ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

08:45 | 26/05/2024

ຍສໝ - ​ອາທິດ​ຜ່ານ​ມານີ້, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນກອງ​ປະຊຸມ​ບັນດາ​ອົງການ​ປະຊາຊົນ​ຫວຽດນາມ ກະກຽມ​ໃຫ້​ແກ່​ເວທີ​ປາ​ໄສ​ປະຊາຊົນ​ ອາ​ຊຽນ (APF) 2024 ຄາດວ່າທີ່​ຈະ​ຈັດຕັ້ງ​ຢູ່ Timor Leste.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ
ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ກອງ​ປະຊຸມ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 30 ທ່ານ​ທີ່​ຕາງໜ້າ​ໃຫ້​ບັນດາ​ອົງການປະຊາຊົນ​ ຫວຽດນາມ ເພື່ອ​ທວນ​ຄືນ​​ຂໍ້​ມູນ​ກ່ຽວ​ກັບ APF 2023, ອັບເດດວຽກ​ງານ​ກະກຽມ APF 2024 ຂອງ​ຄະນະຈັດຕັ້ງປະ​ເທດ​​ເຈົ້າພາບ Timor Leste ​ແລະ ຄະນະ​ຈັດ​ຕັ້ງ​ພາກ​ພື້ນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ຜູ້​ແທນ ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ​ແລະ ຈຸດ​ສຸມ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ຢູ່ APF 2024 ​ແລະ ​ໄດ້​ເລືອກ​ຕັ້ງ​ຄະນະປະສານງານ​ແຫ່ງ​ຊາດ ຫວຽດນາມ ສຳລັບ APF 2024.

ບັນດາ​ອົງການ​ປະຊາຊົນ ​ຫວຽດນາມ ກະກຽມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ​ອາ​ຊຽນ 2024

ກອງ​ປະ​ຊຸມ​ບັນ​ດາ​ອົງ​ການ​ປະ​ຊາ​ຊົນ ​ຫວຽດ​ນາມ ກະກຽມໃຫ້ການເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ 2024. (ພາບ: ດິງ​ຮວ່າ)

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ວ່າ APF 2024 ຕ້ອງ​ເອົາ​ໃຈ​ໃສ່​ປຶກສາ​ຫາລື, ຊຸກຍູ້​ບັນດາ​ບັນຫາ​ນະ​ໂຍບາຍ​ທີ່​ສຳຄັນ, ຮີບ​ດ່ວນ​ຕໍ່​ຊີວິດ​ຂອງ​ປະຊາຊົນ​ເຊັ່ນ ນະ​ໂຍບາຍ​ສັງຄົມເພື່ອ​ເບິ່ງ​ແຍງ ​ແລະ ປົກ​ປ້ອງບັນດາ​ກຸ່ມຜູ້ທີ່ມີຄວາມອ່ອນແອ, ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ແບບ​ໃໝ່ (​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ແຜ່​ລະບາດ, ຄວາມ​ປອດ​ໄພ​ຂອງ​ນ​້​ໍ​າ​, ສະ​ບຽງ​ອາ​ຫານ ... )

ພົ້ນເດັ່ນ, ຜູ້​ແທນ​ຫຼາຍ​ທ່ານ ​ໄດ້​ເນັ້ນ​ໜັກ​ເຖິງ​ບັນຫາສຸຂະພາບຊຸມຊົນ ແລະ ຄວາມ​ສາມາດ​ໃນ​ການຮັບມືກັບບັນດາພະຍາດ​ໃນ​ອະນາຄົດ.

ບັນດາຜູ້ແທນຖືວ່າ APF 2024 ແມ່ນໂອກາດທີ່ສຳຄັນເພື່ອໃຫ້ບັນດາຝ່າຍແລກປ່ຽນປະສົບການ ແລະ ສະເໜີຂໍ້ລິເລີ່ມ ເພື່ອຍົກສູງສຸຂະພາບຊຸມຊົນ ແລະ ເບິ່ງແຍງກຸ່ມຜູ້ທີ່ມີຄວາມອ່ອນແອ (ເດັກນ້ອຍ, ຄົນພິການ…); ປ້ອງກັນແຕ່ໄກ, ແຕ່ໄວ, ກະກຽມ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ເພື່ອ​ຮັບມືກັບການ​ແຜ່​ລະບາດ​ຂອງ​ພະຍາດ​ທີ່​ອັນຕະລາຍ​ອື່ນໆ​ທີ່​ຄ້າຍຄື​ກັນ​ກັບ COVID-19 ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

ຜູ້ແທນຈຳນວນໜຶ່ງ ໄດ້ສະເໜີວ່າ ຕ້ອງສືບຕໍ່ຮັກສາການປຶກສາຫາລືຢູ່ APF 2024 ກ່ຽວກັບບັນຫາປົກປັກຮັກສາ ແລະ ນຳໃຊ້ແຫຼ່ງນ້ຳຂ້າມຊາຍແດນແບບຍືນຍົງ ເພື່ອຮັບປະກັນການຄຸ້ມຄອງແຫຼ່ງນ້ຳລວມຢ່າງມີປະສິດທິຜົນ ແລະ ສະເໝີພາບ, ຮັກສາສະພາບແວດລ້ອມສັນຕິພາບ, ສະກັດກັ້ນການປະທະກັນ, ຮັບໃຊ້ການພັດທະນາແບບຍືນຍົງ. ນອກຈາກນັ້ນ, ບັນຫາອະນຸລັກຮັກສາ ແລະ ຟື້ນຟູລະບົບນິເວດທະເລ, ປົກປັກຮັກສາການຫາລ້ຽງຊີບ ແລະ ການປະພຶດມະນຸດສະທຳຕໍ່ຊາວປະມົງຢູ່ທະເລ ກໍ່ແມ່ນບັນດາບັນຫາທີ່ໄດ້ສະເໜີເພື່ອນຳບັນຫາຈຸດສຸມເຂົ້າຮ່ວມຂອງ ຫວຽດນາມ.

ຄາດວ່າ APF 2024 ຈະ​​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກັນຍາ 2024 ທີ່​ Timor Leste (ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ທີ່ຈະດຳເນີນ​ຢ່າງ​ເປັນ​ທາງ​ການ). ​ເພື່ອ​ກະກຽມ​ໃຫ້​ແກ່ APF 2024, ຄະນະ​ຈັດ​ຕັ້ງ APF 2024, ກອງ​ປະຊຸມ​ກະກຽມ​ລະດັບ​ພາກ​ພື້ນຄັ້ງ​ທຳ​ອິດ​ ຈະ​ຈັດ​ຂຶ້ນ​ຢູ່ Dili, Timor Leste ​ແຕ່​ວັນ​ທີ 29 – 31 ພຶດສະພາ 2024.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
302 Found

Found

The document has moved here.