​ໄດ້ ແລະ ພວມຮັບ​ການ​ຂຸດ​ຄົ້ນ​ຢູ່​ບັນດາ​ປ່າ​ສະ​ຫງວນ​ແຫ່ງ​ຊາດ, ເຂດ​ອະ​ນຸ​ລັກ​ຢູ່​ຫວຽດ​ນາມ. ນີ້​ແມ່ນກຳລັງຜັກດັນ​ອັນ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ປ່າ​ໄມ້​ຂອງ​ຫວຽດນາມ ສືບ​ຕໍ່​ພັດທະນາ​ຢ່າງ​ເຂັ້ມແຂງ, ເພື່ອຊຸກຍູ້ ​ແລະ ເສີມຂະຫຍາຍລັກສະນະປະໂຫຍດທີ່ຫຼາກຫຼາຍຂອງປ່າໄມ້; ພ້ອມ​ກັນ​ນັ້ນ, ກໍ່ຕັ້ງຫວັງ​ວ່າ​ຈະ​ແມ່ນ​ກາລະ​ໂອກາດ​ທອງເພື່ອ​ໂຄສະນາຮູບ​ພາບກ່ຽວກັບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ການທ່ອງທ່ຽວ​ ຫວຽດນາມ ​ໄປ​ທົ່ວ​ໂລກ.

ລາງວັນການທ່ອງທ່ຽວໂລກແມ່ນລາງວັນແຖວໜ້າຂອງໂລກໃນຂະແໜງການທ່ອງທ່ຽວ ທີ່ໄດ້ຈັດຕັ້ງເປັນປະຈຳປີນັບຕັ້ງແຕ່ປີ 1993. ມາຮອດປັດຈຸບັນ, ລາງວັນດັ່ງກ່າວ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີອິດທິພົນ ແລະ ​ເປັນ​ກຽດ​ທີ່​ສຸດ​ໃນ​ໂລກ​ໃນ​ການ​ເຊີດຊູບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ໃນ​ທຸກ​ຂົງ​ເຂດ. ລາງວັນນີ້ ຍັງຖືວ່າເປັນລາງວັນ Oscar ຂອງການທ່ອງທ່ຽວໂລກ.

ປ່າສະຫງວນແຫ່ງຊາດ ກຸກເຟືອງ ມີເນື້ອທີ່ 22.408 ເຮັກຕາ, ຕັ້ງໃນບໍລິເວນຂອງ 14 ຕາແສງ, 4 ເມືອງຂຶ້ນກັບ 3 ແຂວງຄື: ນິງບິ່ງ, ຮວາບິ່ງ ແລະ ແທງຮວາ. ປ່າສະຫງວນນີ້ມີລັກສະນະເປັນປ່າດົງດິບເຂດຮ້ອນທີ່ມີຄຸນຄ່າທາງດ້ານຊີວະນາໆພັນອັນລ້ຳຄ່າ, ແມ່ນໜຶ່ງໃນສະຖານທີ່ທີ່ມີລັກສະນະຊີວະພາບອັນຫຼາກຫຼາຍສູງຂອງ ຫວຽດນາມ ດ້ວຍສັດ, ພຶກສາສາດທີ່ມີຄ່າຫາຍາກຫຼາຍຊະນິດ ທີ່ມີຊື່ໃນປຶ້ມປົກແດງຂອງ ຫວຽດນາມ. ນອກ​ຈາກ​ຄວາມ​ຫຼາກ​ຫຼາຍ​ຂອງ​ພືດ​ຊະ​ນິດຕ່າງໆ​ແລ້ວ, ເຂດລະບົບ​ສັດ​ຂອງ ​ກຸ​ກ​ເຟືອງ ​ຍັງ​ມີ​ຄວາມ​ອຸດົມສົມບູນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ.

ຄຽງ​ຂ້າງ ​ກຸ​ກ​ເຟືອງ, World Travel Awards ໄດ້ເຊີດຊູ ຮ່າ​ຢາງ ​ເປັນ​ຈຸດໝາຍປາຍທາງວັດທະນະທຳ​ແຖວ​ໜ້າ​ຂອງ​ອາຊີ; ນະຄອນ ໂຮ່ຈິ​ມິນ ​ແມ່ນ​ຈຸດໝາຍປາຍທາງທ່ອງທ່ຽວດຳເນີນທຸລະກິດແຖວ​ໜ້າ​ຂອງ​ ອາຊີ; ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວາງນາມ ໄດ້ຮັບນາມມະຍົດໃນໝວດອົງການຄຸ້ມຄອງການທ່ອງທ່ຽວທ້ອງຖິ່ນແຖວໜ້າຂອງອາຊີ 2024; ໂຮ້ຍອານ-ກວາງນາມ ໄດ້ຮັບນາມມະຍົດເປັນ​ຈຸດໝາຍປາຍທາງນະຄອນວັດທະນະທໍາແຖວໜ້າຂອງອາຊີ ເປັນຄັ້ງທີ 5; Vietravel ໄດ້ຮັບ 3 ລາງວັນກ່ຽວກັບການທ່ອງທ່ຽວ ແລະ ການບໍລິຫານ tour.

ລາງວັນການທ່ອງທ່ຽວໂລກ (World Travel Awards) ໄດ້ສ້າງຕັ້ງຂຶ້ນໃນປີ 1993, ເປັນລາງວັນທີ່ມີອິດທິພົນ ທີ່ໄດ້ຮັບການຍອມຮັບໃນທົ່ວໂລກ ແລະ ຖືກຖືວ່າເປັນ "Oscar ຂອງຂະແໜງການທ່ອງທ່ຽວ". ລາງວັນ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ​ປີ ​ເພື່ອເຊີດຊູບັນດາ​ຈຸດໝາຍປາຍທາງ​ທີ່​ດີ​ເດັ່ນ, ບັນດາອົງການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ, ຜູ້​ໃຫ້​ບໍລິການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບ, ລວມມີຫຼາຍ​ປະ​ເພດ​ເຊັ່ນ: ສາຍ​ການບິນ, ​ໂຮງ​ແຮມ, ເຂດທ່ອງທ່ຽວພັກຕາກອາກາດ, ບໍລິສັດ​ທ່ອງ​ທ່ຽວ, ຈຸດໝາຍປາຍທາງ​ການທ່ອງ​ທ່ຽວ.

ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ

ຄ້າຍລະດູຮ້ອນຫວຽດນາມ ປີ 2024: ຊາວ​ໜຸ່ມຫວຽດນາມຢູ່​ຕ່າງ​ປະ​ເທດ ຄົ້ນຫາ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຈໍ່າ​ ມີຄວາມງົດງາມ ແລະ ມີຄວາມໝາຍສູງສົ່ງ

ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024

ຍສໝ​ - ກອງ​ປະ​ຊຸມ​ ໄດ້​ດຳ​ເນີນໃນ​ວັນ​ທີ 16 ກໍລະກົດ, ຢູ່​ຮ່າ​ໂນ້ຍ ໂດຍ​ການ​ນຳ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ເປັນ​ປະ​ທານ ພ້ອມກັນກັບອົງການຜູ້ປະ​ຈຳ​ທັງ​ໝົດທີ່​ເຂົ້າ​ຮ່ວມ.

ມີງດຶກ

ເຫດການ
302 Found

Found

The document has moved here.