Agoda: ຫວຽດນາມ ນອນໃນ top ບັນດາ​ຈຸດໝາຍ​ປາຍທາງ​​ທີ່​ນັກ​ທ່ອງ​ທ່ຽວ​ ອິນ​ເດຍ ຢາກ​ກັບ​ຄືນໄປທ່ຽວອີກ

06:00 | 01/08/2024

ຍສໝ - ຜົນການສຳຫຼວດຂອງບໍລິສັດທ່ອງທ່ຽວ Agoda ສະແດງໃຫ້ເຫັນວ່າ ໄທ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວຊາວອິນເດຍ ຮັກແພງທີ່ສຸດ ແລະ ຢາກກັບຄືນໄປທ່ຽວອີກ.

ຕະຫຼາດນັດ ​ຕົວຈົວ ​ໄດ້​ຮັບການຮັບຮອງເປັນ​ແຫຼ່ງ​ທ່ອງ​ທ່ຽວ
ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

ວັນທີ 28 ສິງຫາ, ບໍລິສັດທ່ອງທ່ຽວ Agoda ໄດ້ປະກາດຜົນການສຳຫຼວດທີ່ມີຫົວຂໍ້ວ່າ “ອັນດັບສະຖານທີ່ນັກທ່ອງທ່ຽວຢາກກັບຄືນໄປທ່ອງທ່ຽວອີກ”. ການ​ສຳ​ຫຼວດ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-19 ສິງຫາ​ນີ້, ດ້ວຍ​ຜູ້​ເຂົ້າ​ຮ່ວມ 4.000 ກວ່າ​ຄົນ​ທີ່​ມາ​ຈາກ 10 ທ້ອງຕະຫຼາດ​ຄື: ອິນ​ໂດ​ເນ​ເຊຍ, ອິນ​ເດຍ, ຍີ່ປຸ່ນ, ສ.​ເກົາຫຼີ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ໄຕ້​ຫວັນ (ຈີນ), ​ໄທ ​ແລະ ຫວຽດນາມ.

Agoda: ຫວຽດນາມ ນອນໃນ top ບັນດາ​ຈຸດໝາຍ​ປາຍທາງ​​ທີ່​ນັກ​ທ່ອງ​ທ່ຽວ​ ອິນ​ເດຍ ຢາກ​ກັບ​ຄືນໄປທ່ຽວອີກ

ນັກ​ທ່ອງ​ທ່ຽວ ​ອິນ​ເດຍ ຢູ່ ​ຈາງອ່ານ, ນິງບິ່ງ ໃນ​ວັນ​ທີ 28 ສິງຫາ.(ພາບ: ພະແນກທ່ອງທ່ຽວ ແຂວງ ນິງບິ່ງ)

ໝາກຜົນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສຳລັບ​ນັກ​ທ່ອງ​ທ່ຽວ ​ອິນ​ເດຍ, 3 ປະ​ເທດຈັດໃນ​ອັນ​ດັບແຖວໜ້າ​ແມ່ນ​ ໄທ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ. 67% ຂອງນັກທ່ອງທ່ຽວ ອິນເດຍ ທີ່ໄດ້ສໍາຫຼວດ ຕ້ອງການກັບຄືນໄປຫາຈຸດຫມາຍປາຍທາງທີ່ມັກຍ້ອນອາຫານ, ຄວາມສະດວກໃນການເດີນທາງ ແລະ ລາຄາທີ່ເຫມາະສົມ. ເຖິງ 58% ຂອງນັກທ່ອງທ່ຽວໄດ້ກັບຄືນໄປຢ້ຽມຢາມຈຸດຫມາຍປາຍທາງທີ່ມັກ 1-3 ເທື່ອໃນທົດສະວັດທີ່ຜ່ານມາ. ປະມານ 4% ໄດ້ເຮັດແນວນັ້ນ 10 ເທື່ອ.

ຕາມທ່ານຜູ້ອໍານວຍການ Agoda ປະຈໍາ ອາຊີໃຕ້ ແລະ Maldives, Krisha Rathi ແລ້ວ, ການຈັດອັນດັບນີ້ສະແດງໃຫ້ເຫັນວ່າ ສໍາລັບນັກທ່ອງທ່ຽວ ອິນເດຍ, ໄທ, ຫວຽດນາມ ແລະ Bali (ອິນໂດເນເຊຍ) ບໍ່ພຽງແຕ່ຈຸດຫມາຍປາຍທາງເທົ່ານັ້ນ, ແຕ່ຍັງແມ່ນບັນດາການສຳ​ຜັດທີ່ນັກທ່ອງທ່ຽວຢາກຈະເຮັດຊ້ໍາອີກ.

ການສໍາຫຼວດຍັງໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງນ້ຳໃຈຮັກແພງແຂກ, ດ້ວຍ 3 ໃນ 10 ນັກທ່ອງທ່ຽວ ອິນເດຍ ໄດ້ສະແດງຄວາມເຫັນວ່າ ປະຊະຊົນທ້ອງຖິ່ນທີ່ເປັນມິດແມ່ນປັດໄຈສໍາຄັນໃນການຕັດສິນໃຈກັບຄືນໄປທ່ຽວອີກ.

ກໍ່ໃນ​ການ​ສຳ​ຫຼວດ​ຄັ້ງ​ນີ້, ສຳ​ລັບ​ນັກ​ທ່ອງ​ທ່ຽວ​ອາ​ຊີ, top 3 ຈຸດ​ໝາຍ​ທ່ອງ​ທ່ຽວແຖວໜ້າ​ທີ່​ນັກ​ທ່ອງ​ທ່ຽວ​ຢາກ​ກັບ​ຄືນ​ມາ​ແມ່ນ​ ຍີ່​ປຸ່ນ, ໄທ ແລະ ຫວຽດນາມ. ການຄົມມະນາຄົມທີ່ສະດວກແມ່ນກຳລັງຜັກດັນຕົ້ນຕໍສໍາລັບ 44% ຂອງນັກທ່ອງທ່ຽວອາຊີ ທີ່ຢາກກັບຄືນໄປຫາຈຸດຫມາຍປາຍທາງທີ່ມັກເຫຼົ່ານີ້.

ກ່ອນ​ໜ້າ​ນີ້, ຕາມ​ຂໍ້​ມູນ​ຂອງ​ສະມາຄົມ​ທ່ອງ​ທ່ຽວ​ ອາຊີ - ປາຊີ​ຟິກ ໄດ້ປະກາດ​ໃນ​ຕົ້ນ​ປີ 2024, ຫວຽດນາມ ມີ​ອັດຕານັກ​ທ່ອງ​ທ່ຽວ​ສາກົນທີ່ກັບຄືນມາທ່ຽວ ແຕ່10 – 40%. ສາເຫດແມ່ນຍ້ອນວ່າ ຫວຽດນາມ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວສາກົນ ດ້ວຍພື້ນຖານວັດທະນະທຳທີ່ຫຼາກຫຼາຍ, ຄວາມສຳລານຂອງອາຫານການກິນ, ທິວທັດທີ່ສວຍງາມ, ການເດີນທາງສະດວກ ແລະ ລາຄາບໍ່ແພງ.

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ຍສໝ - ໂຮ້ຍອານ, ດ້ວຍຄະແນນລວມ 90.67, ໄດ້ຮັບການຕີລາຄາສູງຍ້ອນ ຄວາມງາມຂອງວັດຖຸບູຮານ ແລະອາຫານທີ່ເປັນເອກະລັກ. ນະຄອນ​ນີ້​ມີ​ຊື່​ສຽງ​ໃນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ ​ເຊັ່ນ: ເຂົ້າຈີ່ ​ແລະ ກາວ​ເລົ່າ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ຍສໝ - 5 ນະຄອນ​ຂອງ​ຫວຽດນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ​ ແຕ່ເດືອນ 6 ຫາ​ວັນ​ທີ 24 ມິຖຸນາ​ ລວມມີ: ນະຄອນ ​ໂຮ່ຈີ​ມິນ, ດາ​ນັງ, ຮ່າ​ໂນ້ຍ, ​ໂຮ້ຍອານ, ຢ່າ​ຈາ່ງ.

ມີງດຶກ

ເຫດການ
302 Found

Found

The document has moved here.