ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ

16:35 | 31/05/2024

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.

ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ. ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.
ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ

ໂດຍ​ໄດ້​ຮັບ​ຮູ້​ຂໍ້​ມູນ​ດັ່ງກ່າວ​ຜ່ານ​ບັນດາ​ອົງການ​ຂ່າວ ​ແລະ ການ​ທູດ, ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ທ່ານ​ນາງ Yolanda Ferrer Gomez ປະທານ​ສະມາຄົມ​ມິດຕະພາບ​ກູ​ບາ - ຫວຽດນາມ. ​ ​ໃນ​ຈົດໝາຍ​ທີ່​ທ່ານ​ຮອງ​ສາດສະດາຈານ, ດຣ.ຫງວຽນວຽດຖາວ - ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ ໃຫ້ຫູ້ວ່າ ນີ້ກໍ່ແມ່ນວຽກງານທີ່ຈໍາເປັນຈາກຝ່າຍສະຫະລັດອາ​ເມ​ລິ​ກາແຕ່ຍັງບໍ່ສໍາເລັດ. ນອກ​ນີ້, ອາ​ເມ​ລິ​ກາ​ຕ້ອງ​ຢຸດຕິ ​ແລະ ​ຖອນ​ກູ​ບາ​ອອກ​ຈາກ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ສະໜັບສະໜູນ​ການ​ກໍ່​ການ​ຮ້າຍ, ຢຸດຕິ​ບັນດາ​ມາດ​ຕະການ​ຂວ້ຳ​ບາດ​ດ້ານ​ເສດຖະກິດ​ແລະ​ການ​ເງິນ​ທີ່​ໄຮ້​ເຫດຜົນ​ແລະ​ບໍ່​ມີ​ພື້ນຖານ​ໄດ້​ສ້າງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ແລະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ ຂອງ​ປະຊາຊົນ​ກູ​ບາ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ

ສະມາຄົມມິດຕະພາບ ຫວຽດນາມ - ກູບາ ແລະ ບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ຍາມໃດກໍ່ເຊື່ອໝັ້ນ ແລະ ສະໜັບສະໜູນຢ່າງແຮງຕໍ່ການປະຕິວັດຂອງປະຊາຊົນ ກູບາ ໃນການຕໍ່ສູ້ສະກັດກັ້ນ ແລະ ຕ້ານການກີດຂວາງ, ກໍ່ສ້າງ ແລະ ພັດທະນາປະເທດຊາດ. ພ້ອມ​ກັນ​ນັ້ນ, ສະໜັບສະໜູນ​ຂະ​ບວນການ​ເຈລະຈາ ​ແລະ ການ​ຮ່ວມ​ມື​ລະຫວ່າງ ກູ​ບາ ​ແລະ ອາ​ເມ​ລິ​ກາ ບົນ​ຈິດ​ໃຈ​ກໍ່ສ້າງ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຊອກ​ຫາ​ວິທີ​ແກ້​ໄຂ​ຄວາມ​ແຕກ​ຕ່າງ, ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ສ້າງສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

“ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ພ້ອມ​ກັບ​ທ່ານ​ໃນ​ການ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.