ທ່ານປະທານ KOVECA: ສືບຕໍ່ມານະພະຍາຍາມເພີ່ມທະວີການພັດທະນາ ສາຍພົວພັນຫວຽດນາມ - ສເກົາຫຼີ

12:44 | 31/05/2024

ຍສໝ - ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ Cho Tae Yul, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 30 ພຶດສະພາ – 1 ມິຖຸນາ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.
ທ່ານປະທານ EC ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການຕ້ານການຫາປາ IUU ທ່ານປະທານ EC ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ກ່ຽວກັບການຕ້ານການຫາປາ IUU

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຕອນ​ບ່າຍ​ວັນ​ທີ 30 ພຶດສະພາ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍແທັງເຊີນ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kwon Sung Taek ປະທານ​ສະມາຄົມ​ແລກປ່ຽນ​ເສດຖະກິດ ​ແລະ ວັດທະນະທຳ ສ.​ເກົາຫຼີ - ຫວຽດນາມ (KOVECA).

ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ ບຸຍແທັງເຊີນ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ສ.​ເກົາຫຼີ ຄັ້ງນີ້ ຖື​ເປັນ​ສຳຄັນ​ການ​ສົມທົບ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ການ​ກວດກາ​ຄືນ​ບັນດາ​ໂຄງການ​ດຳ​ເນີນ​ງານ​ເພື່ອ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ໂອກາດ​ທີ່​ທ່ານ​ປະທານ​ປະ​ເທດ Yoon Suk Yeol ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ເດືອນ ມິຖຸນາ 2023.

ທ່ານປະທານ KOVECA: ສືບຕໍ່ມານະພະຍາຍາມເພີ່ມທະວີການພັດທະນາ ສາຍພົວພັນຫວຽດນາມ - ສເກົາຫຼີ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Kwon Sung Taek ປະທານ KOVECA.

ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ກຽດສັກສີ, ຄວາມກະຕືລືລົ້ນ ແລະ ການອຸທິດຕົນຢ່າງບໍ່ອິດເມື່ອຍຂອງບັນດາສະມາຊິກ KOVECA ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ, ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ.

ທ່ານ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ KOVECA ​ແລະ ບັນດາ​ສະມາຊິກ​ຈະ​ສືບ​ຕໍ່​ນຳ​ໜ້າ, ​ເສີມ​ຂະຫຍາຍ​ບົດບາດ​ຫຼັກ​ໝັ້ນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ; ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ ​ແລະ ການ​ຄ້າ​ກັບ ຫວຽດນາມ; ສົມທົບ​ກັນ​ໜູນ​ຊ່ວຍ, ປົກ​ປັກ​ຮັກສາ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ ສ.​ເກົາຫຼີ.

ປາດ​ຖະໜາ​ວ່າ ສະມາຄົມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ບັນດາ​ຄອບຄົວ​ຫຼາຍ​ດ້ານ​ວັດທະນະທຳ ສ.​ເກົາຫຼີ - ຫວຽດນາມ, ທ່ານ​ລັດຖະມົນຕີ​ຖື​ວ່າ ສິ່ງ​ດັ່ງກ່າວ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.

ຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຂອງລັດຖະມົນຕີ ແລະກະຊວງການຕ່າງປະເທດຫວຽດນາມ ສໍາລັບການເຄື່ອນໄຫວຂອງສະມາຄົມ, ທ່ານປະທານສະມາຄົມ Kwon Sung Taek ຕີລາຄາສູງການສະໜັບສະໜູນໃນການຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ແລກປ່ຽນວັດທະນະທໍາຢູ່ຫວຽດນາມ; ຢືນຢັນ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ພັດທະນາ​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

Tags: KOVECA
ເຫດການ
302 Found

Found

The document has moved here.