ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3

22:40 | 10/09/2024

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ສະ​ໜອງ​ເຂົ້າ​ສານສໍາຮອງ​ໃຫ້​ປະ​ຊາ​ຊົນ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ ກໍ່ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ມູນເຊື້ອສາມັກຄີຮັກແພງ​... ຂໍ້​ມູນໄດ້ຍົກຂື້ນ​ໃນ​ກອງ​ປະ​ຊຸມ​​ຕີ​ລາ​ຄາ​ວຽກ​ງານ​ຊີ້​ນຳ​ການຮັບມື, ສະ​ພາບ​ຄວາມ​ເສຍ​ຫາຍ ແລະ ຜັນຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຮີບດ່ວນຂອງ​ພະຍຸ​ລູກທີ 3 ເຊິ່ງ​ໄດ້​ດຳ​ເນີນ​ໃນ​​ວັນ​ທີ 8 ກັນຍາ ຢູ່​ຮ່າ​ໂນ້ຍ ​ໂດຍ​ການເປັນປະທານຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງ​ຈິ້ງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ​ເຂົ້າ​ຮ່ວມການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ເຂົ້າ​ຮ່ວມ​ບັ້ນຮົບ ດ້ຽນບຽນຟູ ໂດຍກົງ

ກອງ​ປະ​ຊຸມ​ໄດ້ເປີດ​ເຊື່ອມ​ຕໍ່​ທາງ​ອອນ​ໄລ​ນ​໌​ຈາກ​ສໍາ​ນັກ​ງານ​ລັດ​ຖະ​ບານ​ໄປ​ເຖິງ 26 ທ້ອງ​ຖິ່ນ​ ນັບແຕ່ ແທງ​ຮ່​ວາ​ຂຶ້ນໄປ​ທາງພາກ​ເຫນືອ​. ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ມີ ທ່ານ ຫງວຽນ​ຮ່​ວາ​ບິງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້ປະຈໍາການລັດຖະບານ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟືອກ; ມີການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູນ​ກາງ; ເລຂາພັກ, ປະທານຄະນະກຳມະການປະຊາຊົນ 26 ແຂວງ, ນະຄອນ.

Hội nghị được kết nối trực tuyến từ trụ sở Chính phủ tới 26 địa phương từ Thanh Hóa trở ra phía bắc. (Ảnh: Báo Chính phủ)  ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ທາງ​ອອນ​ໄລ​ນ​໌​ຈາກ​ສໍາ​ນັກ​ງານ​​ລັດ​ຖະ​ບານ​ໄປ​ເຖິງ 26 ທ້ອງ​ຖິ່ນ​ຈາກ​ແທງ​ຮ່​ວາ​ໄປ​ພາກ​ເຫນືອ​. (ພາບ: ໜັງສືພິມລັດຖະບານ)

ກອງ​ປະ​ຊຸມ​ໄດ້​ເຊື່ອມ​ຕໍ່​ທາງ​ອອນ​ໄລ​ນ​໌​ຈາກ​ສໍາ​ນັກ​ງານ​​ລັດ​ຖະ​ບານ​ໄປ​ເຖິງ 26 ທ້ອງ​ຖິ່ນ​ ນັບແຕ່ ແທງ​ຮ່​ວາ​ຂຶ້ນໄປ​ທາງພາກ​ເຫນືອ​. (ພາບ: ໜັງສືພິມລັດຖະບານ)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ໄດ້ຕີ​ລາຄາ​ພາຍຸ​ລູກທີ 3 ​​ມີ​ລະດັບຄວາມ​ແຮງ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ; ແຮງທີ່ສຸດໃນຮອບ 30 ປີຜ່ານມາ; ເພີ່ມລະດັບຂຶ້ນຜິດປົກກະຕິຕາມຫຼັກເກນ; ມີລົມພະຍຸພັດເປັນເວລາດົນຢູ່ເທິງໜ້າດິນ; ເກີດຂື້ນໃນບໍລິເວນກວ້າງ.

ວຽກງານພະຍາກອນອາກາດ,​ ການປະຈຳການ​, ຊີ້ນໍາການຮັບມື, ການແຈ້ງ​ຂໍ້​ມູນ​ຂ່າວ​ສານ​ພື້ນ​ຖານ​ຕອບ​ສະ​ຫນອງ​ໄດ້ຕາມ​ການຮຽກຮ້ອງ​; ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ ​ແລະ ທ້ອງ​ຖິ່ນ​ພວມ​ຕັດສິນໃຈ​​ຕາມບົດບາດ, ໜ້າ​ທີ່​ຂອງ​ຕົນຢ່າງຂຸ້ນຂ້ຽວ. ເຖິງຢ່າງໃດກໍຕາມ, ຄວາມເສຍຫາຍແມ່ນໜັກໜ່ວງທີ່ສຸດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍົກອອກ 5 ເປົ້າ​ໝາຍ​ໃນຕໍ່ໜ້າ ​ລວມ​ມີ:

ສຸມໃສ່​​ຢູ່ໃນລະດັບສູງໃຫ້ແກ່​ການ​​ກູ້​ຊີບ, ກວດກາ ​ແລະ ຊອກ​ຫາ​ຜູ້​ສູນ​ຫາຍ; ປິ່ນປົວຜູ້ບາດເຈັບ ໂດຍສະເພາະຜູ້ບາດເຈັບສາຫັດ; ດູແລເບົາເທົາທຸກໃຫ້ຜູ້ໂຊກຮ້າຍ.

ບໍ່ໃຫ້ປະຊາຊົນ​ຄົນ​ໃດ​ຂາດ​ອາຫານ, ຂາດເຄື່ອງ​ນຸ່ງ​ຫົ່ມ, ທີ່​ພັກ​ອາ​ໄສ, ຫຼື​ບ່ອນເພິ່ງພາອາໄສ; ບໍ່ປະໃຫ້ນັກຮຽນບໍ່ມີຫ້ອງຮຽນ ຫຼື ໂຮງຮຽນ; ບໍ່ປະໃຫ້ຄົນເຈັບ ​ບໍ່​ມີ​ບ່ອນ​ກວດ​ ​ແລະ​ ປິ່ນ​ປົວພະຍາດ.

ແກ້​ໄຂ​ບັນຫາ​ໄຟຟ້າ, ນ້ຳປະປາ, ​ໂທລະ​ຄົມມະນາຄົມ ​ແລະ ດ້ານ​ອື່ນໆ ​ເພື່ອ​ຮັບ​ໃຊ້​ການ​ນຳພາ, ຊີ້ນໍາ, ການ​ຜະລິດ, ທຸລະ​ກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ສະຖິຕິຄວາມເສຍຫາຍທີ່ແນ່ນອນ, ພາວະວິໄສເພື່ອໃຫ້ມີການຟື້ນຟູແກ້ໄຂທີ່ເຫມາະສົມ, ມີປະສິດທິພາບ ແລະ ທັນເວລາ.

ຮັບມືກັບຜົນ​ຮ້າຍ​ທີ່ຈະຕາມມາ​ຫຼັງ​ຈາກ​ພະຍຸ​ເຊັ່ນ ນ້ຳ​ນອງ, ນ້ຳ​ແກວ່ງ, ດິນເຊາະ​ເຈື່ອນ...

Đường phố Hà Nội tan hoang sau bão số 3. (Ảnh: KT)  ຖະ​ໜົນ​​ຮ່າ​ໂນ້ຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ພະ​ຍຸ​ເລກ 3. (ພາບ: KT)

ຖະ​ໜົນ​​ຫົນທາງຢູ່ ຮ່າ​ໂນ້ຍ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ພະ​ຍຸ​ລູກທີ 3. (ພາບ: KT)

ກ່ຽວ​ກັບວິທີ​ການ​ແກ້​ໄຂ, ທ່ານ​ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ​ໃຫ້​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ຕັ້ງໜ້າ​ຜັນ​ຂະຫຍາຍ​ການປະຕິບັດ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ທີ່ຈະຕາມມາພາຍ​ຫຼັງທີ່​ພາຍຸ​ພັດເຂົ້າ ຕາມ​ສິດ ແລະ ໜ້າ​ທີ່ທີ່ໄດ້ຮັບການມອບໝາຍ; ບັນດາ​ກະຊວງ​ອຸດສາຫະກຳການຄ້າ, ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຄົມມະນາຄົມ​ຂົນ​ສົ່ງ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ, ​ແຮງ​ງານ, ​ທະຫານເສຍ​ອົງຄະ ​ແລະ ສັງຄົມ ຕ້ອງປະຕິບັດ​ວຽກ​ງານ​ຢ່າງເຄັ່ງຄັດ ໃນການຄຸ້ມ​ຄອງ​ລັດ​ຕາມ​ສິດອໍານາດ (ກ່ຽວກັບ​ຄຳ​ແນະນຳ, ຂໍ້ກໍານົດ, ມາດຕະຖານ, ລະບຽບ​ການ.. .), ຖ້າເກີນສິດອຳນາດ, ແມ່ນລາຍງານໃຫ້ຂັ້ນທີ່ມີອຳນາດພິຈາລະນາ ແລະ ຕັດສິນ.

ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ຮັບ​ມື​, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດຢ່າງ​ທັນການ. ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ວຽກ​ງານ​ພະຍາກອນອາກາດ ​ແລະ ສື່ສານ; ເອົາ​ໃຈ​ໃສ່ໃນການ​ແຈ້ງຂໍ້​ມູນແນະນໍາ​ເຕັກນິກກ່ຽວ​ກັບການກະກຽມຮັບມືກັບໄພ​ພິ​ບັດ​ທໍາ​ມະ​ຊາດ​.

ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະແໜງການທີ່ມີສິດ​ອຳນາດ ​ ​ນຳ​ໃຊ້​ຄັງ​ສຳຮອງ​ເພື່ອ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ (ການ​ເງິນ, ພາຫະນະ, ວັດຖຸອຖປະກອນ...) ​ເພື່ອ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ໃຫ້​ກັບມາເປັນເປັນ​ປົກກະຕິ.

ບັນ​ດາ​ທ້ອງ​ຖິ່ນ​ສະ​ໜອງຢ່າງຮີບດ່ວນ​ເພື່ອ​ແກ້​ໄຂ​ບັນ​ຫາ​​ກ່ຽວ​ກັບ​ສະ​ບຽງ​ອາ​ຫານ, ເຄື່ອງ​ນຸ່ງຫົ່ມ, ທີ່​ພັກ​ອາ​ໄສ, ການ​ສຶກ​ສາ, ການ​ປິ່ນ​ປົວພະຍາດຂອງປະຊາຊົນ, ສະ​ເໜີ​ການ​​ຊ່ວຍເຫຼືອ​ຂອງສູນ​ກາງ​ຈາກ​ງົບ​ປະ​ມານ​ສໍາຮອງ, ​​ທ່ານ​ນາຍົກລັດຖະມົນຕີ ມອບໝາຍໃຫ້ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮດຶກເຟືອກ ເປັນ​ປະ​ທານໃນການແກ້ໄຂຕັດສິນ, ວຽກງານນີ້ຕ້ອງເຮັດທັນທີ, ສໍາເລັດກ່ອນເວລາ 18:00 ໂມງຂອງວັນທີ 8 ກັນຍານີ້, ຫຼັງຈາກນັ້ນ ກໍ່ສືບຕໍ່ເພີ່ມເຕີມຖ້າມີຄວາມຈໍາເປັນ.

"ພິເສດ, ບັນດາທ້ອງຖິ່ນຕ້ອງເກັບກໍາສະຖິຕິທັນທີ ແລະ ສະໜອງເຂົ້າສານສຳຮອງຢ່າງທັນການ, ຕ້ອງການເທົ່າໃດແມ່ນນຳອອກໄປເທົ່ານັ້ນ, ສິ່ງສໍາຄັນແມ່ນສະຖິຕິໃຫ້ຖືກຕ້ອງ ແລະ ໂປ່ງໃສ, ເພື່ອຫຼີກລ່ຽງບັນຫາທາງລົບທີ່ອາດຈະເກີດຂື້ນ” ທ່ານນາຍົກເນັ້ນໜັກ. ພ້ອມ​ກັນ​ນັ້ນ, ກໍ່ສຸມ​ໃສ່​ສ້ອມ​ແປງ​ໂຮງຮຽນ ​ແລະ ຫ້ອງ​ຮຽນ.

ພິເສດ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຊົນ, ວິສາຫະກິດ, ອົງການ, ທ້ອງຖິ່ນ, ບັນດາວິສາຫະກິດທີ່ບໍ່ໄດ້ຮັບຄວາມເສຍຫາຍ ຊ່ວຍເຫຼືອປະຊາຊົນ, ວິສາຫະກິດ, ອົງການ, ທ້ອງຖິ່ນ, ວິສາຫະກິດທີ່ໄດ້ຮັບຄວາມເສຍຫາຍ, “ມີໜ້ອຍກໍ່ປະກອບສ່ວນໜ້ອຍ, ມີຫຼາຍກໍ່ປະກອບສ່ວນຫຼາຍ, ມີສິ່ງຂອງປະກອບສິ່ງຂອງ, ມີແຮງງານກໍ່ປະກອບແຮງງານ, ສົ່ງເສີມມູນເຊື້ອຄວາມຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະກັນຂອງປະຊາຊົນພວກເຮົາ.

ທ່ານນາຍົກລັດຖະມົນຕີ ຊີ້ອອກບາງບົດຮຽນທີ່ສຳຄັນຄື: ການນຳ, ອຳນາດການປົກຄອງ, ໂດຍສະເພາະແມ່ນບັນດາເລຂາພັກ, ປະທານອົງການທ້ອງຖິ່ນ ຕ້ອງຕິດຕາມສະພາບການຢ່າງແໜ້ນແຟ້ນ, ເຂັ້ມງວດ, ເດັດດ່ຽວ, ຮັດກຸມ, ມີຈຸດສຸມ; ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ, ໂດຍອີງໃສ່ໜ້າທີ່, ຄວາມຮັບຜິດຊອບ ແລະ ສິດອຳນາດຂອງຕົນ ຕ້ອງປະຕິບັດຕາມຄຳສັ່ງແນະນຳຂອງອຳນາດການປົກຄອງບັນດາຂັ້ນຢ່າງເຂັ້ມງວດ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ, ສະກັດກັ້ນ ແລະ ຕ້ານໄພທຳມະຊາດ; ເຊື່ອມຊຶມ “4 ​ກັບທີ່” ຢ່າງ​ລະອຽດ, ດຳ​ເນີນ​ການ​​ເປັນ​ປະຈຳ, ຕິດຕາມ​ສະພາບ​ການ​ຢ່າງ​ໃກ້ຊິດ ​ແລະ ກະກຽມ​ແຫຼ່ງກຳລັງ​ໃຫ້​ພຽງພໍ; ເຮັດວຽກການສື່ສານໃຫ້ເປັນຢ່້າງດີ ແລະ ມີການຍ້ອງຍໍ, ລົົງວິໄນ, ຈັດການການແກ້ໄຊຢ່າງທັນການ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຟາ​ມ​ມິ​ງຈິ້ງ ​ໄດ້​ລົງ​ກວດກາ​ສະພາບ​ຄວາມ​ເສຍ​ຫາຍ ​ແລະ ຊີ້​ນຳ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍທີ່ຕາມມາພາຍ​ຫຼັງ​ພະຍຸ​ເລູກທີ 3 ຢູ່ ກວາງ​ນິງ ​ແລະ ຫາຍ​ຟ່ອງ - ​ເຊິ່ງພາຍຸ​ໄດ້​ພັດ​ເຂົ້າ​ດ້ວຍ​ລົມ​ແຮງ​, ຕາມການ​ສະຖິຕິ​ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 8 ກັນຍາ ແມ່ນມີຜົນ​ເສຍ​ຫາຍ​ຫຼາຍ​ທີ່​ສຸດ​.

ທ່ານ​ນາຍົກລັດຖະມົນຕີ ​ໄດ້​ລົງ​ຢ້ຽມຢາມ​ປະຊາຊົນ​ທີ່ຖືກ​ຜົນ​ເສຍ​ຫາຍ ​ແລະ ລະດົມກຳລັງໃຈໃຫ້ບັນດາ​ທະຫານ, ຕຳຫຼວດ, ​ເຍົາວະ​ຊົນ, ພະນັກງານ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ຮັກສາ​ຄວາມ​ສະອາດ​ພາຍຫຼັງ​ພາຍຸ.

ກ່ອນ​ໜ້າ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ່ໄດ້​ຊີ້​ນຳ​ຊ່ວຍ​ເຫຼືອຈຳ​ນວນ 100 ຕື້​ດົ່ງ​ໃຫ້​ແຕ່​ລະ​ທ້ອງ​ຖິ່ນ​ຢູ່ແຂວງ ກວາງ​ນິງ ແລະ ຫາຍ​ຟ່ອງ ເພື່ອ​ຟື້ນຟູແກ້​ໄຂ​ຜົນ​ເສຍຫາຍຈາກ​ພະ​ຍຸ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.