ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ: ປ່ຽນແປງໃໝ່ບັນດາວິທີດຶງດູດປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວສັນຕິພາບ

09:03 | 30/05/2024

ຍສໝ - ​ໃນ​ຊຸມ​ປີທີ່​ຜ່ານມາ, ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ມີ​ການປ່ຽນແປງໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ, ຍາດ​ແຍ່ງ​ເອົາ​ຄວາມ​ເຫັນດີເຫັນພ້ອມ ​ແລະ ການ​ໜູນ​ຊ່ວຍ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ຊາດກ່ຽວກັບ​ພາລະກິດ​ແຫ່ງການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຂອງປະຊາຊົນ ຫວຽດນາມ ​ເວົ້າລວມ ແລະ ນະຄອນ ຫາຍຟ່ອງ ເວົ້າສະເພາະ. ຜ່ານ​ນັ້ນ, ກໍ່ປະກອບສ່ວນ​ຍົກ​ສູງ​ທີ່ຕັ້ງບົດບາດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ​ນະຄອນ​ໃນ​ຂະ​ບວນວິວັດການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສະໜັບສະໜູນ​ຂະບວນການ​ສັນຕິພາບ​ຢູ່​ໃນ​ໂລກ.

ໄຂງານວາງສະແດງ “ຫາຍຟ່ອງ - ເຂດມໍລະດົກຮຸ່ງເຮືອງເຫຼືອງເຫຼື້ອມ”
"ສະໜາມ" ທີ່ເປັນປະໂຫຍດສໍາລັບນັກຮຽນທີ່ຮັກພາສາ ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ

ນີ້​ແມ່ນ​ຄຳ​ປາໄສຂອງ​ທ່ານ ​ໂດ້​ຈ່າງແທ່ງ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ທີ່​ກອງ​ປະຊຸມໃຫຍ່​ຜູ້​ແທນ​​ຄັ້ງ​ທີ 6 ອາຍຸ​ການ 2024-2029 ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ທີ່​ຫາ​ກໍ່​ດຳ​ເນີນ​.

ຕາມ​ທ່ານ ​ໂດ້​ຈ່າງ​ແທ່ງ ແລ້ວ, ດ້ວຍ​ບັນດາ​ວິທີ​ການ​ປ່ຽນແປງໃໝ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ແທດ​ເໝາະ​ກັບ​ສະພາບ​ການ​ຕົວຈິງ, ​ແຕ່ລະ​ປີ ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ລ້ວນແຕ່ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ສັນຕິພາບ​ສາກົນ (ວັນ​ທີ 21 ກັນຍາ); ຈັດພິທີສູດສັກອະນິດຈາໃຫ້ແກ່ວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ); ລະດົມ​ຜູ້​ໃຈ​ບຸນ​ອຸປະຖຳຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ຢູ່​ນະຄອນ; ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ເອົາລາຍ​ເຊັນ​​ຂອງ​ບັນດາ​ສະມາຊິກ, ຄອບຄົວ, ນັກຮຽນ ​ແລະ ນັກ​ສຶກສາ​ຢູ່​ແຂວງ ຫາຍ​ຟ່ອງ ​ເພື່ອ​ສະໜັບສະໜູນ​ການ​ຮັບຮອງ​ເອົາ​ສັນຍາ​ຫ້າມ​ອາວຸດ​ນິວ​ເຄຼຍ​ເພື່ອ​ສັນຕິພາບ ​ໂດຍ​ອົງການ “Mayors For Peace” ​ແນ່ໃສ່​ຄັດຄ້ານ​ສົງຄາມ, ຄັດຄ້ານ​ການ​ນຳ​ໃຊ້ລະ​ເບີດ​ປະ​ລະມານູ ...

ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ: ປ່ຽນແປງໃໝ່ບັນດາວິທີດຶງດູດປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວສັນຕິພາບ

ວັນທີ 21 ກັນຍາ 2023, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຫາຍຟ່ອງ, ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ ແລະ ມະຫາວິທະຍາໄລການເດີນທະເລ ຫວຽດນາມ ສົມທົບກັນຈັດຕັ້ງໂຄງການພົບປະແລກປ່ຽນ ດ້ວຍຫົວຂໍ້ “ຂ້າພະເຈົ້າຮັກສັນຕິພາບ”. (ພາບ: ຫງ໋ອກເຈົາ)

ປີ 2021, ຄະນະ​ກຳມະການ​ສັນຕິພາບ​ນະຄອນ​ ຫາຍ​ຟ່ອງ​ ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ສັນຕິພາບ​ຢູ່​ມະຫາວິທະຍາ​ໄລ​ການເດີນທະ​ເລ ​ຫວຽດນາມ. ນີ້​ແມ່ນ​ຮູບ​ແບບ​ຜັນຍະຫຍາຍການ​ປະຕິບັດ​ໂຄງການ​ສຶກສາ​ສັນຕິພາບ​ຄັ້ງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ ​ແນໃສ່ໂຄສະນາ​ເຜີຍ​ແຜ່ໃຫ້ແກ່​ບັນດາ​ນັກສຶກສາ ປະກອບສ່ວນ​ເຂົ້າ​ໃນ​ກິດຈະການແຫ່ງການສ້າງ, ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ​ຢູ່​ນະຄອນ ​ແລະ ປະ​ເທດຊາດ.

ບັນດາສະມາຊິກສະໂມສອນລ້ວນແຕ່ກຳນົດໜ້າທີ່ສ້າງສາວັດທະນາທຳສັນຕິພາບໃນໂຮງຮຽນ ບໍ່ພຽງແຕ່ແມ່ນໜ້າທີ່ຂອງອົງການຈັດຕັ້ງເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນອີກດ້ວຍ. ສະນັ້ນ, ສະມາຊິກຈຶ່ງເປັນເຈົ້າການ ແລະ ສະໝັກໃຈເຂົ້າຮ່ວມກິດຈະກຳມະນຸດສະທຳ, ການກຸສົນ ແລະ ອາສາສະໝັກເພື່ອຊຸມຊົນ ຈັດຕັ້ງປະຕິບັດໂດຍສະຫະພັນຊາວໜຸ່ມ ແລະ ສະມາຄົມນັກສຶກສາທຸກຂັ້ນໃນໂຮງຮຽນ. ຜ່ານ​ນັ້ນ, ກໍ່ໄດ້ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ນັກ​ສຶກສາ​ປະກອບສ່ວນ​ເຂົ້າໃນການແກ້​ໄຂບັນດາບັນຫາຄື: ​ຄວາມທຸກ​ຍາກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ພັດທະນາ​ເສດຖະກິດ - ສັງຄົມ, ​ແບ່ງປັນ ​ແລະ ຊ່ວຍ​ເຫລືອ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມໂຊກຮ້າຍ ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄອບຄົວ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ…

ຄຽງຂ້າງນັ້ນ, ງານບຸນພົບປະແລກປ່ຽນວັດທະນະທຳນາໆຊາດ ຍັງໄດ້ຈັດຕັ້ງເປັນປະຈຳ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບລັກສະນະທີ່ແຕກຕ່າງກັນຂອງວັດທະນະທຳ, ປະຫວັດສາດ ແລະ ມູນເຊື້ອຂອງບັນດາປະເທດ ແລະ ຊົນເຜົ່າ; ຈາກ​ນັ້ນ ​ກໍ່ເສີມ​ຂະຫຍາຍ​ຄວາມ​ຮູ້, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ ​ແລະ ປະ​ເທດຊາດ, ສ້າງ​ພື້ນຖານ​ໃຫ້​ແກ່ການ​ທູດ​ປະຊາຊົນ​ກາຍ​ເປັນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ການ​ທູດ​ ຫວຽດນາມ.

ໂດຍສືບຕໍ່ຜົນ​ສຳ​ເລັດ​ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ​ສັນຕິພາບ​ຢູ່​ມະຫາວິທະຍາ​ໄລການເດີນ​ທະ​ເລ​ ຫວຽດນາມ, ປີ 2022 ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ສ້າງ​ຕັ້ງ​ສະ​ໂມ​ສອນ​ສັນຕິພາບ​ຢູ່​ມະຫາວິທະຍາ​ໄລ​ ຫາຍ​ຟ່ອງ. ປີ 2023, ສະໂມສອນ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ເພື່ອຜັນຂະຫຍາຍ​ການປະຕິບັດ​ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ.

ທ່ານ ​ໂດ້​ຈ່າງ​ແທ່ງ ໃຫ້ຮູ້ວ່າ “ນີ້​ແມ່ນ​ແບບວິທີ​ໃໝ່, ວິທີເຂົ້າເຖິງໃໝ່​ເພື່ອ​ສຶກສາ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ລຸ້ນໜຸ່ມ​ກ່ຽວ​ກັບ​ສັນຕິພາບ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕ້ານ​ສົງຄາມ, ຄວາມ​ທຸກ​ຍາກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ ​ແລະ ຄວາມ​ສາມັກຄີ​ສາກົນ​ໃນ​ພາກ​ພື້ນ ​ແລະ​ ໂລກ”.

ທ່ານ​ກ່າວ​ຕື່ມອີກ​ວ່າ: ຄະນະ​ກຳມະການ​ສັນຕິພາບ​ນະຄອນ ​ຫາຍ​ຟ່ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕອບ​ສະໜອງບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ສາມັກຄີ, ສະໜັບສະໜູນ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ພັດທະນາ​ເສດຖະກິດ - ສັງຄົມຢ່າງ​ເປັນປະຈຳ. ຕອບ​ສະໜອງ ​ແລະ ​ເຂົ້າ​ຮ່ວມ​ຂະບວນການເພື່ອ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ຜ່ານ​ການ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສາກົນ; ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະມາຄົມປະຊາຊົນ ​ຈີນ ເພື່ອ​ສັນຕິພາບ​ ແລະ ​ການ​ຫຼຸດຜ່ອນດ້ານອາວຸດການທະຫານ​; ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະພາສັນຕິພາບໂລກ; ເຂົ້າ​ຮ່ວມ​ຄະນະ​ປະຕິບັດງານທີ່ມາ​ຢ້ຽມຢາມ​ຄະນະ​ກຳມະການ​ສັນຕິພາບ ​ແລະ ຄວາມ​ສາມັກຄີ​ແຫ່ງ​ຊາດ​ ລາວ; ​ເຂົ້າ​ຮ່ວມ​ຄະນະ​ຜູ້​ແທນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມສາກົນ ​ຕ້ານລູກ​ລະ​ເບີດ​ A&H ຢູ່​ປະ​ເທດ ​ຍີ່​ປຸ່ນ...

ຕາມ​ທ່ານ ໂດ້​ຈ່າງ​ແທ່ງ ​ແລ້ວ, ເພື່ອສືບ​ຕໍ່​ສືບ​ທອດ​ບັນດາ​ໝາກຜົນ​ຂອງ​ການ​ເຄື່ອນ​ໄຫວ​ໃນ​ຊຸມ​ປີ​ທີ່ຜ່ານມາ​ນີ້, ​ໃນ​ໄລຍະ​ຈະ​ມາ​ເຖິງ ຄະນະ​ກຳມະການ​ສັນຕິພາບ​ນະຄອນ ຫາຍຟ່ອງ ຈະ​ສືບ​ຕໍ່​ປະຕິບັດ​ຄຳ​ຂວັນ “ເປັນເຈົ້າການ, ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ” ​ເພື່ອ​ຮ່ວມແຮງຮ່ວມໃຈກັບ ພັກ, ລັດ, ນະຄອນ, ປະຕິບັດ​ນະ​ໂຍບາຍ “ການ​ທູດ​ໄມ້​ໄຜ່”; ປະ​ກອບ​ສ່ວນ​ພ້ອມກັບປະ​ຊາ​ຊົນ​ຮັກຫອມສັນ​ຕິ​ພາບ​ໃນ​ທົ່ວ​ໂລກ​ໃນ​ການ​ສ້າງ​ໂລກແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ​ແລະ​ ການ​ພັດ​ທະ​ນາ.

ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ ສະມາຄົມມິດຕະພາບຫວຽດນາມ - ລາວ ຢູ່ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ
ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຫາຍຟ່ອງ ຕ້ອງເພີ່ມທະວີການເຂົ້າຮ່ວມຂອງລຸ້ນໜຸ່ມ

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.