ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

07:43 | 31/05/2024

ຍສໝ​ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ທີ່ວາລະ​ປະຊຸມ, ທ່ານເລຂາທິການ​ໃຫຍ່ ສປຊ António Guterres ແລະ ຜູ້ຕາງໜ້າ​ບັນດາ​ປະ​ເທດ ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ທີ່ສຳຄັນ​ຂອງ​ບັນດາ​ປະ​ເທດ​ ອາ​ຟຣິກາ ຢູ່ ສປຊ; ເນັ້ນ​ໜັກ​ວ່າ ອາ​ຟຣິກາ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ, ​ແຕ່​ຍັງ​ປະເຊີນໜ້າກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ພິເສດແມ່ນ​ການ​ປະ​ທະ​ກັນ, ການ​ກໍ່​ການ​ຮ້າຍ, ການ​ແຜ່​ລະບາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ບັນຫາ​ທີ່​ເກີດ​ຈາກ​ສິ່ງທີ່ບໍ່ຄາດຄິດໃນ​ລະບົບ​ການ​ປົກຄອງ ​ແລະ ການ​ເງິນທົ່ວໂລກ.

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮວ່າງ​ຢາງ ກ່າວ​ຄຳປາໄສທີ່ວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “ ​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ”. (ພາບ: ຄະ​ນະຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ)

ບັນດາ​ຜູ້​ແທນ​ ໄດ້ຍົກອອກ​ຫຼາຍ​ຂໍ້​ສະ​ເໜີການ​ຮ່ວມ​ມື​​ ເພື່ອຊຸກຍູ້​ສັນຕິພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ ອາ​ຟຣິກາ ແລະ ໜູນຊ່ວຍບັນດາ​ປະ​ເທດ​ໃນ​ທະວີບນີ້ເສີມຂະຫຍາຍບົດບາດກວ່າອີກ, ປະກອບສ່ວນຕໍ່ກັບ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ໂລກ.

ກ່າວ​ຄຳປາໄສ​ທີ່​ກອງປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ, ຫົວໜ້າຄະນະ​ຜູ້​ປະຈຳການ ​ຫວຽດນາມ ປະຈຳ ສປຊ ຢືນຢັນ​ວ່າ ​ເພື່ອ​ແກ້​ໄຂ​ບັນດາບັນຫາ​ທົ່ວ​ໂລກ ແມ່ນບໍ່ສາມາດມອງຂ້າມບົດບາດ, ສຽງເວົ້າຂອງບັນດາປະເທດ ອາຟຣິກາ. ບົນຈິດໃຈນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ເນັ້ນ​ໜັກ​ເຖິງ 3 ​ເນື້ອ​ໃນ.

ທີໜຶ່ງ, ແມ່ນປະເທດ​ຢຶດໝັ້ນການສະໜັບສະໜູນການ​ປະຕິຮູບ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຢ່າງ​ຮອບດ້ານ, ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ຕ້ອງ​ເພີ່ມ​ຈຳນວນ​ທີ່​ນັ່ງ​ຢູ່​ສະພາ​ຄວາມ​ໝັ້ນຄົງ​ ເປີດກ້ວາງໃຫ້​ແກ່​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພື່ອ​ຮັບປະກັນສຽງເວົ້າຂອງບັນດາ​ປະ​ເທດ​ ອາ​ຟຣິກາ ໄດ້ຮັບການຮັບ​ຟັງ ​ແລະ ​ເຄົາລົບ, ພິ​ເສດ​ແມ່ນ​ກ່ຽວ​ກັບບັນດາບັນຫາທີ່ກ່ຽວຂ້ອງກັບທະວີບນີ້.

ທີສອງ, ໃນ​ສະພາບ​ການເຄື່ອນໄຫວການ​ຮັກສາ​ສັນຕິພາບ​ຢູ່​ ອາ​ຟຣິກາ​ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານພາວະວິໄສ ​ແລະ ອັດຕະວິໄສ, ຕ້ອງ​ມີ​ການ​ກວດກາຄືນ ແລະ ຕີ​ລາຄາ​ຢ່າງຮອບດ້ານ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ຄະນະປະຕິບັດງານ, ພ້ອມກັນນັ້ນ ກໍ່ຮັບປະກັນ​ການ​ເຄົາລົບ​ອະທິປະ​ໄຕ​ຂອງ​ປະ​ເທດ​ທີ່​​ຮັບ.

ທີສາມ, ເພື່ອຕອບສະໜອງຕໍ່ບັນດາສິ່ງທ້າທາຍຫຼາຍຮູບຫຼາຍແບບຢູ່ ອາຟຣິກາ, ຕ້ອງມີວິທີເຂົ້າເຖິງແບບສັງລວມ, ໃນນັ້ນ ບັນດາປະເທດ ອາຟຣິກາ ມີບົດບາດເປັນໃຈກາງ, ພ້ອມກັນນັ້ນ ກໍ່ບູລິມະສິດ​ໃນການແກ້ໄຂຕົ້ນເຫດຂອງການ​ປະ​ທະ​ກັນ ແລະ ສະພາບດ້ອຍພັດທະນາ.

ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ ຢືນຢັນ​ວ່າ ຄວາມ​ສາມັກຄີ​​ລະຫວ່າງ ຫວຽດນາມ ​ແລະ ບັນດາຊົນເຜົ່າ ອາ​ຟຣິ​ກາ ແມ່ນ​ເກີດ​ຈາກ​ການ​ຕໍ່ສູ້​ລວມ​ເພື່ອຍາດເອົາ​ເອກະລາດ, ​ເສລີພາບ, ຫຼຸດພົ້ນຈາກລັດທິລ່າເມືອງຂຶ້ນ.

​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ການຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຫຼາຍ​ປະ​ເທດ ​ອາ​ຟຣິກາ ຢ່າງບໍ່ຢຸດຢັ້ງ ໂດຍ​ຜ່ານ​ບັນດາ​ຊ່ອງ​ທາງສອງ​ຝ່າຍ, ຫຼາຍ​ຝ່າຍ ​ກໍຄືການຮ່ວມ​ມືສາມ​ຝ່າຍ.

ຫວຽດນາມ ກໍ່ໄດ້ ແລະ ພວມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດຢ່າງຕັ້ງໜ້າ, ປະກອບສ່ວນ​ຢ່າງແທດຈິງເຂົ້າໃນການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ ອາ​ຟຣິກາ.

ມິງດຶກ

ເຫດການ
302 Found

Found

The document has moved here.