ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

13:35 | 31/05/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ.​ເກົາຫຼີ ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 31/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Han Duck-soo.

ຊຸກຍູ້ “ຄວາມຫຼັກແຫຼ່ງ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ
ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ວັນທີ 31 ພຶດສະພາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Han Duck-soo ຢືນຢັນວ່າ, ລັດຖະບານ ສ.ເກົາຫຼີ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຖື ຫວຽດນາມ ເປັນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຢູ່ພາກພື້ນ. ທ່ານຊົມເຊີຍເລື່ອງທ່ານລັດຖະມົນຕີ ບຸຍແທັງເຊີນ ມາຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຊື່ອໝັ້ນວ່າ, ການຢ້ຽມຢາມນີ້ຈະເປັນພື້ນຖານສຳຄັນປະກອບສ່ວນຊຸກຍູ້, ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ຫຼາຍກວ່າ.

ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Han Duck-soo ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍແທັງເຊີນ.

ສ່ວນທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ສ.ເກົາຫຼີ ແລະ ບັນດາອົງການທີ່ມີໜ້າທີ່ຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານກວ່າ, ໃນນັ້ນ, ຈຸດສຸມແມ່ນປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ຢູ່​ນະຄອນຫຼວງ​ເຊ​ອູ​ນ​ແລ້ວ, ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ ​ໄດ້​ຊົມ​ເຊີຍ ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ການ​ນຳ​ໃໝ່​ຢ່າງ​ສົມບູນ​ແບບ; ຕ້ອນຮັບທ່ານລັດຖະມົນຕີ Bui Thanh Son ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ; ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Han Duck-soo ສະ​ແດງ​ຄວາມ​ຮູ້​ສຶກ​ດີ​ຕໍ່​ຫວຽດ​ນາມ; ຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ດ້ວຍບົດບາດ ແລະ ຖານະບົດບາດໃນພາກພື້ນ. ທ່ານ​ນາຍົກລັດຖະມົນຕີ Han Duck-soo ຢືນຢັນ​ວ່າ ລັດຖະບານ ສ.​ເກົາຫຼີ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ພາກ​ພື້ນ.

ຊຸກຍູ້ “ຄວາມຫຼັກແຫຼ່ງ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ຊຸກຍູ້ “ຄວາມຫຼັກແຫຼ່ງ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ

ຍສໝ - ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫລີ ວູໂຫ່ ແລ້ວ, ຜົນ​ສຳ​ເລັດ​ໃນ​ການ​ປະ​ສົມ​ປະ​ສານ​ແມ່ນ “ຄວາມຫຼັກແຫຼ່ງ” ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ສະ​ນັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ເພື່ອ​ແນ​ໃສ່​ຊຸກ​ຍູ້ ““ຄວາມຫຼັກແຫຼ່ງ” ຂອງ​ການ​ພົວ​ພັນ​ຫວຽດ​ນາມ - ສ​ເກົາ​ຫຼີ.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.