ໂອກາດ​ໃຫ້​ນັກ​ຮຽນ ຫວຽດນາມ - ລາວ - ກຳປູ​ເຈຍ ​ທີ່ຮຽນພາສາ ຝຣັ່ງ ຊອກຮູ້ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ

15:44 | 25/05/2024

ຍສໝ - ສູນ ຝຣັ່ງ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ປຸກລະດົມໂຄງການສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ, ໂຄງການ ເພື່ອຊ່ວຍໃຫ້ນັກຮຽນມັດທະຍົມຕອນປາຍທີ່ຮູ້ພາສາ ຝຣັ່ງ ໃນ 3 ປະເທດ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ
ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ໂຄງການ “ສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ” ໄດ້ຄັດເລືອກເອົາບັນດານັກຮຽນຊັ້ນ ມ6 ທີ່ຮຽນລະບົບພາສາ ຝຣັ່ງ ຢູ່ນະຄອນ ໂຮ່ຈີມິນ, ລວມມີ ໂຮງຮຽນມັດທະຍົມຕອນປາຍ ເລຮົ່ງຟອງ, ໂຮງຮຽນມັດທະຍົມຕອນປາຍ ຫງວຽນທິມິນຄາຍ ແລະ Marie Curie, ເພື່ອເຂົ້າຮ່ວມຕາມຮູບແບບສຳພາດ.

ໂອກາດ​ໃຫ້​ນັກ​ຮຽນ ຫວຽດນາມ - ລາວ - ກຳປູ​ເຈຍ ​ທີ່ຮຽນພາສາ ຝຣັ່ງ ຊອກຮູ້ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ

ນັກຮຽນຫວຽດນາມ 9 ຄົນເຂົ້າຮ່ວມໂຄງການຖ່າຍຮູບກັບຄູອາຈານ, ຄອບຄົວ ແລະ ຜູ້ຕາງໜ້າສູນ ຝຣັ່ງ ຢູ່ນະຄອນ ໂຮ່ຈີມິນ - ພາບ: ສູນ ຝຣັ່ງ ຢູ່ນະຄອນ ໂຮ່ຈີມິນ.

ນັກຮຽນຈາກຫວຽດນາມ 9 ຄົນ ພ້ອມກັນກັບນັກຮຽນຈາກລາວ 9 ຄົນ ແລະ ຈາກກໍາປູເຈຍ 9 ຄົນ ເຂົ້າຮ່ວມການໄປຢ້ຽມຢາມ, ຮ່ຳຮຽນ ແລະ ແລກປ່ຽນໃນ 3 ປະເທດກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.

ນັກຮຽນ 27 ຄົນ​ຈະ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ ເປັນ​ເວລາ 4 ວັນ​ໃນ​ທ້າຍ​ເດືອນ​ພຶດສະພາ​ນີ້, ຫຼັງຈາກນັ້ນແມ່ນນະຄອນ​ໂຮ່ຈິ​ມິນ 4 ວັນ​ໃນ​ຕົ້ນ​ເດືອນ​ມິຖຸນາ, ຕໍ່ໄປແມ່ນນະຄອນຫຼວງ​ພະນົມ​ເປັນ ​ຂອງ​ກຳປູ​ເຈຍ (ພວມຂຶ້ນແຜນໄລຍະທີ່ຈະໄປ). ຄ່າໃຊ້ຈ່າຍທັງຫມົດແມ່ນຄະນະຈັດຕັ້ງເປັນຜູ້ຮັບຜິດຊອບ.

ຕະຫຼອດໂຄງການ, ບັນດານັກຮຽນ ຈະໄດ້ເຂົ້າຮ່ວມການສຳມະນາ ແລະ ຊອກຮູ້ບັນດາໂຄງການຮ່ວມມື, ເພື່ອສົ່ງເສີມໃຫ້ນັກຮຽນພັດທະນາວິທີແກ້ໄຂຢ່າງສ້າງສັນ ເພື່ອຕ້ານບັນຫາສິ່ງແວດລ້ອມ. ນັກຮຽນ ຈະໄດ້ຮຽນຮູ້ວິທີວິເຄາະບັນຫາສິ່ງແວດລ້ອມ ແລະ ອອກແບບຍຸດທະສາດການປະຕິບັດຢ່າງມີປະສິດທິພາບເມື່ອກັບບ້ານ.

ໂດຍຜ່ານບັນດາການເຮັດ workshop ນຳກັນ, ນັກຮຽນຈະ​ໄດ້​ຄົ້ນ​ຫາ​ຄວາມ​ອຸດົມສົມບູນ​ຂອງ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ວັດທະນະທຳ ​ໃນ​ຂະນະ​ທີ່​ສຸມ​ໃສ່​ເປົ້າ​ໝາຍ​ລວມຄື: ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ.

ທ່ານ​ນາງ Anne-Laure Vincent, ກໍາມະການ​ຮ່ວມ​ມື​ດ້ານ​ພາສາ​ຝຣັ່ງ ຂອງສູນ ຝຣັ່ງ ປະຈຳ ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ນອກຈາກ​ການ​ຊຸກຍູ້​ການ​ຮຽນ​ພາສາ​ ຝຣັ່ງ ແລະ ການຊອກຮູ້ກ່ຽວກັບສິ່ງ​ແວດ​ລ້ອມ, ໂຄງການ ​ຍັງເຜີຍແພ່ບັນດາແງ່ມູມປະດິດ​ສ້າງ​ ແລະ ວິຊາການສຶກສາຂອງ​ ພາສາ​ຝຣັ່ງ, ຄຽງຄູ່ກັບຄວາມເພີດເພີນຈິດທີ່ທຸກຄົນມັກພົບເຫັນ.

ມິງດຶກ

ເຫດການ
302 Found

Found

The document has moved here.