ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

10:42 | 28/05/2024

ຍສໝ - 300 ຮ້ານ​ຂອງ 120 ວິ​ສາ​ຫະ​ກິດ​ຂອງ​ ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາ​ກົນ ຕິງບຽນ ຈັດ​​ໂດຍ​ແຂວງ ອານຢາງ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ
ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ຕອນ​ຄ່ຳ​ວັນ​ທີ 27 ພຶດສະພາ​ນີ້, ຢູ່​ເມືອງ ​ຕິງ​ບຽນ, ​ແຂວງ​ ອານ​ຢາງ ​ໄດ້​ດຳ​ເນີນ​ພິທີ​ເປີດງານ​ຕະຫຼາດນັດການຄ້າ​ສາກົນ ​ຕິງ​ບຽນ​ ປີ 2024, ​ໄດ້​ດຶງ​ດູດ​ຄວາມ​ສົນໃຈ​ກວ່າ 300 ຮ້ານ​ຂອງ​ວິ​ສາ​ຫະກິດ 120 ກວ່າ​ແຫ່ງ, ຮາກຖານການຜະລິດ​ຂອງ 3 ປະ​ເທດ ​ຫວຽດນາມ, ກຳປູເຈຍ ແລະ ລາວ ເຂົ້າຮ່ວມ.

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

ການ​ນຳ​ແຂວງ ອານ​ຢາງ ​ແລະ ບັນດາ​ແຂວງ​ຂອງ​ ລາຊະ​ອານາຈັກ​ ກຳປູ​ເຈຍ ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ຮ້ານ​ຢູ່ງານຕະຫຼາດນັດ.

ງານ​ຕະຫຼາດນັດ​ດຳ​ເນີນ​ໄປ​ເປັນ​ເວລາ 7 ວັນ, ​ແຕ່​ວັນ​ທີ 27 ພຶດສະພາ​ ຫາ​ວັນ​ທີ 2 ມິຖຸນາ, ບັນດາ​ວິ​ສາ​ຫະກິດໄດ້ນຳມາເຊິ່ງງານ​​ຕະຫຼາດນັດ​ສິນຄ້າທີ່ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ສິນຄ້າ​ໃໝ່, ຜະລິດ​ຕະພັນ​ອຸດສາຫະກຳ​ຊົນນະບົດທີ່ເປັນສັນຍະລັກ, ສິນຄ້າ OCOP... ຄຸນ​ນະພາ​ບດີ, ມີ​ຫຼາຍ​ຮູບ​ຫຼາຍ​ແບບ.

ກ່າວ​ຄຳ​ປາໄສທີ່​ພິ​ທີ​ເປີດ, ທ່ານ ເລ​ວັນ​ເຟືອກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອານ​ຢາງ ໃຫ້ຮູ້ວ່າ: ງານ​ຕະຫຼາດນັດການຄ້າ​ສາ​ກົນ​ ຕິງບຽນ ຍັງ​ໄດ້​ຮັບຖືວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ສຸມ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ທູດ, ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ​ລະ​ຫວ່າງ ແຂວງ ອານ​ຢາງ ​ ກັບບັນດາ​ແຂວງຂອງ ​ກຳປູ​ເຈຍ, ​ໂດຍ​ມີ​ເປົ້າ​ໝາຍ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ທ້ອງຕະຫຼາດ​ຂອງ​ບັນດາ​ປະ​ເທດ​ ອາ​ຊຽນ ​ເວົ້າລວມ ​ແລະ ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ເວົ້າສະ​ເພາະ. ງານຕະຫຼາດນັດ ​ແມ່ນ​​ໂອກາດຍູ້​ແຮງການໂຄສະນາ​ຜະລິດ​ຕະພັນ​ ​ແລະ ສິນຄ້າ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ພົບ​ປະແລກປ່ຽນ, ຮ່ວມ​ມືດຳເນີນທຸລະກິດ, ພັດທະນາສາຂາ ແລະ ເປີດກວ້າງທ້ອງຕະຫຼາດນຳເຂົ້າ – ສົ່ງອອກສິນຄ້າ. ໂດຍຜ່ານນັ້ນ, ກໍ່ສືບຕໍ່ເສີມຂະຫຍາຍປະສິດທິຜົນໃນການຍູ້ແຮງການເພີ່ມທະວີມິດຕະພາບ, ການເຊື່ອມຕໍ່ການຄ້າ, ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງວິສາຫະກິດ, ປະກອບສ່ວນເພີ່ມທະວີການນໍາເຂົ້າ-ສົ່ງອອກ ແລະ ພັດທະນາທ້ອງຕະຫຼາດພາຍໃນ ແລະ ຕ່າງປະເທດ”.

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບຜະລິດຕະພັນຢູ່ໃນງານຕະຫຼາດນັດ.

ທ່ານ ຢົ່ງ​ໂຊ ວັດ​ທານາ, ຮອງ​ເຈົ້າ​ແຂວງ ​ຕາ​ແກ້ວ, ກຳປູ​ເຈຍ ​ໄດ້ຕີລາຄາ​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ຊຸກຍູ້​ບັນດາ​ຜະລິດ​ຕະພັນ​ທ້ອງ​ຖິ່ນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ລາຄາ​ທີ່​ເໝາະ​ສົມ, ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້, ປະກອບສ່ວນ​ເພີ່ມ​ທະວີ​ການແຫ່ງແຍ້ງ, ພ້ອມ​ກັນ​ນັ້ນ ​ກໍ່ແມ່ນ​ໂອກາດ​ໃນ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃນ​ຕໍ່ໜ້າໃຫ້ນັບມື້ນັບຫຼາຍຂຶ້ນ, ສອດຄ່ອງ​ກັບ​ຍຸກທ້ອງ​ຕະຫຼາດ​ເສລີ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ການເກັບຊື້ບັນດາຜະລິດຕະພັນທ້ອງຖິ່ນ ໝາຍ​ເຖິງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ ​ແລະ ​ເປັນ​ສ່ວນ​ໜຶ່ງ​ໃນການຊ່ວຍ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ, ພ້ອມ​ທັງປັບປຸງ ແລະ ​ເປີດກວ້າງ​ຄວາມ​ເປັນປົກກະຕິຂອງ​ຜະລິດ​ຕະພັນ, ຍົກສູງຄວາມ​ສາມາດໃນ​ການແກ່ງແຍ້ງ​ໃນທ້ອງຕະຫຼາດ​ສາກົນ ແລະ ປະກອບສ່ວນ​ຊຸກຍູ້​ການ​ປາກົດຕົວຂອງຜະລິດ​ຕະພັນ​ຢູ່ບັນດາ​​ທ້ອງຕະຫຼາດ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ​ຢູ່​ບັນດາ​ຮ້ານ​ສັບພະ​ສິນຄ້າ​ໃຫ້ນັບ​ມື້​ນັບ​ຫຼາຍ​ຂຶ້ນໃນອະນາຄົດ”.

ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມໃນວົງແຄບກະຊວງປອງກັນປະເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານ​ພົນໂທ ຫງວຽນ​ເຕີນເກືອງ - ຫົວໜ້າເສນາທິການໃຫຍ່ ກອງທັບ​ປະຊາຊົນ​ ຫວຽດນາມ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້ມີບັນດາການພົບພະຫຼາຍຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ...

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານພົນໂທຫງວຽນ​ເຕີນ​ເກື່ອງ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ພົນເອກຈັນ​ສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ທ່ານ​ພົນເອກ Tea Seiha - ...

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.