ການນຳສະເໜີ 39 ຮູບພາບຈາກບັນດານັກສິລະປິນຍຸກປະຈຸບັນ ຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ

22:07 | 11/10/2024

ຍສໝ - ແຕ່ວັນທີ 11 ຫາ 21 ຕຸລາ 2024 ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ (ເຮືອນເລກທີ 66 ຫງວຽນຖ໋າຍຫອກ, ຮ່າໂນ້ຍ, ຫວຽດນາມ) ຈະມີການຈັດງານວາງສະແດງສິລະປະລະຫວ່າງ ຫວຽດນາມ ແລະ ຮົ່ງກົງ (ຈີນ). ງານນີ້ວາງສະແດງ 39 ຮູບພາບຂອງບັນດານັກສິລະປິນຍຸກປະຈຸບັນທີ່ເປັນຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ ແລະ ບັນດານັກສິລະປິນທີ່ມີຊື່ສຽງມາຈາກຮົ່ງກົງ (ຈີນ) ແລະ ຫວຽດນາມ.

ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 39
ຫວຽດນາມ ເຂົ້າຮ່ວມກອງປະຊຸມ ASSA 39 ຢູ່ ລາວ

ງານວາງສະແດງຮູບແຕ້ມສິລະປະຫວຽດນາມ ແລະ ຮົ່ງກົງ (ຈີນ) ຈັດຂຶ້ນໂດຍສະມາຄົມສິລະປິນໄວໜຸ່ມສາກົນ ຮົ່ງກົງ – HIYA. 39 ຮູບພາບ ນັບແຕ່ຮູບແຕ້ມ, ແກະສະຫຼັກ, ຮູບຖ່າຍ ແລະ ບັນດາສິລະປະອື່ນໆ ໄດ້ສະແດງໃຫ້ເຫັນເຖິງຄວາມສວຍງາມທີ່ເປັນເອກະລັກ ແລະ ຄວາມຫຼາກຫຼາຍຂອງວັດທະນະທໍາ ຮົ່ງກົງ ແລະ ຫວຽດນາມ. ບັນດາຜົນງານທີ່ເປັນຂັ້ນອາຈານເຊັ່ນ: Sanyu, Chagall, Andrey Kaltayev, YujiTanigami ແລະ ນັກສິລະປິນທີ່ມີຊື່ສຽງຈາກຮົ່ງກົງ ຄື: Manling Cheung, Fan Chun, Chantelle Huang, ຫງວຽນເຖຮຸ່ງ, ອີວານ ຈ້ຽວ...

ການນຳສະເໜີ 39 ຮູບພາບຈາກບັນດານັກສິລະປິນຍຸກປະຈຸບັນ ຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ

ຜົນງານຫນຶ່ງທີ່ໄດ້ວາງສະແດງໃນງານ.

ງານວາງສະແດງ ຍັງນຳສະເໜີການພັດທະນາສິລະປະ ແລະ ມໍລະດົກວັດທະນະທໍາຂອງຫວຽດນາມ ແລະ ຮົ່ງກົງ ມາສູ່ປະຊາຊົນອີກດ້ວຍ. ງານວາງສະແດງ ບໍ່ພຽງແຕ່ວາງສະແດງບັນດາຜົນງານສິລະປະ, ການສະແດງສິລະປະທີ່ເປັນມູນເຊື້ອ ແຕ່ຍັງແມ່ນໂອກາດ ເພື່ອໃຫ້ຜູ້ຊົມໄດ້ຊິມອາຫານພື້ນເມືອງດັ້ງເດີມຂອງຫວຽດນາມ ແລະ ຮົ່ງກົງ (ຈີນ) ອີກດ້ວຍ.

ການນຳສະເໜີ 39 ຮູບພາບຈາກບັນດານັກສິລະປິນຍຸກປະຈຸບັນ ຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ

ນັກແຕ້ມ Manling Cheung.

ງານວາງສະແດງ ເພື່ອນຳສະເໜີມູນເຊື້ອອັນເລິກເຊິ່ງ ແລະ ຄວາມອ່ອນໂຍນທີ່ເປັນເອກລັກລະຫວ່າງ ວັດທະນະທໍາຫວຽດນາມ ແລະ ຮົ່ງກົງ. ນອກຈາກນັ້ນກໍ່ເປັນການພົບປະແລກປ່ຽນ, ຮ່ວມມືລະຫວ່າງສອງພື້ນຖານວັດທະນະທຳໃນການປະດິດສ້າງກ່ຽວກັບສິລະປະ; ແບ່ງປັນໂອກາດປະດິດສ້າງຂອງນັກສິລະປິນ ທັງສອງຝ່າຍ, ເປິດກວ້າງວິໄສທັດຂອງປະຊາຊົນ ແລະ ຍົກສູງຜົນງານສິລະປະ. ພ້ອມກັນນັ້ນ, ກໍ່ສະໜອງເປັນພື້ນຖານໃຫ້ກິດຈະກຳຄິດປະດິດສ້າງສິລະປະ ແລະ ການແລກປ່ຽນຄວາມສາມາດ.

ພິເສດ, ງານວາງສະແດງນີ້ ຍັງມີການປະກົດຕົວຂອງນັກສິລະປິນ, ນັກຄົ້ນຄວ້າວັດທະນະທຳ Fan Chun - ໜຶ່ງໃນບັນດານັກສິລະປິນຍຸກປະຈຸບັນ ຮ່ົ່ງກົງ ທີ່ມີຊື່ສຽງ.

ການນຳສະເໜີ 39 ຮູບພາບຈາກບັນດານັກສິລະປິນຍຸກປະຈຸບັນ ຂັ້ນອາຈານກ່ຽວກັບສິລະປະທົ່ວໂລກ

ນັກສິລະປິນ, ນັກຄົ້ນຄວ້າວັດທະນະທຳ Fan Chun, ທ່ານເປັນໜຶ່ງໃນນັກສິລະປິນຍຸກປະຈຸບັນຂອງຮົ່ງກົງ ທີ່ມີຊື່ສຽງ.

ທ່ານ Fan Chun ໄດ້ສ້າງສັນຮູບແຕ້ມສີນ້ຳມັນ ເຊັ່ນ: ການກຳເນີດຟ້າດິນ ແລະ ໂລກມັນດາລາ ດ້ວຍສີສັນທີ່ອຸດົມສົມບູນ ແລະ ລາຍແຕ້ມທີ່ເຂັ້ມຊັດ, ເຮັດໃຫ້ທ່ານກາຍເປັນໜຶ່ງໃນນັກແຕ້ມຮູບສີນ້ຳມັນຊື່ສຽງຂອງຮົ່ງກົງ (ຈີນ). ຫຼັງຈາກບັນກາການປະດິດສ້າງຮູບແຕ້ມສີນ້ຳມັນ, ທ່ານ Fan Chun ກໍ່ຫັນໄປສຶກສາຄົ້ນຄວ້າກ່ຽວກັບສິລະປະຈິດຕະກຳທິດຕາເວັນອອກ.

ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ

ຍ​ສ​ໝ - ຕອນ​ຄ່ຳວັນ​ທີ 8 ທັນວາ ຢູ່​ຮ່າ​ໂນ້ຍ, ສະມາ​ຄົມການ​ຄ້າ ​ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ (AmCham Hanoi) ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ແລະ ເຊີດຊູ​ບັນດາ​ບໍລິສັດ​ສະມາຊິກ​ທີ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ CSR ​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 2021.

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39 ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39

ຕອນເຊົ້າວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມແບບທາງໄກ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 - 39 (ອາຊຽນ 38 - 39) ຕາມຄຳເຊື້ອເຊີນຂອງ ກະສັດ ບຣູໄນ Hasanal Bolkiah ເຊິ່ງເປັນປະທານອາຊຽນ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.