ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ

14:21 | 29/08/2024

ຍສໝ - ງານ​ບຸນ “ສະບາຍດີ​ຫວຽດນາມ” 2024 ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972-2024) ແມ່ນໂອກາດເພື່ອສ້າງ, ຮັກສາການພົວພັນ, ແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ອິນເດຍ.

ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ
ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ
ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ

ງານ​ບຸນ “ສະບາຍດີ​ຫວຽດນາມ” 2024 ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972-2024).

ວັນທີ 25 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ອິນເດຍ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຂັດພິທີໄຂງານບຸນ “ສະບາຍດີ ຫວຽດນາມ” 2024 (NAMASTE VIETNAM FESTIVAL 2024).

ກ່າວ​ຄຳ​ປາໄສທີ່ເຫດການ, ກົງ​ສູນ​ໃຫຍ່ ອິນ​ເດຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທ່ານ Madan Mohan Sethi ​ເນັ້ນ​ໜັກ​ວ່າ ງານ​ບຸນ “ສະບາຍດີຫວຽດນາມ” ຄັ້ງ​ທີ 3 ​ໄດ້​ຮັບ​ການຈັດ​ຕັ້ງ​ເພື່ອເຊື່ອມຕໍ່ປະຊາຊົນ ອິນ​ເດຍ ​ແລະ ຫວຽດນາມ ໃຫ້ໃກ້ຊິດກັນ​ກ່ວາ. ຕາມ​ທ່ານ Madan Mohan Sethi ​ແລ້ວ, ງານ​ບຸນ “ສະບາຍດີ​ຫວຽດນາມ” ​ໄດ້​ເລີ່​ມຕົ້ນ​ຈາກ​ແນວ​ຄິດ​ເຊື່ອມ​ຕໍ່​ວັດທະນະທຳ, ປະຈຸ​ບັນ​ໄດ້ເປີດກ້ວາງ​ໄປ​ສູ່ບັນດາຂົງ​ເຂດທຸລະ​ກິດ, ການທ່ອງທ່ຽວ, ທາງ​ລົດ​ໄຟ ​ແລະ ​ຮູບ​ເງົາ. ​ໄດ້ເຖິງ​ເວລາ​ທີ່​ປະຊາຊົນ​ ອິນ​ເດຍ ​ແລະ ຫວຽດນາມ ຈະຄົ້ນຫາຄວາມຮັກແພງມິດຕະພາບ, ການພົວພັນ​ຮ່ວມ​ມື ​ເພື່ອ​ໝູນໃຊ້ບັນດາໂອກາດເຊິ່ງ 2 ປະ​ເທດນຳມາໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດ້ານ​ການ​ພັດທະນາ​ໃຫ້​ສອງ​ປະ​ເທດ.

ທ່ານ ປອ ຮວິ່ງແທ່ງເລິບ ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ນະຄອນ ​ໂຮ່ຈີ​ມິນ ໃຫ້​ຮູ້​ວ່າ ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ສະຖານ​ທີ່​ທີ່ ອິນ​ເດຍ ​ເລືອກເພື່ອ​ຈັດ​ຕັ້ງ​ບັນດາ​ງານບຸນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຢ່າງ​ເປັນ​ປະຈຳ, ​ໃນ​ນັ້ນ​ມີງານບຸນ “ສະບາຍດີຫວຽດນາມ” ​ໄດ້​ກາຍ​ເປັນຄວາມລຶ້ງເຄີຍກັບປະຊາຊົນຂອງຕົວເມືອງ. ບັນດາ​ເຫດການຢູ່ງານບຸນຈະ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ຢູ່ ຫວຽດນາມ ກ່ຽວ​ກັບ​ວັດທະນະທຳ, ປະຊາຊົນ ​ແລະ ປະ​ເທດ​ ອິນ​ເດຍ.

ທ່ານ ປອ ຮວິ່ງແທ່ງເລິບ ​ເນັ້ນ​ໜັກ​ວ່າ ງານບຸນ “ສະບາຍດີຫວຽດນາມ” 2024 ​ແມ່ນ​ໂອກາດ​ເພື່ອ​ສ້າງ ​ແລະ ຮັກສາ​ການ​ພົວພັນ, ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ອິນ​ເດຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ ​ຫວຽດນາມ ​ແລະ ອິນ​ເດຍ ​ເຊື່ອມ​ໂຍງ​ເຂົ້າກັນຫຼາຍ​ກວ່າ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດໃຫ້ນັບມື້ນັບໃຫ້​ແໜ້ນ​ແຟ້ນກ່ວາ​ອີກ. ງານ​ບຸນ​ຍັງ​ໄດ້​ປະກອບສ່ວນ​ຢ່າງແທດຈິງາ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ເວົ້າ​ລວມ, ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ ອິນ​ເດຍ ​ເວົ້າ​ສະ​ເພາະ.

ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ

ການສະແດງຊຸດເຊື້ອຍາວຢູ່ NAMASTE VIETNAM FESTIVAL 2024 (ພາບ: Huy Doan).

ງານ​ບຸນ “ສະບາຍດີ​ຫວຽດນາມ” ​ເຊື່ອມ​ຕໍ່​ຄວາມຮັກແພງມິດຕະພາບ​ ຫວຽດນາມ - ອິນ​ເດຍ

ບັນດານັກສິລະປິນ ອິນເດຍ ສະແດງຢູ່ NAMASTE VIETNAM FESTIVAL 2024 (ພາບ: G Dharmadas Sharma).

ງານ​ບຸນ “ສະບາຍດີຫວຽດນາມ” ຄັ້ງ​ທີ 3 ​ຖືກ​ຈັດ​ຂຶ້ນ ​ໂດຍ​ເລີ່​ມດຳ​ເນີນ​ດ້ວຍບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ​ແລະ ການສຳມະນາຫຼາຍ​ຂົງເຂດ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ຕໍ່ໄປແມ່ນຈະດຳເນີນຢູ່ 2 ນະຄອນ ຍາຈາງ (​ແຂວງ​ແຄ໋ງຮ່ວາ) ​ແລະ ນະຄອນ ດາ​ຫຼາດ (ແຂວງເລີມດົງ) ແກ່ຍາວແຕ່ວັນທີ 25 ສິງຫາ ຫາ 31 ສິງຫາ.

ງານບຸນລວມມີບັນດາໂຄງການແນະນຳສິລະປະພື້ນເມືອງ, ສົ່ງເສີມການຄ້າ, ແນະນຳການທ່ອງທ່ຽວ; ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ... ມີ​ນັກ​ສິ​ລະ​ປິນທີ່ມີ​ຊື່​ສຽງຂອງ​ ອິນ​ເດຍ ​ປະ​ມານ 20 ຄົນ, ບັນດາຜູ້​ຜະ​ລິດ​ຮູບ​ເງົາ, ບໍ​ລິ​ສັດ​ບັນ​ເທິງ, ບໍ​ລິ​ສັດ​ທ່ອງ​ທ່ຽວ 30 ແຫ່ງ, ມະ​ຫາ​ວິ​ທະ​ຍາ​ໄລ 34 ແຫ່ງ ແລະ ວິ​ສາ​ຫະ​ກິດ ​ອິນ​ເດຍ​ ປະ​ມານ 30 ແຫ່ງ​ມາ​ ຫວຽດ​ນາມ ເພື່ອເຂົ້າ​ຮ່ວມງານບຸນ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ຍສໝ - ວັນທີ 7 ກໍລະກົດ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ສົມທົບກັບ Campus France Viet Nam (ພາກສ່ວນຮັບຜິດຊອບໄປຮຽນຢູ່ຕ່າງປະເທດຂອງສະຖານທູດ ຝຣັ່ງ ປະຈໍາ ຫວຽດນາມ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ (UEVF) ແລະ ມະຫາວິທະຍາໄລ ເກີນເທີ ...

ມີງດຶກ

ເຫດການ
302 Found

Found

The document has moved here.