ຍສໝ - ວັນທີ 27 ພຶດສະພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ La Habana ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2024-2029, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ - ກູບາ.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 31/5, ຢູ່ສຳນັກງານລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae Yul, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ດຳເນີນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30 ພຶດສະພາ – 1 ມິຖຸນາ.
ຍສໝ - ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ Anna Krystyna Radwan-Röhrenschef ໄດ້ເປັນປະທານຮ່ວມໃນການທີ່ປຶກສາການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງຫວຽດນາມ - ໂປໂລຍ.
ຍສໝ - ໃນໄລຍະຢ້ຽມຢາມ ແລະ ສຶກສາຢູ່ ຫວຽດນາມ ແຕ່ວັນທີ 21 ພຶດສະພາ – 12 ມິຖຸນາ 2024, ຄະນະຜູ້ແທນອາຈານ ແລະ ນັກສຶກສາຂອງໂຮງຮຽນ O'neil ກ່ຽວກັບວຽກງານສາທາລະນະ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລ Indiana (ອາເມລິກາ) ໄດ້ເຂົ້າຮ່ວມການແລກປ່ຽນຂໍ້ມູນກ່ຽວກັບ “ປະຫວັດສາດ, ການພັດທະນາສັງຄົມຂອງຫວຽດນາມ ແລະ ສິ່ງແວດລ້ອມ ແລະ ເປົ້າໝາຍໃນອະນາຄົດ” ແລະ “ຂະບວນການປ່ຽນໃໝ່ຢູ່ຫວຽດນາມ ແລະ ທັດສະນະຂອງປະຊາຊົນຫວຽດນາມ ກ່ຽວກັບການຫັນເປັນໂລກາພິວັດ”.
ຍສໝ - ຕອນເຊົ້າວັນທີ 30 ພຶດສະພາ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ສັນຕິພາບ ພົມວິຫານ ພ້ອມກັນກັບຄະນະປະຕິບັດງານທີ່ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຂາຍ ໄດ້ອວຍພອນໃຫ້ຄະນະປະສົບຜົນສຳເລັດໃນການໄປປະຕິບັດງານຄັ້ງນີ້, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງກະຊວງການເງິນ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.
ຍສໝ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະປະຊຸມເປີດກ່ຽວກັບຫົວຂໍ້ “ເພີ່ມທະວີບົດບາດຂອງ ອາຟຣິກາ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ການພັດທະນາທົ່ວໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.
ຍສໝ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ທີ່ໂຮງແຮມ ຈຳປາ, ເມືອງ ເຊິມເຊີນ, ສະຫາຍ ໂດ໊ຈ່ອງຮຶງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ກຳມະການຄະນະປະຈຳພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ ຫົວພັນ, ເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການວຽກງານຂອງ ສະພາປະຊາຊົນສອງແຂວງ ໄດ້ຈັດຂຶ້ນຢູ່ທີ່ແຂວງ ແທງຮວ໋າ. ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍຄື: ສະຫາຍ ເລຕ໋ຽນລາມ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງ; ສະຫາຍ ຫງວຽນກວາງຫາຍ, ຮອງປະທານສະພາປະຊາຊົນແຂວງ ...
ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີການຕ່າງປະເທດໄທ ຈະມາຢ້ຽມຢາມລາວຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ.
ຍສໝ - ການປົກປ້ອງປ່າໄມ້ໃນລາວຍັງປະເຊີນກັບສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະສະຖານະການຂອງຊຸມຊົນທ້ອງຖິ່ນທີ່ມີການບຸກລຸກທີ່ດິນປ່າໄມ້. ປະເທດລາວ ໄດ້ວາງແຜນທີ່ຈະປູກຕົ້ນໄມ້ 34 ລ້ານຕົ້ນໃນປີນີ້.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 29 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍທ່ານລັດຖະມົນຕີ ຮ່ວາງແທງດາດ ນຳໜ້າໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫລີ ວູໂຫ່ ແລ້ວ, ຜົນສຳເລັດໃນການປະສົມປະສານແມ່ນ “ຄວາມຫຼັກແຫຼ່ງ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສະນັ້ນ, ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເພື່ອແນໃສ່ຊຸກຍູ້ ““ຄວາມຫຼັກແຫຼ່ງ” ຂອງການພົວພັນຫວຽດນາມ - ສເກົາຫຼີ.
ຍສໝ - ວັນທີ 28 ພຶດສະພາ, ຢູ່ຕາແສງ ບາເຕີ່ງ (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ໄດ້ດຳເນີນກອງປະຊຸມສະຫຼຸບເບື້ອງຕົ້ນ15 ປີແຫ່ງການແຮກສ່ຽວ ກຸ່ມປະຊາຊົນສອງເບື້ອງຊາຍແດນລະຫວ່າງບ້ານລົວ, ຈຸ່ມ (ຕາແສງ ບາເຕີ່ງ, (ເມືອງ ເຮື່ອງຮວ໋າ, ແຂວງ ກວາງຈິ) ກັບບັນດາບ້ານ ອັນລະ, ອາຢົງ, ເຊ (ເມືອງ ສະໝ້ວຍ, ແຂວງ ສາລະວັນ, ລາວ).
ຍສໝ - ກະຊວງການເງິນຫວຽດນາມ ຈະໜູນຊ່ວຍການກຳນົດທິດພັດທະນາອຸດສາຫະກຳການເງິນຂອງລາວໃນໄລຍະກາງ ແລະ ໄລຍະຍາວ, ສະເພາະການປະຕິຮູບສະຖາບັນ ແລະ ສຳເລັດຮູບການຂອງກົດໝາຍຕາມແຜນງານ ແລະ ແຜນການຂອງຝ່າຍລາວ.
ຍສໝ - ໃນຊຸມປີທີ່ຜ່ານມາ, ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ ໄດ້ມີການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງຕົນ, ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ ແລະ ການໜູນຊ່ວຍຂອງປະຊາຊົນບັນດາປະເທດຊາດກ່ຽວກັບພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຂອງປະຊາຊົນ ຫວຽດນາມ ເວົ້າລວມ ແລະ ນະຄອນ ຫາຍຟ່ອງ ເວົ້າສະເພາະ. ຜ່ານນັ້ນ, ກໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງນະຄອນໃນຂະບວນວິວັດການເຊື່ອມໂຍງເຂົ້າກັບສາກົນ, ສະໜັບສະໜູນຂະບວນການສັນຕິພາບຢູ່ໃນໂລກ.
ຍສໝ - ໃນໄລຍະ 2018-2023, ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ໄດ້ປະຕິບັດບັນດາການເຄື່ອນໄຫວສັນຕິພາບ, ຄວາມສາມັກຄີ, ມິດຕະພາບ ຢ່າງຕັ້ງໜ້າ; ຍູ້ແຮງການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜັນຂະຫຍາຍບັນດາກົນໄກປະສານງານວຽກງານດ້ານການທູດປະຊາຊົນຢ່າງຄົບຊຸດ, ມີປະສິດທິຜົນ... ຜ່ານນັ້ນ ກໍ່ສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການເຄື່ອນໄຫວໃນຊຸມປີຕໍ່ໄປ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງນະຄອນ ຫາຍຟ່ອງ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ, ຕອນບ່າຍວັນທີ 28 ພຶດສະພານີ້, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມຄັ້ງທີ 1 ຄະນະກຳມະການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຫວຽດນາມ - ລາວ.
ຍສໝ - ສືບຕໍ່ດຳເນີນວຽກງານຢູ່ບັນດາແຂວງພາກໃຕ້ຂອງລາວ, ຕອນບ່າຍວັນທີ 28 ພຶດສະພາ, ຢູ່ແຂວງເຊກອງ (ສປປ ລາວ), ຄະນະຊີ້ນຳ 515 ແຂວງກອນຕູມ ໄດ້ມີການເຈລະຈາກັບຄະນະປະຕິບັດງານພິເສດແຂວງເຊກອງ.
ຍສໝ - ຕອນບ່າຍວັນທີ 28 ພຶດສະພາ, ຢູ່ແຂວງ ດ້ຽນບຽນ (ຫວຽດນາມ) ໄດ້ດຳເນີນກອງປະຊຸມລະຫວ່າງ ດ່ານຊາຍແດນ ຮ່ວຍຟຸກ (ກອງບັນຊາການທະຫານຊາຍແດນ ດ້ຽນບຽນ), ສະຖານີປ້ອງກັນຊາຍແດນ ເມືອງແລ່ວ (ກອງບັນຊາການທະຫານຊາຍແດນ ເຊີນລາ), ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກັບກອງບັນຊາການທະຫານຊາຍແດນ 161, ກອງບັນຊາການທະຫານແຂວງຫຼວງພະບາງ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ຮ່ອງຮອຍຫ້ອງການເຮັດວຽກຂອງສະຖານທູດ ສາທາລະນະລັດ ກູບາ ແລະ ໂຮງງານນ້ຳຕານ ກູບາ ຢູ່ເຂດຊາຍແດນຂຶ້ນກັບເມືອງ ເຕີນບຽນ ແລະ ເມືອງ ເຕີນເຈົາ, ແຂວງ ໄຕນິງ ເປັນຫຼັກຖານພະຍານໃຫ້ຄວາມມິດຕະພາບ, ຄວາມສາມັກຄີ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນສອງປະເທດ ກູບາ ແລະ ຫວຽດນາມ.
ຍສໝ - ງານມະຫະກຳກິລານັກຮຽນອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ຈະໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ 1 ຫາວັນທີ 9 ມິຖຸນາ 2024 ຢູ່ນະຄອນ ດານັງ. ງານມະຫະກຳຄັ້ງນີ້ມີນັກກິລາ ແລະ ຄູເຝິກ 1.300 ກວ່າຄົນຂອງຄະນະກິລາທີ່ມາຈາກ 10 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ.
ຍສໝ - 300 ຮ້ານຂອງ 120 ວິສາຫະກິດຂອງ ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ຕິງບຽນ ຈັດໂດຍແຂວງ ອານຢາງ.
ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.
ຍສໝ - ຕອນຄ່ຳວັນທີ 24 ພຶດສະພາ 2024, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ ອາຟຣິກາ ໂດຍບັນດາສະຖານທູດ ອາຟຣິກາ ປະຈຳ ຮ່າໂນ້ຍ ຈັດຕັ້ງ.
ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.
ຍສໝ - ອາທິດຜ່ານມານີ້, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມບັນດາອົງການປະຊາຊົນຫວຽດນາມ ກະກຽມໃຫ້ແກ່ເວທີປາໄສປະຊາຊົນ ອາຊຽນ (APF) 2024 ຄາດວ່າທີ່ຈະຈັດຕັ້ງຢູ່ Timor Leste.
ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.
ຍສໝ - ສູນ ຝຣັ່ງ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ປຸກລະດົມໂຄງການສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ, ໂຄງການ ເພື່ອຊ່ວຍໃຫ້ນັກຮຽນມັດທະຍົມຕອນປາຍທີ່ຮູ້ພາສາ ຝຣັ່ງ ໃນ 3 ປະເທດ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ.