ໂປໂລຍ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ EU - ຫວຽດນາມ ກ່ຽວກັບການພັດທະນາການປະມົງແບບຍືນຍົງ

11:04 | 31/05/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 30 ພຶດສະພາ, ຢູ່​ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ແລະ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໂປ​ໂລຍ Anna Krystyna Radwan-Röhrenschef ໄດ້​ເປັນ​ປະທານ​ຮ່ວມໃນການ​ທີ່​ປຶກສາ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງຫວຽດນາມ - ໂປໂລຍ.

ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໜູນ​ຊ່ວຍ​ປະຊາຊົນ​ໃນ​ການອອກ​ເອກະສານ​ຄືນ​ໃໝ່​ພາຍ​ຫຼັງທີ່ເສຍຫາຍຍ້ອນ​ໄຟ​ໄໝ້
ທ່ານເອກອັກຄະລັດຖະທູດ EU ຄົນໃໝ່ກ່າວວ່າ: “ຂ້າພະເຈົ້າເຫັນໄດ້ຢ່າງຈະແຈ້ງວ່າຈຸດເວລາຂອງຫວຽດນາມມາເຖິງແລ້ວ”

ທີ່​ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ, ທ່ານ​ຮອງ​ລັດຖະມົນຕີ ​ເລ​ທິທູ​ຮັ່ງ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນສຳ​ເລັດ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ - ສັງຄົມ ​ແລະ ເຊື່ອມຕົວກັບ​ເອີ​ລົບ ທີ່ ​ໂປ​ໂລຍ ບັນລຸ​ໄດ້; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ໂປ​ໂລ​ຍ; ຮຽກຮ້ອງ​ໂປ​ໂລຍ​ໃຫ້​ສັດຕະຍາບັນ​ສັນຍາ​ປົກ​ປ້ອງ​ການ​ລົງທຶນ​ຫວຽດນາມ - EU (EVIPA); ສະໜັບສະໜູນ​ຄະນະ​ກຳມະການ​ເອີ​ລົບ (EC) ​ເພື່ອ​ຍົກ​ເລີກ “ບັດ​ເຫຼືອງ” IUU ​ໃຫ້​ແກ່​ການ​ສົ່ງ​ອອກ​ອາຫານ​ທະ​ເລ​ຂອງ​ຫວຽດນາມ ​ໂດຍ​ໄວ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Anna Krystyna Radwan-Röhrenschef ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ ທີ່ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ກໍ່​ຄື​ບົດບາດ, ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ທ່ານ​ນາງ​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ ​ແລະ ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່​ມີ​ທ່າ​ແຮງ​ຂອງ​ໂປ​ໂລຍ​ໃນ​ພາກ​ພື້ນ; ເຫັນດີຊຸກຍູ້ສະພາແຫ່ງຊາດ ໂປໂລຍ ໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ; ຢືນຢັນ​ການ​ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ EU ​ແລະ ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ການ​ປະມົງ​ແບບ​ຍືນ​ຍົງ ​ແລະ EC ​ໄດ້​ຍົກ​ເລີກ​ບັດ​ເຫຼືອງ​ໂດຍ​ໄວ​ກ່ຽວ​ກັບ​ການ​ສົ່ງ​ອອກ​ອາຫານ​ທະ​ເລ​ຂອງ ຫວຽດນາມ; ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ດີງາມ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໂປ​ໂລຍ ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ.

ໂປໂລຍ ສະໜັບສະໜູນການເພີ່ມທະວີການຮ່ວມມືລະຫວ່າງ EU - ຫວຽດນາມ ກ່ຽວກັບການພັດທະນາການປະມົງແບບຍືນຍົງ

ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ແລະ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໂປ​ໂລຍ Anna Krystyna Radwan-Röhrenschef

ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ; ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນຊາ​ດ, ສຶກສາ-ບຳລຸງ​ສ້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກະສິກຳ, ວັດທະນະທຳ-ທ່ອງ​ທ່ຽວ, ​ແຮງ​ງານ, ສິ່ງ​ແວດ​ລ້ອມ, ການ​ຕອບ​ໂຕ້​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດທະນາ​ສີຂຽວ, ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ.....

2 ຝ່າຍ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ​ໂປ​ໂລຍ ຊຸກຍູ້​ການ​ລົງທຶນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ໂປ​ໂລຍ​ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ການ​ຢາ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ, ພະລັງງານ​ທົດ​ແທນ, ຜະລິດ, ປຸງ​ແຕ່ງ, ບໍ່​ແຮ່, ກໍ່ສ້າງ​ກຳ​ປັ່ນ...

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, 2 ຝ່າຍ​ໄດ້​ເຫັນ​ດີ​ພິ​ຈາ​ລະ​ນາ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສະບັບ​ໃໝ່ ​ແລະ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຢູ່​ຂັ້ນ​ຮອງ​ລັດຖະມົນຕີ​ຢ່າງ​ມີ​ປະສິດທິ​ຜົນ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ ເລ​ທິທູ​ຮັ່ງ ​ໄດ້​ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ​ໂປ​ໂລຍ ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ການ​ທູດ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ຊຸດ​ອົບຮົມ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ກົດໝາຍ​ສາກົນ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ​ໂປ​ໂລຍ ຈັດ​ຕັ້ງ .

ປຶກສາຫາລືບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂຂໍ້ຂັດແຍ່ງ ແລະ ຂໍ້ຂັດແຍ່ງບົນພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ຊຸກຍູ້​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD. ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.

ຍສໝ - ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຂອງປີນີ້, ຍອດວົງເງິນ ການສົ່ງອອກ ຜະລິດຕະພັນ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ບັນລຸ 43,1 ຕື້ໂດລາ ສະຫະລັດ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍຝ່າຍ ກັບໂປໂລຍ

ຍສໝ - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ບຸຍແທັງເຊີນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂປ​ໂລຍ Zbigniew Rau ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-17 ມີນາ ແລະ ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.