ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

15:36 | 27/05/2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 24 ພຶດສະພາ 2024, ຢູ່​ເຮືອນຮັບແຂກຂອງລັດຖະບານ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ ​ອາ​ຟຣິກາ ​ໂດຍບັນດາສະຖານທູດ ອາ​ຟຣິກາ ປະຈຳ ​ຮ່າ​ໂນ້ຍ ຈັດ​ຕັ້ງ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ
ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ

​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ ອາ​ຟຣິກາ ປະຈຳ​ຫວຽດນາມ ຄື: ອີ​ຢິບ, ອານ​ເຊຣີ, ອັງ​ໂກ​ລາ, ລີ​ບີ, ມາຣົກ, ໂມຊຳບິກ, ອາ​ຟຣິກາ ໃຕ້, ນີ​ເຊຣີ, ຄະນະນັກການທູດປະຈຳ​ ຮ່າ​ໂນ້ຍ ​ແລະ ຜູ້ຕາງໜ້າຈາກ​ຫຼາຍ​ກະຊວງ, ຄະນະ, ຂະ​ແໜງ​ການຂອງ ​ຫວຽດນາມ.

ກ່າວ​ຄຳປາໄສ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ໄດ້ຍົກໃຫ້ເຫັນຄວາມ​ໝາຍ​ປະຫວັດສາດ​ຂອງ​ວັນ ອາ​ຟຣິກາ, ແມ່ນ​ເຫດການ​ສຳຄັນ​ເພື່ອເຊີດ​ຊູ​ຈິດ​ໃຈ​ຕໍ່ສູ້​ຢ່າງ​ກ້າແກ່ນ, ຍຶດໝັ້ນ​ຂອງ​ບັນດາ​ປະ​ເທດ​ ອາ​ຟຣິກາ ໃນ​ພາລະກິດ​ປົດ​ປ່ອຍປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຄວາມ​ກ້າວໜ້າ, ຜົນງານ​ໃນພາລະກິດແຫ່ງການສ້າງສາ ແລະ ພັດ​ທະ​ນາ​ ອາ​ຟຣິກາ ສັນ​ຕິ​ພາບ​ ແລະ​ ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ປະຈຸບັນ.

ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ກ່າວຄຳປາໄສທີ່ພິທີ.

ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດຢືນຢັນ​ວ່າ ຫວຽດນາມ ຕີ​ລາຄາ​ສູງ​ທີ່​ຕັ້ງ ​ແລະ ອິດທິພົນຂອງ​ສະຫະພາບ ​ອາ​ຟຣິກາ ໃນການດຳເນີນຊີວິດທາງດ້ານດານເມືອງ - ຄວາມໝັ້ນຄົງ, ສັງຄົມຂອງທະວີບ; ໄດ້ສະແດງຄວາມຊົມເຊີຍປະຊາຊົນ ອາຟຣິກາ ພາຍໃຕ້ການຊີ້ນໍາຂອງ AU ສາມາດບັນລຸໄດ້ຜົນສໍາເລັດການພັດທະນາອັນຍິ່ງໃຫຍ່ຫຼາຍຢ່າງ, ໄດ້ຮັບການຮັບຮູ້​ຈາກສະ​ຫະ​ປະ​ຊາ​ຊາດ ແລະ ປະຊາຄົມສາກົນ, ເຊິ່ງສະແດງອອກໂດຍຜ່ານການທີ່ AU ໄດ້ກາຍເປັນສະມາຊິກຖາວອນຢ່າງເປັນທາງການຂອງ G20. ທ່ານຜູ້ຊ່ວຍວຽກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນກັບການທີ່ບັນດາ​ປະ​ເທດ​ ອາ​ຟຣິກາ ຍູ້ແຮງການ​ປະຕິບັດ​ສັນຍາ​ເຂດ​ການ​ຄ້າເສລີໃນທົ່ວອາ​ຟຣິກາ (AfCFTA) ຢ່າງຕັ້ງໜ້າ, ອາ​ຟຣິກາ ຈະ​ກາຍ​ເປັນ​ສູນກາງພັດທະນາ​ທີ່ຂະຫຍັນຂັນເຄື່ອນ​ຂອງ​ໂລກ​ໃນໄລຍະຈະມາເຖິງ.

ໂດຍຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງບັນດາບັນດາປະເທດ ອາຟະລິກາ ບັນລຸໄດ້ນັ້ນ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການ​ຕ່າງປະ​ເທດ ຫງວຽນມິງ​ຫວູ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ, ທັງລະດັບສອງຝ່າຍ ແລະ ຫຼາຍຝ່າຍເລິກເຊິ່ງກ່ວາອີກ.

ຫວຽດນາມ ​ໄດ້​ກາຍ​ເປັນຜູ້ສັງເກດການ AU ຢ່າງເປັນທາງການ (ນັບ​ແຕ່​ເດືອນທັນວາ 2023) ​ແລະ ໄລຍະທີ່ຜ່ານມາ, ໄດ້​ມີຫຼາຍການປະກອບສ່ວນ​ຢ່າງແທດຈິງເຂົ້າ​ໃນ​ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​ໂຄງການດຳເນີນງານ 2063 ຂອງ AU ດ້ວຍ​ວິ​ໄສ​ທັດ “ໜຶ່ງ​ ອາ​ຟຣິກາ ທີ່ເຊື່ອມ​ໂຍງ​, ຈະ​ເລີ​ນຮຸ່ງ​ເຮືອງ ແລະ ສັນຕິພາບ, ​ເຮັດ​ວຽກ​ເພື່ອປະຊາຊົນ​ ອາ​ຟຣິກາ ຕາງໜ້າ​ໃຫ້​ກຳລັງ​ແຮງທີ່ຂະຫຍັນຂັນເຄື່ອນໃນ​ເວທີ​ສາກົນ", ພິ​ເສດ​ແມ່ນ​ໃນ 4 ຂົງ​ເຂດ​ຮັກສາ​ສັນຕິພາບ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ພັດທະນາພື້ນຖານໂຄງລ່າງດ້ານດິຈິຕອນ ແລະ ຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ໄດ້​ຮັບ​ການ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ສະພາບ​ການ​ການ​ຄ້າ ​ຫວຽດນາມ​ ກັບ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ປີ 2023, ບັນລຸ 8,92 ຕື້ USD, ເພີ່ມ​ຂຶ້ນ 8,9% ​ເມື່ອ​ທຽບ​ໃສ່​ປີ 2022.

ຫວຽດນາມ ຖື​ເປັນ​ສຳຄັນ, ປາດ​ຖະໜາ​ຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ອາ​ຟຣິກາ ເລິກເຊິ່ງກ່ວາອີກ

ທ່ານ​ເອກ​ອັກຄະ​ລັດຖະທູດ ມາຣົກ Jamale Chouaibi, ຫົວໜ້າ​ກຸ່ມ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາ​ຟຣິກາ ປະຈຳ ຮ່າ​ໂນ້ຍ ກ່າວ​ຄຳ​ປາໄສທີ່​ພິທີ.

ກ່າວ​ຄຳ​ປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ມາຣົກ Jamale Chouaibi, ຫົວໜ້າ​ກຸ່ມ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາ​ຟຣິກາ ປະຈຳ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ອາ​ຟຣິກາ ພວມຟື້ນຕົວຂຶ້ນ ແລະ ພວມ​ຜ່ານວິວັດການ​ຫັນ​ເປັນ​ລະບົບ​ເສດຖະກິດ ດ້ວຍ​ເປົ້າໝາຍສຸດທ້າຍ ແມ່ນ​ຮັບປະກັນ​ອະນາຄົດ​ທີ່ສະເໝີພາບ, ຍືນ​ຍົງ; ເນັ້ນ​ໜັກດ້ວຍບົດບາດ​ແມ່ນກຳລັງຜັກດັນເຕີບ​ໂຕ​ຂອງ​ໂລກ ​ແລະ ​ແມ່ນ “​ແຜ່ນດິນ​ແຫ່ງ​ໂອກາດ”. ອາ​ຟຣິ​ກາ ພວມ​​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງຢ່າງຕັ້ງໜ້າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃຫຍ່ກ່ຽວ​ກັບ​ຄວາມ​ບໍ່​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຜົນ​ຕາມມາ​ຂອງ​ພະຍາດ​ໂຄ​ວິດ-19... ເຊິ່ງ​ໂລກ​ພວມ​ປະ​ເຊີນ​.

ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ຢືນຢັນ​ວ່າ ດ້ວຍທ່າແຮງ, ປະສົບ​ການ​ຂອງ ຫວຽດນາມ ​ແລະ ຄວາມ​ຕ້ອງການ, ທ່າ​ໄດ້​ປຽບທາງທຳ​ມະ​ຊາດ​ອັນ​ໃຫຍ່​ຫຼວງ​ຂອງ ອາ​ຟຣິກາ, 2 ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​ໃນ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ສາທາລະນະ​ສຸກ ​ແລະ ພະລັງງານ, ມຸ່ງ​ໄປ​ເຖິງ​ເປົ້າໝາຍກໍ່ສ້າງ​ໂລກ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ, ​ເຊື່ອມ​ໂຍງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.