ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ

15:23 | 24/04/2024

ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະ​ນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະ​ນຳ 9 ສະ​ຖານ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ ຫວຽດ​ນາມ ເຊີ່ງ​ນັກ​ທ່ອງ​ທ່ຽວ​ບໍ່​ຄວນ​ພາດ ເມື່ອ​ມາ​ຢ້ຽມ​ຢາມ​​ດິນແດນ​ຮູບຕົວອັກສອນ S ນີ້.

ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024 ກວາງ​ອານ (ຮ່າ​ໂນ້ຍ) ​ນອນໃນ top 30 ຖະໜົນ​ທີ່​ສວຍ​ງາມ​, ໜ້າຈັບໃຈ​ທີ່​ສຸດ​ໃນ​ໂລກ 2024
ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ ຫວຽດນາມ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ອາຊີ

​ໃນ​ບົດ​ຄວາມ​ທີ່​ລົງ​ພິມ​ໃນ​ໜັງສືພິມ The Sydney Morning Herald, ນັກ​ປະພັນ Katherine Scott ​ໃຫ້​ຄຳ​ເຫັນ​ວ່າ ນະຄອນ ​ໂຮ່ຈິ​ມິນ ​ແມ່ນ​ສູນກາງ​ເສດຖະກິດ, ວັດທະນະທຳ ​ແລະ ການ​ບັນ​ເທິງ​ແຖວໜ້າຂອງ ຫວຽດນາມ ດ້ວຍ​ອາກາດ​ເຢັນ​ສະບາຍຕະຫຼອດ​ປີ, ປະຫວັດສາດ​ອຸດົມສົມບູນ ​ແລະ ອາຫານ​ທີ່​ໜ້າສົນໃຈທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ອາຊີ. ຖ້ຽວການເດີນທາງ 4-6 ມື້ ຈະເປັນເວລາທີ່ດີ ເພື່ອນັກທ່ອງທ່ຽວຈະມີໂອກາດຄົ້ນຫານະຄອນນີ້ໄດ້ຫຼາຍ.

ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ


ສຳນັກງານເທສະບານໃນ​ສະ​ໄໝ​ອານາ​ນິຄົມ​ຂອງ​ ຝຣັ່ງ ປະຈຸ​ບັນ​ແມ່ນ​ສຳນັກງານຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ. (ພາບ: ISTOCK)

ບັນດາຈຸດປາຍທາງ​ທີ່​ຕ້ອງ​ໄປ​ທ່ຽວ​ທີ່​ນີ້ ​ແມ່ນ​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ, ໂຮງ​ລະຄອນ​ໃຫຍ່, ໄປສະນີສູນກາງນະຄອນ, ໂບດ ດຶກບາ ​ແລະ ຖະໜົນ​ປື້ມ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນ.

ຢູ່ໃກ້ນັ້ນ, ຮ້ານກາເຟ The Cafe Apartments, ເຂດເຮືອນຮູບກ່ອງແບບທັນສະໄໝ ທີ່ຮັກສາໄວ້ຕັ້ງແຕ່ຊຸມປີ 1960 ມາຮອດປະຈຸບັນ ຕັ້ງຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ. ປະຈຸ​ບັນ, ນີ້​ແມ່ນເຂດເຮືອນທີ່ປະກອບມີ ບັນດາຮ້ານກາເຟ, ບາ ແລະ ຮ້ານ​ຄ້າ​ທີ່​ໄດ້​ຮັບ​ການ​ເຄື່ອງຕົບແຕ່ງຢ່າງ​ເປັນ​ເອກະລັກ​ສະ​ເພາະ ​ທີ່​ສົມຄວນ​ເພື່ອໃຫ້ນັກທ່ອງທ່ຽວໄດ້ໄປສຳຜັດຕົວຈິງຕື່ມອີກເມື່ອ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ສຳລັບນັກທ່ອງທ່ຽວທີ່ຢາກຮູ້ກ່ຽວກັບອະດີດສະໄໝສົງຄາມຂອງນະຄອນ, ຫໍພິພິທະພັນວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຈາກສົງຄາມ ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ສາມາດມອງຂ້າມ, ນຳມາເຊິ່ງມູມມອງຢ່າງເລິກເຊິ່ງກ່ຽວກັບປະຫວັດສາດຂອງນະຄອນ ໂຮ່ຈີມິນ ໃນປະຈຸບັນ.

ນອກນັ້ນ ຮ້ານກາເຟ ໂດ໊ຝູ ກໍ່ແມ່ນຈຸດນັດພົບຂອງປະຫວັດສາດສຳລັບນັກທ່ອງທ່ຽວທີ່ຢາກຄົ້ນຫາກ່ຽວກັບ ຫວຽດນາມ ໃນສະໄໝສົງຄາມຕື່ມອີກ. ກາເຟ ໂດ໊ຝູ ເຄີຍເປັນຂຸມລີ້ໄພ ແລະ ສາງອາວຸດລັບໃນສະໄໝຕໍ່ສູ້ຂອງປະຊາຊົນ ຫວຽດນາມ, ຕິດພັນກັບໄລຍະເຄື່ອນໄຫວລັບຂອງກຳລັງພິເສດ ໄຊງ່ອນ.

ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງສາມາດໄປເຖິງຍັງອຸໂມງໃຕ້ດິນ ກູຈີ - ຂຸມຖານທີ່ໝັ້ນປະຫວັດສາດທີ່ມີຊື່ສຽງ, ໃຊ້ເວລາຂັບລົດ 2 ຊົ່ວໂມງຫ່າງຈາກໃຈກາງນະຄອນໂຮ່ຈີມິນ.

ນັກປະພັນ​ບົດ​ຂຽນ​ ​ຍັງ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ຕະ​ຫຼາດອາ​ຫານແຄມ​ຖະໜົນ​ເຊັ່ນ​ ​ຕະຫຼາດ​ ບິ່ງ​ໄຕ​ ​ແລະ​ ຕະຫຼາດ​ ຝູງຮຶ່ງ ດ້ວຍ​ລົດຈັກ. ຖ້າຢາກຊິມອາຫານຊັ້ນສູງ, ນັກ​ທ່ອງ​ທ່ຽວສາມາດໄປຢ້ຽມຢາມຮ້ານອາຫານທີ່ມີດາວ Michelin An An Saigon.

ໜ້າເວບ Yahoo! Life of Singapore ກໍ​ແນະ​ນຳ 9 ຈຸດ​ປາຍທາງທີ່​ສວຍ​ງາມ​ທີ່​ສຸດຢູ່ ຫວຽດນາມ ເຊີ່ງນັກ​ທ່ອງ​ທ່ຽວ​ຄວນ​ໄປ​ຢ້ຽມ​ຢາມ. ​ໃນ​ອັນ​ດັບ​ໜຶ່ງ​ໃນບັນຊີລາຍຊື່ນີ້​ແມ່ນ ​ອ່າວຮ້າລອງ (​ແຂວງ​ ກວາງ​ນິງ). ນັກທ່ອງທ່ຽວ ສາມາດຂີ່ເຮືອເພື່ອຮັບຊົມທິວທັດທີ່ງາມຕາ ແລະ ຄົ້ນຫາບັນດາຖ້ຳຫີນ, ໝູ່ບ້ານປະມົງກາງນ້ຳ.

ຕໍ່​ໄປ​ແມ່ນ​ເທດສະບານ ຊາ​ປາ (ແຂວງ​ ລາວ​ກາຍ) ດ້ວຍບັນດານາຂັ້ນ​ໄດ, ໝູ່ບ້ານຂອງ​ຊາວຊົນ​ເຜົ່າທີ່ດຳລົງຊີວິດ​ ກໍຄືຈອມພູທີ່​ສູງ​ທີ່​ສຸດ​ໃນ​ອິນ​ດູ​ຈີນ. ປ່າສະຫງວນ ແຫ່ງຊາດຟອງຍາ–ແກ້ບ່າງ ໄດ້ຮັບການພັນລະນາຈາກ Yahoo! Life of Singapore ວ່າມີທິວທັດພູຫີນປູນທີ່ຫນ້າປະທັບໃຈ, ແມ່ນ້ໍາໃຕ້ດິນ ແລະ ລະບົບພືດ ແລະ ສັດຫຼາກຫຼາຍຊະນິດ. ນະຄອນ ​ເຫ້ວ (​ແຂວງ​ ເທື່ອ​ທຽນ​ເຫ້ວ), ​ໂຮ້ຍອານ (​ແຂວງ ​ກວາງ​ນາມ) ກໍ່​ນອນໃນບັນຊີລາຍຊື່ນີ້.

ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ

ຊາ​ປາ ແມ່ນໜຶ່ງໃນ 9 ຈຸດປາຍທາງທີ່ສວຍ​ງາມ​ທີ່​ສຸດ ເຊິ່ງໜ້າເວບ Yahoo! Life of Singapore ​ແນະ​ນຳ. (ພາບ: GoTrip)

ບັນດາຈຸດປາຍທາງຕໍ່ໄປ ທີ່ເວບໄຊແນະນຳແມ່ນ ນິງບິ່ງ - “ອ່າວຮ້າລອງເທິງບົກ”; ໝູຍແໜ (ແຂວງ ບິ່ງທ້ວນ) ດ້ວຍໂນນພູຊາຍສີແດງ ແລະ ຂາວ, ໝູ່ບ້ານປະມົງທີ່ຟົດຟື້ນ; ດ່າໜັງ ດ້ວຍບັນດາຫາດ​ຊາຍທີ່ສວຍງາມຄື ໝີເຄ, ນອນເໜືອກ ຫຼື ພູ ຫງູແຮງເຊີນ ດ້ວຍບັນດາວັດສາທີ່ຕັ້ງຢູ່ເທິງຈອມພູ; ໂກນດ່າວ (ແຂວງ ບາເຣັຍ - ຫວຸງເຕົ່າ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.