ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

12:54 | 28/05/2024

ຍສໝ - ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄັ້ງ​ທີ 13 ຈະໄດ້ດຳເນີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ມິຖຸນາ 2024 ຢູ່​ນະຄອນ​ ດາ​ນັງ. ງານມະຫະກຳຄັ້ງ​ນີ້​ມີ​ນັກ​ກິລາ ​ແລະ ຄູ​ເຝິກ 1.300 ກວ່າ​ຄົນຂອງຄະນະກິລາ​ທີ່​ມາ​ຈາກ 10 ປະ​ເທດ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ​ ແລະ​ ປະເທດເຈົ້າພາບ ​ຫວຽດນາມ.

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ) ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)
ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ

ຂໍ້​ມູນ​ດັ່ງກ່າວ ​ໄດ້​ຍົກອອກ​ໃນ​ພິທີ​ປະກາດງານມະຫະກຳກິລາ​ນັກ​ຮຽນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ຄັ້ງ​ທີ 13 ທີ່​ນະຄອນຫຼວງ ​ຮ່າ​ໂນ້ຍ ​ເມື່ອ​ບໍ່​ດົນ​ມາ​ນີ້. ​ທີ່ເຫດການມີການເຂົ້າຮ່ວມ​ຂອງ​ຄະນະ​ຊີ້​ນຳ, ຄະນະ​ຈັດ​ຕັ້ງ, ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ ເຂົ້າ​ຮ່ວມ​ກອງ​ປະຊຸມໃຫຍ່, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ, ຜູ້ຕາງໜ້າ​ນະຄອນ ດາ​ນັງ - ສະຖານ​ທີ່​ຈັດ​​ກອງ​ປະຊຸມ​ໃຫຍ່ພ້ອມ​ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ໜ່ວຍ​ງານ​ຂ່າວສານ ​ແລະ ໂທລະພາບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ວັນ​ທີ 28 ທັນວາ 2022, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງເລີກທີ 1640/QD-TTg ກ່ຽວ​ກັບ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ງານມະຫະກຳ​ກິ​ລາ​ນັກ​ຮຽນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຄັ້ງ​ທີ 13 (ASEAN Schools Games - ຂຽນຫຍໍ້ວ່າ ASG) ຢູ່​ຫວຽດ​ນາມ. ກະຊວງສຶກສາ ແລະ ກໍ່ສ້າງ, ຄະນະກຳມະການປະຊາຊົນນະຄອນ ດານັງ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງເພື່ອເປັນປະທານ ແລະ ຈັດຕັ້ງງານມະຫະກຳ.

​ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄັ້ງ​ທີ 13 ຈະ​ດຳເນີນຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ມິຖຸນາ 2024 ຢູ່​ນະຄອນ​ ດາ​ນັງ. ກອງ​ປະຊຸມໃຫຍ່​ຄັ້ງ​ນີ້​ມີ​ນັກ​ກິລາ ​ແລະ ຄູ​ເຝິກ 1.300 ກວ່າ​ຄົນ​ເຂົ້າ​ຮ່ວມຂອງຄະນະກິລາ​ທີ່​ມາຈາກ 10 ປະ​ເທດ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ​ ແລະ ປະເທດ​ເຈົ້າພາບ​ ຫວຽດນາມ.

ທ່ານ​ນາງ​ ຫງວຽນ​ທິກິມ​ຈີ່ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກໍ່ສ້າງ ຫວຽດນາມ ຢືນຢັນ​ວ່າ ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ກິລາ​ໄດ້ພົບປະ​ແລກປ່ຽນ, ຮ່ຳຮຽນ ​ແລະ ປັບປຸງ​ບັນດາ​ຜົນງານ​ດ້ານ​ວິຊາສະເພາະ​ໃນ​ກິລາ​ໂຮງຮຽນ. ງານມະຫະກຳແມ່ນ​ໂອ​ກາດເພື່ອ​​ແຜ່​ກະຈາຍຂ່າວ​ສານ​ໃຫ້​ບັນ​ດາ​ໂຮງ​ຮຽນ, ຄອບ​ຄົວ, ຊຸມ​ຊົນ​ໃນສັງ​ຄົມ ແນໃສ່​ຮ່ວມ​ມື​ໃນ​ພາ​ລະ​ກຳ​ປັບ​ປຸງ​ສຸ​ຂະ​ພາບ​ທາງ​ດ້ານ​ຮ່າງກາຍ ແລະ ຮູບຮ່າງ​ຂອງ​ຊາວ ​ຫວຽດ​ນາມ.

“​ໂດຍ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ລະດູ​ແລ້ງ - ຈຸດ​ເວລາ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີຢູ່ນະຄອນ ດານັງ, ເຫດການກິລາ​ຄັ້ງ​ນີ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດມາ​ຊົມ ​ແລະ ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​. ທ່ານ​ນາງ​ ຫງວຽນ​ທິກິມ​ຈີ່ ​ໃຫ້​ຮູ້​ວ່າ: ຜ່ານເຫດການນີ້ ຈະປະກອບສ່ວນເຂົ້າໃນການເຜີຍແພ່ງຮູບພາບປະ​ເທດຊາດ, ປະຊາຊົນ, ​ເອກະລັກ​ວັດທະນະທຳ, ການທ່ອງທ່ຽວ​ຂອງ ​ຫວຽດນາມ ​ໄປສູ່ເພື່ອນ​ມິດສາ​ກົນ.

ນັກກິລາຈະແຂ່ງຂັນໃນ 6 ປະເພດກິລາຄື: ລອຍນໍ້າ, ແລ່ນ ແລະ ລານ, ດອກປິກໄກ່, ບານບ້ວງ, pencak silat, vovinam ໂດຍມີທັງໝົດ 107 ເນື້ອໃນຂອງການແຂ່ງຂັນ. ດ້ວຍ​ສານ “ເຊື່ອມ​ຕໍ່​ພ້ອມກັນປະກາຍແຈ້ງ” (Connect to shine bright), ງານມະຫະກຳກິ​ລາ​ນັກ​ຮຽນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຄັ້ງ​ທີ 13 ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ເພື່ອ​ເຊີດ​ຊູ​ຄວາມສາມາດດ້ານ​ກິລາ​ເທົ່າ​ນັ້ນ, ຫາກ​ຍັງ​ຍົກສູງການ​ເຊື່ອມ​ໂຍງ​ຂອງ​ນັກຮຽນ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພ້ອມກັນສາມັກຄີ ເພື່ອ​ລຸ້ນໜຸ່ມອາຊີຕາເວັນອອກສ່ຽງໃຕ້ ເຊື່ອມຕົວ ແລະ ພັດທະນາ.

ສັດປະຈຳຂອງງານມະຫະກຳແມ່ນ ໂຕລິງຈາຫວາ ຕີນສີນ້ຳຕານ, ເປັນສັດຫາຍາກໃນປຶ້ມແດງຂອງຫວຽດນາມ, ໄດ້ຈັດອັນດັບເປັນ “ສັດໃກ້ຈະສູນພັນ” ໂດຍອົງການອະນຸລັກຮັກສາທຳມະຊາດໂລກ ກໍ່ຄືຫວຽດນາມ. ຜ່ານຮູບພາບສັດປະຈຳນີ້, ASG ຄັ້ງທີ 13 ຍັງສົ່ງສານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ນັກຮຽນແຕ່ລະຄົນ ເວົ້າສະເພາະ ແລະ ຊຸມຊົນ ເວົ້າລວມ.

ASG ຄັ້ງທີ 13 ໄດ້ກະກຽມຢ່າງລະມັດລະວັງໂດຍປະເທດເຈົ້າພາບ ຫວຽດນາມ, ແຕ່ຂອດການຈັດຕັ້ງ; ລະບົບການສະແກນທີ່ເປັນມືອາຊີບ; ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ຮ່ວມ​ເດີນທາງ​ຂອງ​ບັນດາ​ອົງການ​ຂ່າວສານ​ຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ, ພາຍ​ໃນ ​ແລະ ຕ່າງປະ​ເທດ.

ບັນດາ​ຂໍ້​ມູນ​ຂ່າວ​ສານ​ຂອງ​ງານມະຫະກຳ​ແມ່ນ​ໄດ້​ຮັບ​ການ​ອັບເດດຢ່າງ​ບໍ່​ຕໍ່ເນື່ອງຢູ່​ໃນ​ລະບົບ​ຊ່ອງ​ໂທລະພາບ​ຂອງ​ ຫວຽດນາມ, ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ ດາ​ນັງ, ອົງການ​ຂ່າວ​ສານພາຍ​ໃນ ​ແລະ ພາກພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເວັບ​ໄຊ​ຂອງ​ກອງ​ປະຊຸມໃຫຍ່ ​ແລະ ອົງການ​ຂ່າວ​ອື່ນໆ​ຂອງ​ຂະ​ແໜງ​ການ​ສຶກສາ.

ຄຽງຄູ່ກັບການເຄື່ອນໄຫວແຂ່ງຂັນ, ງານມະຫະກຳຍັງມຸ່ງໄປສູ່ການເພີ່ມທະວີການພົບປະແລກປ່ຽນ ແລະ ເຊື່ອມໂຍງລະຫວ່າງບັນດາປະເທດໃນພາກພື້ນ ໂດຍຜ່ານບັນດາການເຄື່ອນໄຫວຜ່ານພຶດຕິກຳຕົວຈິງຫຼາຍຮູບແບບ, ການສຳມະນາ ເພື່ອປຶກສາຫາລື ແລະ ຄົ້ນຄວ້າ ເພື່ອຊຸກຍູ້ການເຄື່ອນໄຫວກິລາໂຮງຮຽນ ແລະ ພັດທະນາກຳລັງກາຍໃຫ້ແກ່ນັກຮຽນອາຊີຕາເວັນອອກສ່ຽງໃຕ້.

ໂດຍຈັດຂຶ້ນເປັນຄັ້ງທຳອິດໃນປີ 2009, ງານມະຫະກຳກິລານັກຮຽນອາຊີຕາເວັນອອກສຽງໃຕ້ ແມ່ນງານມະຫາກຳກິລາໃຫຍ່ທີ່ສຸດສຳລັບນັກຮຽນມັດທະຍົມໃນສະມາຄົມບັນດາປະເທດ ອາຊຽນ (ASEAN) ທີ່ສົ່ງເສີມຄວາມສາມັກຄີຂອງບັນດາປະເທດ ອາຊຽນ ຜ່ານບັນດາການເຄື່ອນໄຫວກິດຈະກຳກິລາໂຮງຮຽນ, ສ້າງໂອກາດໃຫ້ນັກກິລາໄດ້ເຂົ້າຮ່ວມແຂ່ງຂັນ ແລະ ແລກປ່ຽນປະສົບການ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ທາງ​ດ້ານ​ຮ່າງກາຍ ແລະ​ ຈິດໃຈກິ​ລາ​.

ມາ​ຮອດ​ປະຈຸ​ບັນ, ງານມະຫະກຳ​ກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ໄດ້​ຈັດ​ຂຶ້ນ 11 ຄັ້ງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ ​ແລະ ມີ 20 ໝວດປະເພດກິລາ​ທີ່​ໄດ້​ຄັດ​ເລືອກເຂົ້າແຂ່ງຂັນ.

ຂ້າງລຸ່ມນີ້ແມ່ນຮູບພາບບາງສ່ວນຂອງພິທີ:

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ຫງວຽນ​ທິກິມ​ຈີ່, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານມະຫະກຳ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ​ໄດ້​ກ່າວ​ຄຳ​ປາ​ໄສ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ນັກກິລາຖືສັດປະຈຳຂອງການແຂ່ງຂັນ - ໂຕລິງຈາ ຕີນສີນ້ຳຕານ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ການສະແດງທີ່ມີສີສັນຫວຽດນາມ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ການ​ເຂົ້າ​ຮ່ວມ​ຂອງ​ຂອງບັນດານ້ອງໆນັກ​ຮຽນ ເຮັດໃຫ້​ພິ​ທີ​ມີຊີວິດຊີວາ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ນັກ​ຂ່າວ​ໄດ້​ຕັ້ງ​ຄຳ​ຖາມ​ຕໍ່​ຄະນະຈັດ​ຕັ້ງພິທີ.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງງານມະຫະກຳ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກຂ່າວ-ສື່ມວນຊົນ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.