ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

09:44 | 23/06/2024

ຍສໝ - ກົມ​​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແຈ້ງວ່າ ງານ​ບຸນ​ສົ່ງ​ເສີມ​ການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະ​ດຳ​ເນີນ​ແຕ່​ວັນ​ທີ 29 ມີຖຸນາ ຫາ ວັນ​ທີ 3 ກໍລະກົດ.

​ເຍື່ອງ​ອາ​ຫານ ​ແລະ ວັນນະຄະດີ ​ຫວຽດນາມ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຝຣັ່ງ
ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

​ໃນ​ຂອບ​ເຂດງານບຸນຈະ​ດຳ​ເນີນ: ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ​ແລະ ການຮ່ວມມືວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ, ການ​ພົບ​ປະ​ວິ​ສາ​ຫະກິດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ ຫວຽດນາມ; ພື້ນທີ່ໂຄສະນາຮູບພາບຂອງປະເທດ, ປະຊາຊົນ, ວັດທະນະທໍາການທ່ອງທ່ຽວ; ງານລ້ຽງແລກປ່ຽນການຄ້າ; ງານສະແດງສິ​ລະ​ປະ...

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ກົມທ່ອງ​ທ່ຽວ​ແຫ່ງ​ຊາດ, ບັນດາທ້ອງ​ຖິ່ນ, ວິສາຫະກິດທ່ອງ​ທ່ຽວ​ແນະນຳນະ​ໂຍບາຍ, ​ແຫຼ່ງທ່ອງ​ທ່ຽວ, ຜະລິດ​ຕະພັນທີ່ໜ້າສົນໃຈ, ເປັນ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ການພົວພັນ​ຮ່ວມ​ມື​​ດຳ​ເນີນ​ທຸລະ​ກິດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ​ເຂົ້າ​ມາຍັງ ຫວຽດນາມ.

ໂຄສະນາ, ສົ່ງເສີມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ມາຍັງ ​ຫວຽດນາມ

ການ​ພົບ​ປະ​ກັບ​ບັນດາ​ຄູ່​ຮ່ວມ​ມື​ການທ່ອງທ່ຽວ ຫວຽດນາມ - ສ.​ເກົາຫຼີ ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ. ພາບ: VGP/DA

ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດນາມ ແລ້ວ, ​ແຕ່​ປີ 2015 – 2019, ຈຳນວນນັກທ່ອງ​ທ່ຽວ ສ.​ເກົາຫຼີ ມາ​ ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ຈາກ 1,1 ລ້ານ​ເທື່ອ​ຄົນ​ເປັນ 4,3 ລ້ານ​ເທື່ອ​ຄົນ (​ເພີ່ມ​ຂຶ້ນ​ເກືອບ 4 ​ເທົ່າ). ລະດັບຄວາມໄວການ​ເຕີບ​ໂຕ​ສະ​ເລ່ຍ​ໃນ​ໄລຍະ 2015 – 2019 ບັນລຸ 40,1%/ປີ, ສູງ​ສຸດ​ໃນ​ບັນດາ​ທ້ອງຕະຫຼາດ​ແຫຼ່ງສົ່ງ​ນັກ​ທ່ອງ​ທ່ຽວ​ມາຍັງ ​ຫວຽດນາມ. ສິ່ງ​ດັ່ງກ່າວ​ ສະ​ແດງ​ໃຫ້​ເຫັນ​ວ່າ ສ.​ເກົາຫຼີ ຍາມ​ໃດ​ກໍ່​ແມ່ນທ້ອງຕະຫຼາດ​ທີ່​ສຳຄັນ​ຂອງ​ການທ່ອງທ່ຽວ ຫວຽດນາມ ​ແລະ ຍັງ​ມີຫຼາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຫຼາຍບ່ອນເພື່ອ​ຂຸດ​ຄົ້ນ.

​ເດືອນທັນວາ 2022, ກົມທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ (​ໃນ​ນັ້ນ​ແມ່ນກົມໃຫຍ່ການ​ທ່ອງ​ທ່ຽວ​ - VNAT) ​ແລະ ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ສ.​ເກົາຫຼີ (KTO) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ສົ່ງເສີມການທ່ອງທ່ຽວ ຫວຽດນາມ - ສ.​ເກົາຫຼີ ​ໄລຍະ 2023 – 2024, ສ້າງ​ພື້ນຖານ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ແລກປ່ຽນ​ແຂກທ່ອງທ່ຽວ.

ໃນ​ປີ 2023, ຫວຽດນາມ ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 12,6 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ 3,6 ລ້ານ​ເທື່ອ​ຄົນ, ຢືນ​ອັນ​ດັບ​ທີ 1 ​ໃນ​ບັນດາທ້ອງຕະຫຼາດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາຍັງ ​ຫວຽດນາມ. ໝາກຜົນ​​ອັນຕັ້ງໜ້ານີ້ ແມ່ນ​ຫຼັກຖານພະຍານ​ໃຫ້​ເຫັນ​ປະສິດທິ​ຜົນ​ຂອງ​ວຽກງານສົ່ງເສີມໂຄສະນາການທ່ອງທ່ຽວ, ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ.

ຕາມ​ຕົວ​ເລກ​ສະຖິຕິໃນ​ປີ 2023, ມີ​ຊາວ​ຫວຽດນາມ ​ມາ​ຢ້ຽມຢາມ ສ.​ເກົາຫຼີ ປະມານ 420.000 ເທື່ອຄົນ, ເຮັດ​ໃຫ້ ຫວຽດນາມ ກາຍເປັນ​ປະ​ເທດ​ທີ່​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມາ​ຢ້ຽມຢາມ ສ.​ເກົາຫຼີ ຫຼາຍທີ່ສຸດ​. ​ໃນ​ປີ 2023, ຍອດ​ມູນ​ຄ່າ​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ສອງ​ສົ້ນ​ລະຫວ່າງ ​ຫວຽດນາມ ​ແລະ ສ.​ເກົາຫຼີ ​ບັນລຸໄດ້ 4 ລ້ານ​ເທື່ອ​ຄົນ, ຟື້ນ​ຟູ 83% ​ເມື່ອ​ທຽບ​ໃສ່​ກ່ອນ​ໂລກລະບາດ​ໂຄ​ວິດ-19. ບັນດາ​ຈຸດໝາຍ​ທີ່​ນັກ​ທ່ອງ​ທ່ຽວ ສ.​ເກົາຫຼີ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ແມ່ນ​ກຸ່ມ ເຫ້ວ-ດານັງ-ໂຮ້ຍອານ, ຍ່າຈ່າງ, ກຸຍເຍີນ, ດາຫຼາດ, ຝູກວັກ...; ບັນດາຖ້ຽວບິນເຊົ່າເໝົາລຳ (charter) ຍັງສຸມໃສ່ຂຸດຄົ້ນໄປຍັງຈຸດຫມາຍປາຍທາງເຫຼົ່ານີ້.

ກ່ອນ​ໜ້າ​ນັ້ນ, ປີ 2023, ງານ​ບຸນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​-ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ສ.ເກົາຫຼີ ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Suwon ແລະ Seoul. ພິ​ເສດ​ ແມ່ນ​ລາຍການ​ແນະນຳ​ການທ່ອງທ່ຽວ ​ຫວຽດນາມ ​ແລະ ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ຢູ່ Seoul ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ນັບ​ພັນ​ຄົນ,ຮັບຊົມ​ຄ່ຳ​ຄືນສະແດງ​ສິລະ​ປະ “ສີສັນ​ຫວຽດນາມ”.

ລາຍການ​ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຊົມ​ໂດຍ​ຜ່ານ​ບັນດາ​ຮູບ​ພາບທັດສະນີຍະພາບ​ທີ່ສວຍ​ງາມ, ພູມ​ສັນຖານ​ກະວີ ​ແລະ ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຍົກໃຫ້ເຫັນເອກະລັກ​ສະ​ເພາະ​ຂອງ 3 ພາກ​ພື້ນ ຫວຽດນາມ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນຮູບພາບ ຫວຽດນາມ ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ປະສານເຂົ້າກັບບັນດາຄຸນຄ່າ​ດັ້ງ​ເດີມ ​ແລະ ທັນ​ສະ​ໄໝ, ຮັບເອົາສິ່ງຍອດຢ້ຽມຂອງ​ວັດ​ທະ​ນະ​ທຳ​ມະ​ນຸດ, ເຊື່ອມ​ໂຍງ, ຍາມໃດກໍ່ໃຫ້ການຕ້ອນ​ຮັບ​ເພື່ອນ​ມິດ​ສາ​ກົນ...

ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ທ້າຍ​ເດືອນ​ພຶດສະພາ 2024, ງານ​ບຸນ​ທ່ອງ​ທ່ຽວ ສ.ເກົາຫຼີ - Korea Travel Festa 2024 ນອນໃນ​ຂອບ​ເຂດ​ໂຄສະນາ “ປີ​ທ່ອງ​ທ່ຽວ ​ສ.​ເກົາຫຼີ 2023-2024” ​ໄດ້​ຈັດ​ຂຶ້ນ​ເປັນຂອບ​ຂະໜາດ​ໃຫຍ່ ​ແລະ ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ສີສັນ, ມີ​ຄວາມ​ຫຼາກ​ຫຼາຍ. ດ້ວຍ​ຮ້ານ​ວາງສະ​ແດງ 40 ກວ່າຮ້ານ​ຂອງ​ຫຼາຍ​ຫົວໜ່ວຍ​ທີ່​ມາ​ຈາກ ​ຫວຽດນາມ ​ແລະ ສ.​ເກົາຫຼີ, ງານບຸນໄດ້​ນຳ​ເອົາ​ການລົງຕົວຈິງທີ່​ເປັນໜ້າ​ສົນ​ໃຈ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ມີຖຸນາ, ຢູ່​ສຳນັກງານ​ກະຊວງ​ຍຸຕິ​ທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫວຽດນາມ ເລແທງລອງ ​ໄດ້​ໃຫ້ການ​ຕ້ອນຮັບ ແລະ ໂອ້ລົມເຈລະຈາກັບ ​ທ່ານ​ລັດຖະມົນຕີ LEE Wan-kyu ພ້ອມດ້ວຍຄະນະ​ຜູ້​ແທນ​ກະຊວງ​ນິຕິບັນຍັດລັດຖະບານ ສ.​ເກົາຫຼີ.

ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.​ເກົາຫຼີ ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 31/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Han Duck-soo.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.