ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

14:02 | 28/05/2024

ຍສໝ - ຮ່ອງຮອຍຫ້ອງການເຮັດວຽກຂອງສະຖານທູດ ສາທາລະນະລັດ ກູບາ ແລະ ໂຮງງານນ້ຳຕານ ກູບາ ຢູ່ເຂດຊາຍແດນຂຶ້ນກັບເມືອງ ເຕີນບຽນ ແລະ ເມືອງ ເຕີນເຈົາ, ແຂວງ ໄຕນິງ ເປັນຫຼັກຖານພະຍານໃຫ້ຄວາມມິດຕະພາບ, ຄວາມສາມັກຄີ, ການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ​ສອງ​ປະ​ເທດ​ ກູ​ບາ ​ແລະ ຫວຽດນາມ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ
ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຫວຽດນາມ ​ແລະ ກູ​ບາ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ວັນ​ທີ 2 ທັນວາ 1960. ສາຍພົວພັນທາງການທູດລະຫວ່າງສອງປະເທດ ແມ່ນສາຍພົວພັນແບບພິເສດ. ຕາມ​ນັ້ນ​ແລ້ວ, ພາຍຫຼັງ​ລັດ​ຖະ​ບານ​ປະ​ຕິ​ວັດຊົ່ວ​ຄາວ​ ສາທາລະນະລັດພາກໃຕ້ ຫວຽດ​ນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສາທາລະນະລັດ ກູ​ບາ ​ແມ່ນ​ປະ​ເທດ​ທຳ​ອິດ ແລະ​ ປະເທດດຽວ​ທີ່​ໄດ້​ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄປ ແລະ ຍື່ນສານຕາຕັ້ງຕໍ່​ລັດ​ຖະ​ບານ. ວັນທີ 4 ມີນາ 1969, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ກູບາ Raul Valdes Vivo ໄດ້ຍື່ນສານຕາຕັ້ງໃຫ້ແກ່ສະຫາຍ ຫງວຽນຮຸ້ຍເທາະ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດປົດປ່ອຍພາກໃຕ້ ຫວຽດນາມ ຕາມການມອບໜ້າທີ່ເອກອັກຄະລັດຖະທູດຜູ້ມີອຳນາດເຕັມຈາກສາທາລະນະລັດ ກູບາ ຢ່າງເປັນທາງການ.

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ຄະນະປະຕິບັດງານ ​ໄດ້​ໄປ​ຢ້ຽມຢາມ​ທີ່​ພັກ ​ແລະ ​ບ່ອນເຮັດ​ວຽກ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ສາທາລະນະ​ລັດ ກູ​ບາ ຢູ່​ເຂດຮ່ອງຮອຍຖານທັບລັດຖະບານຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ

ວັນ​ທີ 6 ມິຖຸນາ 1969, ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວສາທາລະນະລັດພາກໃຕ້ ຫວຽດ​ນາມ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ບົນ​ພື້ນ​ຖານ​ຄວບ​ແນວ​ໂຮມ​ປະ​ເທດ​ຊາດ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ສະຫະພັນບັນດາກຳລັງຊົນເຜົ່າ, ປະ​ຊາ​ທິ​ປະ​ໄຕ, ສັນ​ຕິ​ພາບ​ຢູ່​ພາກ​ໃຕ້ ຫວຽດ​ນາມ ເຂົ້າເປັນອັນໜຶ່ງອັນດຽວ.

ສະຖານ​ທີ່​ເຮັດ​ວຽກ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ກູ​ບາ Raul Valdes Vivo ແມ່ນ​ຕັ້ງ​ຢູ່​ທີ່​ຖານ​ທັບ​ລັດຖະບານ​ປະຕິວັດ​ຊົ່ວຄາວ. ປະຈຸ​ບັນ, ເຮືອນເຮັດ​ວຽກຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ກູ​ບາ ໄດ້​ຮັບ​ການຟື້ນຟູຄືນ​ໂດຍ​ແຂວງ ​ໄຕ​ນິງ ໂດຍຖືກຕ້ອງກັບສະຖານ​ທີ່ເຮັດ​ວຽກ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ກູ​ບາ ໃນເຂດຮ່ອງຮອຍຖານ​ທັບ​ລັດຖະບານ​ປະຕິວັດ​ຊົ່ວຄາວສາທາລະນະ​ລັດ ພາກໃຕ້ ຫວຽດນາມ ຢູ່​ຕາ​ແສງ ເຕີນເລີບ, ​ເມືອງ ເຕີນບຽນ.

ກໍຄືບັນດາເຮືອນເຮັດວຽກອື່ນໆຂອງບັນດາການນຳລັດຖະບານຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ, ເຮືອນເຮັດວຽກຂອງເອກອັກຄະລັດຖະທູດ ກູບາ ແມ່ນມຸງດ້ວຍໃບໄມ້ ຈຸງກວນ - ເປັນໃບໄມ້ທີ່ມີຄວາມທົນທານສູງ, ດຳລົງຊີວິດຢູ່ຫຼາຍແຫ່ງໃນປ່າຂອງແຂວງ ໄຕນິງ. ຂ້າງລຸ່ມເຮືອນມີອຸໂມງທາງອອກໄປສູ່ປ່າ ເພື່ອປ້ອງກັນລູກລະເບີດຂອງສັດຕູ. ຢູ່​ໃນ​ເຮືອນ, ຍັງ​ມີ​ບັນດາ​ເອກະສານ​ຮູບ​ພາບ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ການ​ພົບ​ປະ​ເຮັດ​ວຽກ, ການ​ເຄື່ອນ​ໄຫວ​ລະຫວ່າງ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ Raul Valdes Vivo ກັບກຳລັງ​ກອງທັບ​ປົດ​ປ່ອຍ.

ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບອັນ​ແໜ້ນ​ແຟ້ນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ທ່ານ​ນາງ Ariadne Feo Labra, ກົງສຸນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໃຫ້​ຮູ້​ວ່າ ເຫດການສ້າງ​ຕັ້ງ​ສະຖານທູດ ກູ​ບາ 55 ປີ​ກ່ອນ​ຢູ່​ເຂດ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ, ຂຶ້ນກັບແຂວງ ໄຕ​ນິງ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງຈິດໃຈ​ສະ​ໜັບ​ສະ​ໜູນ, ຄວາມຮັກແພງອ້າຍ​ນ້ອງ​ໃນ​ການສູ້ຮົບ ຫວຽດນາມ ​ແລະ ກູ​ບາ.

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ທ່ານ​ນາງ Ariadne Feo Labra, ກົງສຸນ​ໃຫຍ່ ​ກູ​ບາ ປະ​ຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວ​ຄຳ​ປາ​ໄສ.

ທ່ານ​ນາງ Ariadne Feo Labra ​ໄດ້​ຢ້ຳຄືນ​ວ່າ ຢູ່ໃນສານຄຳເວົ້າຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ Raul Valdes Vivo ​ເມື່ອຍື່ນສານຕາຕັ້ງນັ້ນ ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງ​ເຖິງ​ອາລົມ​ຈິດທີ່ມີຊີວິດຊີວາ, ຄວາມເປັນກຽດເມື່ອກາຍເປັນຄະນະຜູ້ແທນການ​ທູດ​ຄັ້ງ​ທຳ​ອິດ ​ແລະ ​ເປັນ​ຄະນະດຽວທີ່ໄດ້ຮັບການຮັບຮູ້ຈາກ​ແນວ​ໂຮມ​ປະ​ເທດ​ຊາດປົດປ່ອຍພາກໃຕ້ ຫວຽດນາມ.

ນອກຈາກນັ້ນ, ຂີດໝາຍການທູດ ຫວຽດນາມ - ກູບາ ຢູ່ ໄຕນິງ ກໍ່ນັບມື້ນັບເລິກເຊິ່ງກວ່າ ເມື່ອປີ 1988 ລັດຖະບານ ກູບາ ໄດ້ມອບໂຮງງານນ້ຳຕານທີ່ໄດ້ຮັບການສ້າງຕັ້ງຢູ່ຕາແສງ ເຕີນໂຮ້ຍ, ເມືອງ ເຕີນເຈົາ, ແຂວງ ໄຕນິງ ໃຫ້ປະຊາຊົນ ຫວຽດນາມ.

ຕາມ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ໄຕ​ນິງ ​ແລ້ວ, ​ໃນ​ເດືອນ ເມສາ 1988, ​ໂຮງງານ​ນ້ຳ​ຕານ ເໜືອກຈ່ອງ (ປະຊາຊົນ​ເອີ້ນ​ວ່າໂຮງງານ​ນ້ຳ​ຕານ​ກູ​ບາ) ​ໄດ້​ເລີ່​ມດຳ​ເນີນ​ການເຄື່ອນໄຫວຢູ່​ຕາ​ແສງ ເຕີນໂຮ້ຍ, ເມືອງ ເຕີນເຈົາ ແລະ ​ໄດ້​​ເປີດສະຫຼອງນຳໃຊ້ໃນ​ວັນ​ທີ 24 ທັນວາ 1992, ສະມັດຕະພາບອ້ອຍ 500/ໂຕນມື້. ຈາກ​ນັ້ນ, ຕາມ​​ຄຳສະເໜີຂອງ​ ຫວຽດນາມ, ບັນດາ​ຜູ້​ຊ່ຽວຊານ ​ກູ​ບາ ​ໄດ້​ຊ່ວຍຍົກສະມັດຕະພາບຂອງອ້ອຍປ້ອນເຂົ້າ​ໂຮງງານ​ຂຶ້ນ 1.000 ​ໂຕນ​​ຕໍ່​ວັນ.

ຮອດປີ 1995, ທ່ານ​ປະທານ​ປະ​ເທດ ກູ​ບາ Fidel Castro ​ໄດ້​ໄປ​ຢ້ຽມຢາມ ​ໄຕ​ນິງ, ຢ້ຽມຢາມ​ໂຮງງານ​ນ້ຳຕານ ເໜຶອກຈ່ອງ ​ໃນ​ການ​ຕ້ອນຮັບ​ຢ່າງ​ເບີກບານ​ມ່ວນ​ຊື່ນ​ຂອງ​ປະຊາຊົນ ​ແລະ ​ເດັກນ້ອຍ​ແຂວງ ​ໄຕ​ນິງ. ປະຈຸ​ບັນ, ໂຮງງານ​ຍັງ​ດຳ​ເນີນ​ການ​ຢູ່. ນີ້​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ຂອງ​ປະຊາຊົນ ກູ​ບາ ທີ່ມອບ​ໃຫ້​ແກ່ ຫວຽດນາມ ເວົ້າລວມ ​ແລະ ປະຊາຊົນ ​ໄຕ​ນິງ ​ເວົ້າ​ສະ​ເພາະ, ອັນໄດ້ຊ່ວຍ​ປະຊາຊົນ ​ໄຕ​ນິງ ​ໃນ​ການ​ຜະລິດ​ກະສິກຳ ​ແລະ ພິ​ເສດ​ແມ່ນ​ຂະແໜງການຜະລິດນ້ຳຕານອ້ອຍ.

ບັນດາກິດຈະການນີ້, ປະຈຸບັນ ໄດ້ກາຍເປັນ“ສະຖານທີ່ສີແດງ” ໃນການພົວພັນແລກປ່ຽນມິດຕະພາບ, ການສຶກສາທີ່ເປັນມູນເຊື້ອຂອງລຸ້ນໜຸ່ມລະຫວ່າງຄະນະປະຕິບັດງານ ກູບາ ແລະ ຫວຽດນາມ ບົນເຂດຊາຍແດນ ໄຕນິງ. ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ຫຼັກຖານພະຍານໃຫ້​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ, ການສະໜັບສະໜູນລະຫວ່າງ​ປະຊາຊົນ​ ​ແລະ ລັດຖະບານ ​ກູ​ບາ ທີ່ມີໃຫ້ສຳລັບ ຫວຽດນາມ.

ຂີດ​ໝາຍ​ແຫ່ງ​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ກູ​ບາ ບົນ​ດິນ​ແດນ ​ໄຕ​ນິງ

ທ່ານ ​ເຈີ່ນ​ວັນ​ຈ້ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິງ ກ່າວ​ຄຳ​ປາ​ໄສທີ່ການປະຊຸມ.

ເມື່ອ​ຫວນ​ຄືນ​ປະຫວັດສາດກ່ຽວກັບຂີດ​ໝາຍ​ຄວາມ​ສາມັກຄີ, ຕິດພັນ​ກັບ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​- ກູ​ບາ, ທ່ານ ​ເຈີ່ນ​ວັນ​ຈ້ຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິງ ​ເນັ້ນ​ໜັກ​ວ່າ ເຖິງ​ວ່າ ຫວຽດນາມ ​ແລະ ກູ​ບາ ​ໄດ້​ຕັ້ງຢູ່ຫ່າງໄກ​ກັນ​ເປັນ​ເຄິ່ງ​ໂລກ​ກໍ່ຕາມ ແຕ່ຍັງມີຄວາມໃກ້ຊິດສະໜິດສະໜົມໃນອຸດົມການປະຕິວັດ, ຄວາມຟົດຟື້ນຂອງປະຊາຊົນສອງປະເທດ, ເຊິ່ງເປັນສັນຍາລັກສະເພາະທີ່ສຸດ ໂດຍຜ່ານ​ຮູບ​ພາບ​ຂອງ​ຜູ້ນຳ 2 ທ່ານ ປະ​ທານ ​ໂຮ່​ຈິ​ມິນ ແລະ ທ່ານ​ປະ​ທານ Fidel Castro. ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ​ຫວຽດນາມ ​- ກູ​ບາ ແມ່ນ​ສາຍ​ພົວພັນ​ມິດຕະພາບແບບພິເສດ, ສັດ​ຊື່ບໍລິສຸດ, ຂາວສະອາດ​ໃນ​ການ​ພົວພັນ​ສາກົນ. “ເພື່ອຫວຽດນາມ, ກູບາ ກຽມພ້ອມທີ່ຈະອຸທິດທັງເລືອດເນື້ອຂອງຕົນ”, ເຊິ່ງແມ່ນຄຳເວົ້າອັນເປັນອະມະຕະຂອງຜູ້ນຳ Fidel Castro, ສະແດງອອກເຖິງຄວາມຮັກແພງອັນເລິກເຊິ່ງ, ຄວາມພ້ອມທີ່ຈະເສຍສະຫຼະ, ແບ່ງປັນຂອງ​ ກູ​ບາ ​ທີ່ມີຕໍ່ກັບນ້ຳໃຈສະຫາຍ, ອ້າຍ​ນ້ອງ ​ຫວຽດນາມ.

ກໍຕາມ​ທ່ານ ເຈີ່ນວັນຈ້ຽນ, ໃນ​ຊຸມ​ປີ​ສົງຄາມ, ຜ່ານ​ຜ່າ​ໄລຍະ​ຫ່າງ​ໄກທາງ​ພູມ​ສາດ, ສະພາບ​ການ​ທີ່​ຫຍຸ້ງຍາກ, ກູ​ບາ ຍາມ​ໃດ​ກໍ່​ຢືນ​ຄຽງ​ຂ້າງ, ໜູນຊ່ວຍ ຫວຽດນາມ ບົນ​ຈິດ​ໃຈ ເປັນເພື່ອນມິດທີ່ຈິງໃຈ, ສະຫາຍທີ່​ໄວ້​ເນື້ອ​ເຊື່ອ​ໃຈ. ກູ​ບາ ຍາມ​ໃດ​ກໍ​ແມ່ນ​ສັນ​ຍາ​ລັກ ແລະ ເປັນຜູ້ນຳໜ້າ​ໃນຂະບວນການປະຊາຊົນ​ໂລກ ເພື່ອຄວາມ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ​ພາລະກິດການ​ຕໍ່​ສູ້​ອັນເປັນທຳຂອງ ​ຫວຽດ​ນາມ. ດ້ວຍຄຳຂວັນ “ທັງໝົດແມ່ນ​ເພື່ອ​ຫວຽດ​ນາມ”, ຂະບວນການ​ສາ​ມັກ​ຄີ​ກັບ​ ຫວຽດ​ນາມ ໄດ້​ແຜ່​ລາມ​ໄປ​ທົ່ວ ກູ​ບາ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິງ ກໍ​ໃຫ້ຂໍ້ສັງເກດ​ວ່າ ສາຍ​ພົວພັນ​ມິດຕະພາບອ້າຍນ້ອງຍາມໃດກເປັນອັນໜຶ່ງອັນດຽວ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ກູ​ບາ ໂດຍບັນດາຜູ້ນຳຂອງ​ສອງປະ​ເທດໄດ້ກໍ່ສ້າງ ​ແລະ ຮັກສາໃນຄວັນໄຟແຫ່ງ​ການ​ຕໍ່ສູ້​ປະຕິວັດ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຢືນຢັນ, ຮັກສາ​​ໃນ​ທຸກ​ຍຸກ​ສະ​ໄໝ​. ສາຍ​ພົວພັນ​ແມ່ນຊັບສິນທີ່ລ້ຳຄ່າທີ່ສຸດໃຫ້ປະຊາຊົນ​ສອງ​ປະ​ເທດ​ບົນ​ເສັ້ນທາງ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ. ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ ​ທຸກ​ຄົນ, ປະຊາຊົນ ກູ​ບາ ຈະ​ເປັນ​ເພື່ອນ​ມິດ​ທີ່ຊື່ສັດບໍລິສຸດທີ່​ຕ້ອງ​ໄດ້​ຮັບ​ການ​ເຄົາລົບ​ນັບຖືຮັກສາ ​ແລະ ຮັດ​ແໜ້ນ.

ໃນ​ຂະນະ​ນັ້ນ, ທ່ານ Ariadne Feo Labra ກົງສຸນ​ໃຫຍ່​ ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກໍ່​ເນັ້ນ​ໜັກ​ວ່າ “ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ​ທີ່​ສຸດ​ທີ່​ໄດ້​ສືບ​ທອດ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ​ເພື່ອ​ສະ​ແດງ​ຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່​ສາຍ​ພົວພັນ​ອັນ​ດີງາມ​ນີ້, ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ອ້າຍ​ນ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຮູບ​ພາບຂອງ​ຜູ້ນຳສອງທ່ານຄື ປະທານ ໂຮ່ຈີມິນ ແລະ ປະທານ Fidel Castro. ຂ້າ​ພະ​ເຈົ້າ ຫວັງ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ກູ​ບາ ແລະ ຫວຽດ​ນາມ, ພິ​ເສດ​ແມ່ນ​ລະ​ຫວ່າງ ໄຕ​ນິງ ແລະ ກູ​ບາ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ເປີດກວ້າງກວ່າອີກ”.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ປຶກສາ​ຫາລື​ໃນ​ການ​ພົບ​ປະ​ລະຫວ່າງ​ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ກັບຄະນະ​ຜູ້​ແທນ​ສະພາ​ສັນຕິພາບ ​ແລະ ຄວາມ​ສາມັກຄີ ​ເນ​ປານ ​ໂດຍ​ທ່ານ Rabindra Adhikari, ປະທານ​ສະພາ​ ເປັນຜູ້ນຳ​ໜ້າຄະນະ ​ໃນ​ວັນ​ທີ 20 ພຶດສະພາ ທີ່ຮ່າໂນ້ຍ.

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

ຍສໝ - ​ແຕ່​ເດືອນ​ພຶດສະພາ​ ປີ 2024, ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ສາກົນ, ຊຸກຍູ້​ຄວາມ​ຕ້ອງການ​ການທ່ອງທ່ຽວ. ກູ​ບາ ​ມີ​ເປົ້າ​ໝາຍ​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 3,2 ລ້ານ​ເທື່ອ​ຄົນ​ໃນ​ປີ 2024.

ມິງດຶກ

ເຫດການ
302 Found

Found

The document has moved here.