ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

08:32 | 25/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ພຶດສະພາ, ຢູ່ ​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຊິງ​ເຫຍີດເຕິ່ນ ​ໄດ້​ມີການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ທ່ານ ບຸນ​ເຖິງ ດວງ​ສະຫວັນ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ.

Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines
ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຊິງ​ເຫຍີດເຕິ່ນ ໄດ້​ມີ​ການ​ຕ້ອນຮັບ ແລະ ​ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ລາວ ໂດຍ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ ເປັນຫົວໜ້າຄະນະ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ ເພື່ອແນ່ໃສ່ຫັນເປັນລະອຽດບັນດາເນື້ອໃນຂອງ​ບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ທ້ອງຕະຫຼາດ​ ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ​ໄດ້​ລົງ​ນາມ​ໃນ​ເດືອນ ເມສາ ປີ 2024 ຢູ່ ວຽງ​ຈັນ, ປະເທດ ລາວ.

​ເຂົ້າ​ຮ່ວມ​ທີ່ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ, ຝ່າຍ​ ຫວຽດນາມ ​ໄດ້​ມີ​ການ​ນຳ​ບັນດາ​ຫົວໜ່ວຍ​ຄື: ກົມ​ໃຫຍ່​ຄຸ້ມ​ຄອງທ້ອງ​ຕະຫຼາດ, ກົມ​ຕະຫຼາດ ອາຊີ - ອາ​ຟຣິກາ ​ແລະ ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ. ​ໃນ​ນັ້ນ, ​ໃນ​ຄະນະ​ຜູ້​ແທນ​ລາວ, ມີ​ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ປະຕິບັດ​ໜ້າ​ທີ່​ຢູ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ລາວ.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນຊິງ​ເຫຍີດເຕິ່ນ ​​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ບຸນເຖິງ ດວງ​ສະຫວັນ ເປັນຫົວໜ້າຄະນະ.

ທີ່​ການ​ເຮັດວຽກ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທົບທວນຄືນໝາກຜົນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃນເດືອນ ເມສາ 2024, ທ່ານຮອງລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ໃຫ້ຮູ້ວ່າ: ສອງຝ່າຍໄດ້ແລກປ່ຽນ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນໃນຫຼາຍຂົງເຂດ, ເປັນຕົ້ນແມ່ນການລົງນາມ ບົດ​ບັນທຶກ​ຊ່ວຍຈຳ​ລະຫວ່າງ​ກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ) ​ແລະ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ລາວ). ສະ​ນັ້ນ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ເນັ້ນ​ໜັກ​ວ່າ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຍິນ​ດີ​ຕ້ອນຮັບ​ຝ່າຍ ​ລາວ ​ຢ່າງ​ສູງ​ ​ໃນ​ການ​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເພື່ອແນ່ໃສ່​ຫັນເປັນ​ລະອຽດບັນ ດາ​ເນື້ອ​ໃນ​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ໃຫ້​ຮູ້​ວ່າ: ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ ​ແລະ ການ​ຄ້າ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ລາວ. ປີ 2023, ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ​ ຫວຽດ​ນາມ - ລາວ ໄດ້​ບັນ​ລຸ 1,63 ຕື້ USD. 4 ເດືອນຕົ້ນປີ 2024, ຜົນບວກຂອງວົງເງິນການຄ້າຂອງ 2 ປະເທດບັນລຸ 620,6 ລ້ານ USD, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປ ລາວ ແມ່ນນ້ຳມັນແອັດຊັງ, ພາຫະນະຂົນສົ່ງ ແລະ ຜະລິດຕະພັນອາໄຫຼ່, ຜະລິດຕະພັນຈາກເຫຼັກກ້າ... ກົງກັນຂ້າມ ຫວຽດນາມ ນຳເຂົ້າຈາກ ລາວ ແມ່ນປະເພດສິນຄ້າຢາງພາລາ, ຖ່ານຫີນ, ໄມ້ ແລະ ຜະລິດຕະພັນຈາກໄມ້...

ຕາມ​ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ແລ້ວ, ປະຈຸ​ບັນ 2 ປະ​ເທດ​ພວມ​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ໃນ​ຂົງ​ເຂດ​ພະລັງງານ​ຄື: ການ​ຮ່ວມ​ມື​ດ້ານ​ການ​ຊື້-ຂາຍ​ໄຟຟ້າ, ການ​ຮ່ວມ​ມື​ຊື້-ຂາຍ​ຖ່ານ​ຫີນ... ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ມາເຖິງປະຈຸບັນ, ວິສາຫະກິດ ຫວຽດນາມ ໄດ້ລົງທຶນຢູ່ ລາວ 245 ໂຄງການ, ໃນນັ້ນມີຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ ລາວ ພວມດຳເນີນໄປຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງວຽກເຮັດງານທຳ, ລາຍຮັບໃຫ້ຄົນງານນັບພັນຄົນ, ເພີ່ມລາຍຮັບໃຫ້ແກ່ ງົບປະມານ​ແຫ່ງ​ລັດ ລາວ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ໂທລະ​ຄົມ, ການ​ທະນາຄານ, ການ​ປູກ​ ແລະ ປຸງແຕ່ງຢາງພາລາ, ການ​ຜະລິດ ​ແລະ ປຸງ​ແຕ່ງ​ອາຫານ, ນ້ຳ​ນົມ...

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນຊິງ​ເຫຍີດເຕິ່ນ ຊີ້​ແຈ້ງວ່າ: ມີ​ຫຼາຍ​ວິ​ທີ​ແກ້​ໄຂ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄຸ້ມ​ຄອງທ້ອງ​ຕະ​ຫຼາດ​ລະ​ຫວ່າງ​ ຫວຽດ​ນາມ ແລະ ລາວ.

ພິເສດ, ໃນຂົງເຂດຄຸ້ມຄອງທ້ອງຕະຫຼາດ, ທ່ານຮອງລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ໃຫ້ຮູ້ວ່າ, ສອງກະຊວງໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດນີ້, ນີ້ແມ່ນຮາກຖານ, ພື້ນຖານເພື່ອໃຫ້ອຳນາດການປົກຄອງ 2 ປະເທດສົມທົບກັນໃນວຽກງານການປ້ອງ​ກັນ ​ແລະ ຕ້ານການລະເມີດກົດໝາຍທຸລະກິດ ແລະ ການຄ້າ; ປົກປ້ອງສິດທິຜູ້ບໍລິໂພກຂອງແຕ່ລະປະເທດ.

​ເພື່ອ​ແນ​ໃສ່​ຫັນເປັນລະອຽດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື, ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ສະເໜີໃຫ້​ກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ) ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ) ເພື່ອຈັດຕັ້ງປະຕິບັດເນື້ອໃນຂອງບົດບັນທຶກຊ່ວຍຈຳ ເພື່ອຊຸກຍູ້ການຮ່ວມມືໃນການຄຸ້ມຄອງລັດໃນການສະກັດກັ້ນ ແລະ ຕ້ານການລະເມີດກົດໝາຍໃນທຸລະກິດ ແລະ ການຄ້າ, ປົກປ້ອງສິດຜູ້ບໍລິໂພກ. ສອງຝ່າຍ​ສືບ​ຕໍ່​ຈັດ​ຕັ້ງ​ຄະນະ​ເຮັດ​ວຽກ​ເພື່ອ​ສຶກສາ, ​ແລກປ່ຽນ​ບົດຮຽນ ​ແລະ ສົມທົບ​ກັນ​ໃນ​ການ​ຄຸ້ມ​ຄອງທ້ອງ​ຕະຫຼາດ.

ໃນ​ໄລຍະ​ປະຕິບັດງານຢູ່​ ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ລາວ ຫວັງ​ວ່າ ກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ​ ຈະ​ແບ່ງປັນ​ປະສົບ​ການ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ບັນດາ​ສິນຄ້າ​ປອມ ​ແລະ ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ ກັບ​ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ​ຂອງ ​ລາວ.

ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງ​ເຫຍີດເຕິ່ນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ບຸນເຖິງ ດວງສະຫວັນ ໄດ້ຕີລາຄາສູງຄວາມສຳຄັນຂອງເນື້ອໃນຂອງບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມລະຫວ່າງ 2 ຫົວໜ່ວຍ, ພິເສດແມ່ນໃນສະພາບການ​​ເຊື່ອມ​ໂຍງ​ ແລະ ການຄ້າເອເລັກໂຕນິກ ພວມ​ພັດທະນາ​ຢ່າງ​​ແຮງ​ໃນ​ປະຈຸ​ບັນ.

ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າລາວ ຫວັງວ່າ ກົມໃຫຍ່ຄຸ້ມຄອງທ້ອງຕະຫຼາດຈະແລກປ່ຽນປະສົບການໃນການປ້ອງກັນ ແລະ ຕ້ານສິນຄ້າປອມ ແລະ ປົກປ້ອງຜູ້ບໍລິໂພກກັບກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າຂອງລາວ; ໃນນັ້ນມີວິທີການຄຸ້ມຄອງໃນກິດຈະກໍາທຸລະກິດນໍ້າມັນ; ແບ່ງປັນ​ໂຄງ​ປະກອບ ​ແລະ ຮູບ​ແບບ​ການຈັດ​ຕັ້ງ​ຂອງ​ກຳລັງ​ຄຸ້ມ​ຄອງ​ຕະຫຼາດ​ຫວຽດນາມ; ແບ່ງ​ປັນ​ວິ​ທີ​ແກ້​ໄຂ​ການ​ຕ້ານ​ການ​ຄ້າ​ຂາຍ​ສິນ​ຄ້າ​ປອມ ​ແລະ ​ຄຸນ​ນະ​ພາບ​ບໍ່​ດີ​ໃນ​ສະ​ພາບ​ແວດ​ລ້ອມ​ແບບ​ດັ້ງ​ເດີມ​ ແລະ ເອເລັກໂຕນິກ...

​ໂດຍແບ່ງປັນ​ຂໍ້​ມູນ​ທີ່​ການ​ເຮັດວຽກ, ທ່ານ ພູວຽງ ພົງ​ສາ - ຫົວໜ້າ​ກົມ​ແຂ່ງຂັນ​ທຸລະ​ກິດ ​ແລະ ກວດກາ​ການ​ຄ້າ​ລາວ ​ໃຫ້​ຮູ້​ວ່າ: ​ໃນ​ການ​ເດີນທາງ​ປະຕິບັດງານຢູ່ ຫວຽດນາມ ຄັ້ງນີ້, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ​ລາວ ປາດ​ຖະໜາ​ຢາກ​ຊອກ​ຮູ້​ກ່ຽວ​ກັບການປະຕິບັດຕົວຈິງຢູ່ບັນດາກົມຄຸ້ມຄອງທ້ອງຕະຫຼາດທ້ອງຖິ່ນ; ຮຽນຮູ້ກ່ຽວກັບວຽກງານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງທ້ອງຕະຫຼາດ; ຮຽນຮູ້ການຄຸ້ມຄອງຜະລິດຕະພັນນ້ຳມັນ; ການຄຸ້ມຄອງຄຸນນະພາບຂອງສິນຄ້າໃນການຄ້າເອເລັກໂຕນິກ; ແບ່ງປັນ ແລະ ແລກປ່ຽນປະສົບການດ້ານການປົກປ້ອງຜູ້ບໍລິໂພກ...

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ ເຈີ່ນ​ຮຶວລິງ, ຫົວໜ້າ​ກົມ​ໃຫຍ່​ຄຸ້ມ​ຄອງ​ທ້ອງຕະຫຼາດ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ) ​ໄດ້ເຂົ້າ​ຮ່ວມເຫດການ.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ ພູວຽງ ພົງສາ, ຫົວໜ້າກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າຂອງລາວ ຫວັງວ່າຈະມີຫຼາຍໂອກາດເພື່ອຮຽນຮູ້ຮູບແບບການຈັດຕັ້ງຂອງກຳລັງການຄຸ້ມຄອງທ້ອງຕະຫຼາດ ຫວຽດນາມ.

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ການນຳກົມໃຫຍ່ຄຸ້ມຄອງທ້ອງຕະຫຼາດເຂົ້າຮ່ວມເຫດການ

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ​ທ່ານຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ໄດ້​ຖ່າຍຮູບ​ກັບ​ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ

ຫວຽດນາມ - ລາວ: ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານການລະເມີດກົດໝາຍໃນການດຳເນີນທຸລະກິດ

ທ່ານ​ຮອງ​ລັດຖະມົນຕີ ຫງວຽນຊິງ​ເຫຍີດເຕິ່ນ ​ແລະ ທ່ານຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ​ໄດ້​ຖ່າຍຮູບ​ກັບ​ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ 2 ປະ​ເທດ.

ມິງດຶກ

ເຫດການ
302 Found

Found

The document has moved here.