ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

06:17 | 05/06/2024

ຍສໝ - ຫວ່າງ​ມໍ່ໆ​ນີ້, ວາລະສານ Travel+Leisure (ອາ​ເມ​ລິ​ກາ) ​ໄດ້​ໃຫ້​ກຽດ​ນະຄອນ ຍາຈາງ (​ແຂວງ​ ແຄ໋ງຮວ່າ) ​ເປັນ​ໜຶ່ງ​ໃນ 8 ສະຖານ​ທີ່​​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ
ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫ່າງຈາກນະຄອນ ໂຮ່ຈີມິນ ໄປທາງທິດຕາເວັນອອກສຽງເໜືອປະມານ 396 ກິໂລແມັດ, ນະຄອນ ຍາຈາງ ແມ່ນຊື່ໜຶ່ງທີ່ໄດ້ນຳເຂົ້າບັນຊີລາຍຊື່ບັນດາຫາດຊາຍສຸດຍອດທີ່ສຸດໃນໂລກ ເພື່ອ​ພັກຕາກອາກາ.

Travel+Leisure ໄດ້ຕີລາຄ່ານີ້ເປັນນະຄອນທີ່ມີຫາດຊາຍທີ່ສວຍງາມ ແລະ ເປັນຊຸມຊົນມີຄົນຕ່າງປະເທດຕັ້ງຖິ່ນຖານເປັນຈຳນວນຫຼວງຫຼາຍປະມານ 4,000 ຄົນ. ຍາຈາງ ມີລະດູແລ້ງແກ່ຍາວແຕ່ເດືອນມັງກອນຫາເດືອນສິງຫາ, ໃນຂະນະທີ່ລະດູຝົນແມ່ນແຕ່ເດືອນກັນຍາຫາເດືອນທັນວາ.

ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.
ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

ອີງຕາມບົດຄວາມຂອງ Betsy Burlingame, ຜູ້ກໍ່ຕັ້ງ ແລະ ປະທານຂອງ Expat Exchange, ຄົນຕ່າງປະເທດສ່ວນໃຫຍ່ທີ່ອອກກິນເບ້ຍບຳນານຢູ່ ຍາຈາງ ເລືອກເຮືອນຢູ່ ຫຼື ຄອນໂດໃນໃຈກາງນະຄອນ, ໃກ້ກັບສິ່ງອໍານວຍຄວາມສະດວກ ແລະ ຫາດຊາຍ. ນອກຈາກນັ້ນ ຍັງມີທາງເລືອກບັນດາເຮືອນໃນເຂດພົນລະເມືອງທີ່ງຽບສະຫງົບກ່ວາ.

Burlingame ພັນລະນາ ຍາຈາງ ເປັນນະຄອນທະເລທີ່ສະດວກສະບາຍກັບພາຫະນະຄົມມະນະຄົມສາທາລະນະຫຼຍຢ່າງ, ຊີວິດກາງຄືນທີ່ມີຊີວິດຊີວາ, ອາຫານແຊບໆ ແລະ ໂອກາດການບັນເທີງຫຼາຍຢ່າງ, ຈາກສວນສາທາລະນະຈົນເຖິງການຍ່າງປ່າ ແລະ ພາຍເຮືອ.

ອັນ​ດັບ​ໜຶ່ງ​ໃນ​ບັນ​ຊີ​ລາຍ​ຊື່​ໂດຍວາ​ລະ​ສານ​​ຂ້າງ​ເທິງ ທີ່ໄດ້ເລືອກຕັ້ງແມ່ນນະຄອນແຄມ​ທະ​ເລ Carlsbad ໃນ​ລັດ California (ອາ​ເມລິ​ກາ). . ຕໍ່ໄປແມ່ນ Beaufort, Falmouth ແລະ Ponte Vedra, ທັງຫມົດກໍຢູ່ ອາ​ເມລິ​ກາ. ບັນດາດຫມາຍປາຍທາງອື່ນໆ ກໍ່ນອນໃນບັນຊີລາຍຊື່ນີ້ແມ່ນ Ambergris Caye ຢູ່ Belize, Quepos ຢູ່ Costa Rica ແລະ Mazatlán ຢູ່ເມັກຊິໂກ.

ຫາດຊາຍ ຍາຈາງ ແມ່ນໜຶ່ງໃນບັນດາຫາດຊາຍທີ່ສວຍງາມທີ່ສຸດຂອງຫວຽດນາມ, ຕັ້ງຢູ່ໃນນະຄອນ ຍາຈາງ, ແຂວງ ແຄ໋ງຮວ່າ. ດ້ວຍ​ຄວາມ​ຍາວ​ກວ່າ 10 ກິ​ໂລ​ແມັດ, ຫາດ​ຊາຍ​ນະ​ຄອນ ຍາຈາງ ຖືກປຽບທຽບກັບວົງເດືອນທີ່ໂຄ້ງເພື່ອໂອບເອົາອ່າວ ຍາຈາງ ສີຂຽວມຸ່ມ.

ລຽບແຄມຝັ່ງທະເລແມ່ນຖະໜົນ ເຈີ່ນຟູ໋, ເປັນຖະໜົນທີ່ສວຍງາມ ແລະ ມີຊື່ສຽງ, ຍັງເປັນສະຖານທີ່ສຸມໃສ່ຂອງບັນດາສະຖາປັດຕະຍະກຳທີ່ສຳຄັນຂອງນະຄອນ.

ຫາດ​ຊາຍ​ທະ​ເລ ຍາຈາງ ດ້ວຍຫາດຊາຍຊາຍສີຂາວຍາວ,ໂຄ້ງລົງ, ສ້າງຮູບຮ່າງຂອງນະຄອນທີ່ອ້ອມຮອບທະເລສີຟ້າ. ບໍ່ພຽງແຕ່ສວຍງາມທາງດ້ານທິວທັດທຳມະຊາດເທົ່ານັ້ນ, ຫາດຊາຍ ຍາຈາງ ຍັງດຶງດູດນັກທ່ອງທ່ຽວ ເພາະອາກາດອົບອຸ່ນຕະຫຼອດປີ, ເຕັມໄປດ້ວຍແສງແດດ ແລະ ດິນຊາຍສີຂາວອັນດີງາມ.

ນັກ​ທ່ອງ​ທ່ຽວ​ສາ​ມາດ​ຍ່າງ​ເລາະ​ລຽບ​ຕາມ​ຫາດ​ຊາຍ​ທະ​ເລ ເຈີ່ນຟູ໋ ທີ່​ເປັນ​ສັນ​ຍາ​ລັກ, ດ້ວຍຕົ້ນປາມຂຽວສົດຊື່ນ ແລະ ບັນດາເຂດ​ພັກຕາກອາກາດລະດັບສູງ ຫຼື ມາ ບ໋າຍຢາຍ ດ້ວຍທິວທັດທີ່ສະຫງົບສຸກ ແລະ ສວຍງາມຄືຮູບເຕັ້ມ; ເຊື່ອມຕົວເຂົ້າກັບໂລກ ພາຍໃຕ້ນ້ໍາທີ່ມີຊີວິດຊີວາທີ່ເຕັມໄປດ້ວຍແນວປະກາລັງທີ່ມີສີສັນແລະສັດທະເລທີ່ຫຼາກຫຼາຍຊະນິດ ໃນ​ນັ້ນ, ເຂດ​ອະນຸລັກ​ທະ​ເລ Hon Mun ຂອງ​ນະຄອນ ຍາຈາງ ​ແມ່ນສະຫວັນຂອງ​ບັນດາ​ຜູ້​ມັກດຳ​ນ້ຳ; ເຂົ້າຮ່ວມບັນດາການຜະຈົນໄພຂອງການສຳຫຼວດຖ້ຳລຶກລັບ, ລອຍນ້ຳກັບປາເຂດຮ້ອນທີ່ມີສີສັນ ແລະ ຊົມສວນປະກາລັງທີ່ໜ້າຕື່ນຕາຕື່ນໃຈ...

ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ

ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະ​ນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະ​ນຳ 9 ສະ​ຖານ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ ຫວຽດ​ນາມ ເຊີ່ງ​ນັກ​ທ່ອງ​ທ່ຽວ​ບໍ່​ຄວນ​ພາດ ເມື່ອ​ມາ​ຢ້ຽມ​ຢາມ​​ດິນແດນ​ຮູບຕົວອັກສອນ ...

ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ

ຍສໝ - ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າມທູຮັ່ງ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງລະງັບໃຈ, ແກ້​ໄຂ​ບັນດາ​ຄວາມ​ບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.