ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ

16:16 | 30/05/2024

ຍສໝ - ທ່ານ Maris Sangiampongsa - ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ) ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)
ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ) ລໍຖ້າຕ້ອນຮັບຖະໜົນຫວຽດນາມ ຢູ່ນະຄອນອຸດອນທານີ (ປະເທດໄທ)

ທ່ານ Maris Sangiampongsa - ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 30 ພຶດສະພາ​ນີ້ ຕາມ​ຄຳ​ເຊີນ​ຂອງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ.

ຕາມ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໄທ, ທ່ານ​ນາງ Maris Sangiampongsa ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ.

ປະເທດໄທ ລົງເລິກການພົວພັນບ້ານໃກ້ເຮືອນຄຽງ ກັບ ສປປ.ລາວ
ທ່ານ Maris Sangiampongsa - ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ

ລັດຖະມົນຕີ 2 ທ່ານ ຈະທົບທວນຄືນໝາກຜົນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງນາຍົກລັດຖະມົນຕີໄທ ໃນເດືອນຕຸລາ 2023, ລວມທັງການຮ່ວມມືດ້ານການຄ້າ ແລະ ຂົນສົ່ງ, ການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງ 2 ປະເທດ ແລະ ພາກພື້ນ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ສິ່ງທ້າທາຍລວມ - ອາກາດເປັນພິດຊາຍ​ແດນ​. 2 ຝ່າຍ​ຍັງ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່ 2 ​ຝ່າຍ​​ມີ​ຄວາມ​ສົນ​ໃຈສ່ວນລວມ.

​ໃນ​ໄລຍະ​ການ​ຢ້ຽມຢາມ​ເປັນ​ເວລາ​ໜຶ່ງ​ວັນ, ທ່ານ​ລັດຖະມົນຕີ ມາຣີສ ​ແສງ​ອຳ​ພົງ​ສາ ມີ​ແຜນ​ຈະ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ປະ​ເທດ​ເຈົ້າພາບ ສອນ​ໄຊ ສີ​ພັນ​ດອນ ​ແລະ ພົບ​ປະ​ກັບ​ບັນດາ​ຜູ້ຕາງໜ້າ​ວົງ​ການ​ນັກທຸລະກິດ​ໄທ ຢູ່​ປະ​ເທດ​ລາວ.

ຕາມ Thaipbs ແລ້ວ, ນີ້​ຈະ​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Maris Sangiampongsa, ​ເຊິ່ງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກະສັດ​ໄທ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນ​ໃໝ່​ຂອງ​ປະ​ເທດ​ໃນ​ຕົ້ນ​ເດືອນ​ນີ້. ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ​ທີ່​ຖືກ​ແຕ່ງ​ຕັ້ງ​ຄົນ​ໃໝ່​ຈະ​ເດີນທາງ​ໄປ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄັ້ງ​ທຳ​ອິດ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.