ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນວຽກງານດ້ານ​ການທູດປະຊາຊົນ

17:04 | 29/05/2024

ຍສໝ - ໃນ​ໄລຍະ 2018-2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ປະຕິບັດບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ຢ່າງຕັ້ງໜ້າ; ຍູ້ແຮງການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ປະສານ​ງານວຽກງານດ້ານ​ການທູດ​ປະຊາຊົນຢ່າງຄົບຊຸດ, ມີ​ປະສິດທິ​ຜົນ... ຜ່ານ​ນັ້ນ ກໍ່ສ້າງ​ພື້ນຖານທີ່ໝັ້ນແກ່ນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໃນ​ຊຸມ​ປີ​ຕໍ່​ໄປ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ຫາຍ​ຟ່ອງ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ
ຫາຍ​ຟ່ອງ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບບັນດາທ້ອງ​ຖິ່ນຂອງ ​ຈີນ ຫາຍ​ຟ່ອງ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບບັນດາທ້ອງ​ຖິ່ນຂອງ ​ຈີນ

ຕາມ​ບົດ​ລາຍ​ງານ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ຫາຍ​ຟ່ອງ​ ແລ້ວ, ​ໃນ​ໄລຍະ​ທີ່​ຜ່ານ​ມາ ວຽກງານການ​ຕ່າງປະ​ເທດ​ປະຊາຊົນ​ໃນບໍລິເວນນະຄອນ ​ໄດ້​ຮັບ​ການປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ບາດກ້າວພັດທະນາແບບໝັ້ນຄົງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ແລະ ບັນດາ​ອົງການ​ສະມາຊິກ ​ໄດ້​ເພີ່ມ​ທະວີ​ການພົບປະ, ເປິດກ້ວາງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ​ບັນດາ​​ປະ​ເທດ​ກ້າວເຂົ້າສູ່ລວງເລິກ, ແທດຈິງ; ສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ແກ້ໄຂບັນດາບັນຫາສິ່ງແວດລ້ອມ, ແລກປ່ຽນວັດທະນະທຳ ດ້ວຍການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ, ຊາວໜຸ່ມນະຄອນ ແລະ ມະຫາຊົນເປັນຈຳໜວຍຫຼວງຫຼາຍ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນການປະຕິບັດງານດ້ານ​ການຕ່າງປະເທດ​ປະຊາຊົນ

ໂຄງການພົບປະແລກປ່ຽນມິດຕະພາບກັບນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ ຫາຍຟ່ອງ ເນື່ອງໃນໂອກາດບຸນປີໃໝ່ລາວ 2024 ໂດຍສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ສົມທົບກັບຄະນະຊາວໜຸ່ມນະຄອນ - ສະຫະພັນຊາວ​ໜຸ່ມ​ຫວຽດນາມ ນະຄອນ ຈັດຕັ້ງ.

ແບບຢ່າງທີ່ພົ້ນເດັ່ນແມ່ນ ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ໂຮນລັງ ນະຄອນ ຫາຍຟ່ອງ ເຂົ້າ​ຮ່ວມ​ການ​ຈັດ​ຕັ້ງ​ວັນ​ ໂຮນລັງ ຢູ່ ຫາຍຟ່ອງ, ວັນ​ກະສັດ ໂຮນລັງ (King’s Day), ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ ໂຮນລັງ ຢູ່ ຫາຍຟ່ອງ, ຮຽກຮ້ອງ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​​ເດີນ​ທະ​ເລ, ການຕໍ່ເຮືອເຕັກ​ໂນ​ໂລ​ຢີ​ສູງ​. ສະມາຄົມ​ມິດຕະພາບ ຫວຽດນາມ​ - ສ.​ເກົາຫຼີ ນະຄອນ ໄດ້​ຮັດ​ແໜ້ນ, ພັດທະນາ​ການ​ພົວພັນ​ກັບ​ສະຖານທູດ ​ສ.​ເກົາຫຼີ ປະຈຳ​ ຫວຽດນາມ, ສະມາຄົມຊາວ ສ.​ເກົາຫຼີ ປະຈຳ​ນະຄອນ ຫາຍຟ່ອງ, ບັນດາຄູ່​ຮ່ວມ​ມືຢູ່ ສ.​ເກົາຫຼີ ​ແລະ ບັນດາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ໃນບໍລິເວນ, ສົ່ງເສີມການແຮກສ່ຽວລະຫວ່າງ ​ເມືອງ ຮົ່ງ​ບ່າງ ( ຫາຍ​ຟ່ອງ) ​ກັບນະຄອນ Donghae (ສ.​ເກົາຫຼີ)...

ວຽກງານ​ຫຼາຍ​ຝ່າຍ ​ໄດ້ມີບາດກ້າວພັດທະນາຢ່າງຈະແຈ້ງ, ເປີດ​ກວ້າງ​ທິດ​ທາງ​ອັນໝັ້ນແກ່ນຍາວນານ. ຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ຫາຍ​ຟ່ອງ ​ໄດ້​ເປັນເຈົ້າການໃນການສ້າງ ແລະ ຜັນ​ຂະຫຍາຍ​ແຜນການ​ຮອບດ້ານ, ຕິດພັນກັບຂະບວນການ​ສັນຕິພາບ​ຂອງ​ປະຊາຊົນ​ນະຄອນ ​ກັບ​ທົ່ວ​ປະ​ເທດ ​ແລະ ສາກົນ ຢ່າງແໜ້ນ​ແຟ້ນ. ຄະ​ນະ​ກຳ​ມະ​ການ​ ເຂົ້າຮ່ວມທີ່​ຄວາມ​ຮັບ​ຜິດ​ຊອບຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະ​ພາ​ສັນ​ຕິ​ພາບ​ໂລກ; ​ເກັບ​ກຳ​ລາຍ​ເຊັນ​ສະໜັບສະໜູນ​ໃນການ​ຮັບຮອງ​ເອົາ​ສັນຍາ​ຫ້າມ​ອາວຸດ​ນິວເຄຼຍເພື່ອ​ສັນຕິພາບ​ ​ໂດຍ​ອົງການເຈົ້າ​ຄອງ​ນະຄອນ​ເພື່ອ​ສັນຕິພາບ (Mayor For Peace) ປຸກລະດົມ​ເປັນ​ເວລາ​ຫຼາຍ​ປີ, ເຊື່ອມຕໍ່ກັບ​ສະມາຄົມ​ປະຊາຊົນ​ ຈີນ​ ເພື່ອ​ສັນຕິພາບ ແລະ ຫຼຸດຜ່ອນກຳລັງທະຫານເພື່ອປະຕິບັດບັນດາໂຄງການ​ຮ່ວມ​ມື. ຫາຍ​ຟ່ອງ ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ​ໃນການສ້າງ​ຕັ້ງ​ສະ​ໂມ​ສອນ​ສັນຕິພາບ​ຢູ່ 2 ມະຫາວິທະຍາ​ໄລ​ໃຫຍ່​ໃນບໍລິເວນ, ດຶງ​ດູດ​ຊາວ​ໜຸ່ມ, ນັກ​ສຶກສາ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ແຕ່ລະ​ປີ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ ໄດ້ຈັດຕັ້ງການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງ​ຄື: ພິທີ​ສູດສັກອະນິດຈາ​ເຖິງວິລະຊົນ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພາວະນາຂໍສັນຕິພາບ​, ງານມະຫາກຳ​ຮ້ອງ​ເພງ​ປະສານສຽງສັນຕິພາບ​ໃນ​ວັນ​ສັນຕິພາບ​ໂລກ; ເພີ່ມທະວີການໂຄສະນາເຜີຍແຜ່ຽວ​ກັບ​ກົດໝາຍ​​ເດີນ​ທະ​ເລ, ໝູ່ເກາະ, ສະຖານະການ, ສຸມ​ໃສ່ເຂົ້າໃນ​ຊາວ​ໜຸ່ມ, ນັກ​ສຶກສາ...

ເປີດແຫຼ່ງຊັບ​ພະ​ຍາ​ກອນໃນ​ວິ​ສາ​ຫະ​ກິດ​, ຫັນບັນດາ​ແຫຼ່ງອຸປະຖຳຕ່າງ​ປະ​ເທດ​ໃຫ້ເປັນ​ຫຼາກ​ຫຼາຍ

ຕາມທ່ານ ໂດ໋ວັນບິ່ງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ແລ້ວ, ຫຼາຍການເຄື່ອນໄຫວການທູດປະຊາຊົນຂອງສະຫະພັນ ແລະ ບັນດາສະມາຄົມສະມາຊິກ ໄດ້ສຸມໃສ່ເປີດແຫຼ່ງຊັບ​ພະ​ຍາ​ກອນໃນ​ປະຊາຄົມວິສາຫະກິດພາຍໃນ, ວິສາຫະກິດຕ່າງປະເທດ, ພິເສດ ແມ່ນບັນດາ​ວິ​ສາ​ຫະກິດ​ມີ​ທຶນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ຢູ່ ຫາຍ​ຟ່ອງ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ, ​ແທດ​ຈິງ.

ອາດສາມາດກ່າວເຖິງບັນດາການເຄື່ອນໄຫວລວມມີ: ຈັດຕັ້ງເວທີປາໄສວິສາຫະກິດຂໍ້ມູນ, ແລກປ່ຽນກົນໄກນະໂຍບາຍການລົງທຶນຂອງນະຄອນ; ຮັກສາ​ບັນດາການ​ແຂ່ງຂັນ golf ມິດຕະພາບ​ປະຈຳ​ປີ​ໃນ​ປະຊາ​ຄົມ​ວິສາຫະກິດ ສ.​ເກົາຫຼີ, ຍີ່ປຸ່ນ, ສິງກະ​ໂປ; ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ ຫາຍ​ຟ່ອງ ກັບບັນດາ​ຄູ່​ຮ່ວມ​ມື ສ.​ເກົາຫຼີ, ຍີ່ປຸ່ນ, ຈີນ ​ເພື່ອ​ສົ່ງເສີມກາລະ​ໂອກາດ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ; ຍູ້​ແຮງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນບໍລິເວນນະຄອນ ເພື່ອປະຕິບັດ​ຄວາມ​ຮັບຜິດຊອບທາງດ້ານ​ສັງຄົມ​ໂດຍ​ຜ່ານ​ການ​ປະກອບສ່ວນ​ເຂົ້າໃນວຽກງານການ​ຮ່ຳຮຽນ, ການສອນ, ບຳລຸງສ້າງ​ວິຊາ​ຊີບ... ດ້ວຍ​ການລະດົມຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ,ປະຈຸ​ບັນ, ສະ​ໂມ​ສອນພາສາ​ເກົາຫຼີ ພວມໄດ້ຮັບການປະຕິບັດການທົດລອງຢູ່ໂຮງຮຽນປະຖົມ ຫງວຽນວັນໂຕ໋ ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ບັນດາວິ​ສາ​ຫະ​ກິດ ສ.ເກົາ​ຫຼີ ຢູ່​ເຂດ​ອຸດ​ສາ​ຫະ​ກຳ Trang Due; ມະຫາວິທະຍາ​ໄລ​​ເດີນ​ທະ​ເລ ຫວຽດນາມ ​ໄດ້​ຮັບ​​ບັນດາໂຄງການນັກເຝິກງານຈາກແຫຼ່ງອຸປະຖຳຂອງບັນດາ​ຄູ່​ຮ່ວມ​ມື​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ...

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ: ມີ​ຫຼາຍ​ໝາກຜົນຢ່າງຕັ້ງໜ້າ ​ໃນການປະຕິບັດງານດ້ານ​ການຕ່າງປະເທດ​ປະຊາຊົນ

ຮອບສຸດທ້າຍການແຂ່ງຂັນຊິງຊະນະເລີດພາສາອັງກິດ ຄັ້ງທີ 10 ຫາຍຟ່ອງ ໂດຍພະແນກພົວພັນຕ່າງປະເທດ, ພະແນກສຶກສາບຳລຸງສ້າງ ແລະ ສະຫະພັນບັນດາສະມາຄົມ​ມິດຕະພາບ​ນະຄອນ​ ຫາຍ​ຟ່ອງ ສົມທົບກັນຈັດຕັ້ງ.

ກ່ຽວ​ກັບວຽກງານ​ການ​ລະດົມ​ການ​ຊ່ວຍ​ເຫຼືອທີ່​ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ, ​ໃນ​ໄລຍະ 2018-2023 ມີ 52 ​ໂຄງການ, ບໍ່ແມ່ນໂຄງການບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ອະນຸມັດປະຕິບັດໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຫາຍ​ຟ່ອງ ດ້ວຍ​ຍອດ​ມູນ​ຄ່າ​ການຊ່ວຍ​ເຫຼືອ​ບັນລຸ 9,5 ລ້ານ USD. ບັນດາ​ໂຄງການ ໄດ້ສຸມ​ໃສ່​ເຂົ້າໃນ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ, ໜູນ​ຊ່ວຍ​ຊຸມ​ຊົນ, ຖືເປັນສຳຄັນຕໍ່ບັນດາເປົ້າໝາຍຄື ແມ່ຍິງ, ​ເດັກນ້ອຍ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ຕິດ​ເຊື້ອ HIV/AIDS, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ຄົນ​ພິການ… ບັນດາ​ໂຄງການລ້ວນແຕ່ຜັນຂະຫຍາຍຢ່າງມີ​ປະສິດທິ​ຜົນ, ຕອບສະໜອງບັນດາເປົ້າໝາຍ, ລະດັບຄວາມຄືບໜ້າຂອງ​ແຜນການ​ທີ່​ໄດ້​ວາງອອກ, ຮັບປະກັນ​ໝາກຜົນ​ທີ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ.

ໃນ​ໄລຍະ​ທີ່​ຜ່ານ​ມາ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ໄດ້ເປັນເຈົ້າການໂຄສະນາ​ເຜີຍ​ແຜ່ທີ່ຕິດພັນກັບບັນດາເຫດການ​ການທູດ​ປະຊາຊົນ​, ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບສະພາບການປະຈຸບັນ, ກອງ​ປະຊຸມ​ຝຶກ​ອົບ​ຮົມ, ການ​ແຂ່ງຂັນ​ພາສາ​ຕ່າງປະ​ເທດ, ​ແຂ່ງຂັນ​ເພື່ອ​ຊອກ​ຮູ້ວັດທະນະທຳ​ຂອງ​ປະ​ເທດ​ຕ່າງໆ... ຜ່ານນັ້ນ, ກໍ່ຖ່າຍທອດຂໍ້ມູນເຖິງບັນດາສະມາຄົມ, ສະມາຊິກ ແລະ ປະຊາຊົນ​ທຸກ​ຊັ້ນວັນນະ; ປະສານ​ສົມທົບ​ກັບ​ບັນດາ​ອົງການ​ສື່ມວນຊົນ, ສະຖານີວິທະຍຸກະຈາຍສຽງໂທລະພາບ ​ເພື່ອ​ລົງຂ່າວບັນດາການເຄື່ອນໄຫວການທູດປະຊາຊົນທີ່ດຳເນີນໃນບໍລິເວນຢ່າງທັນການ, ຊັດເຈນ. ຫຼາຍ​ອົງການ​ສະມາຊິກ ໄດ້ເປັນເຈົ້າການຂໍ້ມູນໂຄສະນາ​ເຜີຍ​ແຜ່ ໂດຍ​ຜ່ານ​ຫຼາຍ​ຊ່ອງ​ທາງການທູດປະຊາຊົນຕ່າງໆ; ເປັນເຈົ້າການຂຽນ​ບົດ​ຂ່າວ, ລົງຂ່າວຢູ່ເວັບ​ໄຊ ​ແລະ fanpage ຂອງ​ສະມາຄົມ, ປະກອບສ່ວນ​ພ້ອມກັນກັບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ສ້າງ​ເຄືອ​ຂ່າຍ​ຂໍ້​ມູນທີ່ເລິກເຊິ່ງກວ້າງຂວາງ, ຖືກຕ້ອງຕາມທິດທາງ, ມີ​ປະສິດທິ​ຜົນ. ພິ​ເສດ, ບັນດາ​ອົງການ​ສະມາຊິກ ໄດ້ເສີມຂະຫຍາຍບົດບາດຮູບແບບ​ສະ​ໂມ​ສອນ ເພື່ອ​ເຜີຍ​ແຜ່ຕໍ່ບັນດາເປົ້າໝາຍລະອຽດຄື ສະ​ໂມ​ສອນ​ສິລະ​ປະ ຫວຽດນາມ - ລາວ, ສະ​ໂມ​ສອນ​ສິລະ​ປະ ຫວຽດນາມ - ກຳປູ​ເຈຍ, ບັນດາສະ​ໂມ​ສອນ​ສັນຕິພາບ​ຢູ່​ມະຫາວິທະຍາ​ໄລ ຫາຍ​ຟ່ອງ, ມະຫາວິທະຍາ​ໄລການເດີນ​ທະ​ເລ...

“ໃນ​ໄລຍະ2018-2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5; ກໍ່ສ້າງ​ຮູບ​ແບບ​ການຈັດ​ຕັ້ງ​ຢ່າງເປັນມືອາຊີບ, ​ເຂັ້ມ​ແຂງ; ປະກອບສ່ວນ​ບັນດາ​ຮູບ​ແບບ, ຂໍ້​ລິ​ເລີ່ມ​ໃນວຽກງານການທູດປະຊາຊົນ, ພັດທະນາບັນດາການພົວພັນເຂົ້າສູ່ລສງເລິກ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ຊາດ, ປ້ອງກັນຄວາມສະຫງົບຂອງ​ນະຄອນ", ທ່ານ ໂດ໋ວັນບິ່ງ ໃຫ້ຮູ້.

ມິງດຶກ

ເຫດການ
302 Found

Found

The document has moved here.