ຍສໝ - ການສູ້ຊົນເຮັດໃຫ້ຕະຫຼາດຫຼັກຊັບຫວຽດນາມ ກາຍເປັນໜຶ່ງໃນ 4 ຕະຫຼາດໃຫຍ່ຂອງພາກພື້ນ ອາຊຽນ ແມ່ນເປົ້າໝາຍຂອງຜູ້ຕາງໜ້າກະຊວງການເງິນ ໄດ້ແຈ້ງໃຫ້ຊາບທີ່ການສົນທະນາແລກປ່ຽນກ່ຽວກັບ “ຕະຫຼາດຫຼັກຊັບ: ເປີດແຫຼ່ງທຶນໃຫ້ແກ່ວິສາຫະກິດ - ຊ່ອງທາງລົງທຶນສ້າງກຳໄລ ແລະ ສະສົມຊັບສິນ” ທີ່ຈັດຕັ້ງ ໂດຍໜັງສືພິມການລົງທຶນ ສົມທົບກັບຄະນະກຳມະການຫຼັກຊັບ ໃນຕອນເຊົ້າວັນທີ 19 ພະຈິກ ຢູ່ຮ່າໂນ້ຍ.
ຍສໝ - ໃນຕອນເຊົ້າວັນທີ 22 ພະຈິກນີ້, ຕູ້ຄອນເທນເນີຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດຂອງຫວຽດນາມ ໄດ້ສົ່ງອອກໄປຍັງເອີລົບ ດ້ວຍຈຳນວນ 200.000 ກ່ອງ.
ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຢັ້ງຢືນວ່າ: ບັນດາກະຊວງ, ອົງການສຳນັກງານ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຕັ້ງຫນ້າ, ເປັນເຈົ້າການ ຜັນຂະຫຍາຍປະຕິບັດ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງຫວຽດນາມໃນການຜັນຂະຫຍາຍຂໍ້ຕົກລົງ GCM.
ໃນເວລາ 2 ວັນ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດອະທິບາຍບາງມາດຕາຂອງ ກົດໝາຍອາຍາ.
ໂດຍຕອບສະໜອງ “ວັນທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ”, ຕອນຄ່ຳວັນທີ 21 ພະຈິກ, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດລົດ ໂອໂຕ Toyota ຫວຽດນາມ ໄດ້ຈັດພິທີອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ.
ຍສໝ - ຫວ່າງແລ້ວນີ້, ໜັງສືພິມ Daily Mail (ອັງກິດ) ໄດ້ມີບົດວິເຄາະວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາເລື່ອງເລົ່າໃນຄວາມສຳເລັດທາງດ້ານເສດຖະກິດຂອງໂລກ
ຍສໝ - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ນະຄອນໂຮ່ຈິມິນ ຕ້ອງຟື້ນຟູເສດຖະກິດ ແລະ ນຳເອົາຖານະບົດບາດ, ພາບລັກຂອງນະຄອນຄືນມາໃນທຸກດ້ານ.
ຍສໝ - ຫວ່າງແລ້ວນີ້, ການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກກັບ ທ່ານ Madan Mohan Sethi ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ, ເພື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວພົວພັນມິດຕະພາບ, ການຮ່ວມມືໃນໄລຍະຈະມາເຖິງ, ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິນເດຍ (07/01/1972 - 07/01/2022).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງສັບປະດາເຄືອຂ່າຍ Startup ແຫ່ງຊາດປີ 2021, ວັນທີ 18 ພະຈິກ, ວາລະສານເວທີປາໄສວິສາຫະກິດ, ຫ້ອງການການຄ້າ ແລະ ເຕັກໂນໂລຢີ ຫວຽດນາມ (VCCI) ໄດ້ຈັດຕັ້ງ ເວທີປາໄສ Startup ສາກົນ: ວິສາຫະກິດໜຸ່ມ ແລະ ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ຍສໝ - ບັນຊີລາຍຊື່ Top 5 ຜູ້ເຂົ້າປະກວດ ໄດ້ຮັບການຕີລາຄາສູງທີ່ສຸດ ໂດຍຄະນະຈັດຕັ້ງປະກາດກ່ອນທີ່ຈະດຳເນີນການປະກວດຢ່າງເປັນທາງການ. ບັນຊີລາຍຊື່ລວມມີ ນາງງາມ ຫວຽດນາມ, ນາງງາມ ກຳປູເຈຍ, ນາງງາມ ອິນໂດເນເຊຍ, ນາງງາມຟີລິບປິນ, ນາງງາມ ກົວເຕມາລາ.
ທ່ານ ເຈິ່ນກວາງເຟືອງ ສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ສົມທົບກັບສະພາປະຊາຊົນແຂວງ ລວບລວມ ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງເຖິງໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບ ແກ້ໄຂໃຫ້ເຖິງຖອງ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີຮັບຊາບກ່ຽວກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ ແລະ ພາຍໃນປະເທດ.
ອາເມລິກາຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 48.517.370 ຄົນ, ໃນນັ້ນມີຜູ້ເສຍຊີວິດ 791.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ຍສໝ - ເພື່ອໜູນຊ່ວຍບັນດາການເຄື່ອນໄຫວເບື້ອງຕົນ, ADB ຈະນຳໃຊ້ບັນດາແຫຼ່ງໜູນຊ່ວຍດ້ານເຕັກນິກ ແລະ ລະດົມບັນດາແຫຼ່ງທຶນຕ່າງໆຕື່ມອີກ, ໃນນັ້ນ, ລັດຖະບານ ອົດສະຕາລີ ຢັ້ງຢືນການໜູນຊ່ວຍງົບປະມານໃຫ້ແກ່ການສ້າງຍຸດທະສາດ ແລະ ວິວັດການຫັນເປັນພະລັງງານຂຽວຂອງ PVN,
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2021 – 2022 ແລະ ພົບປະ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານຢູ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ພວມດຳເນີນຢູ່ເຂດຊຸມຊົນແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວໂຮມປະເທດຊາດ ຫວຽດນາມ ເອກະພາບ - ວັນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນຍິ່ງໃຫຍ່ໃນຄວາມມານະພະຍາຍາມສືບຕໍ່ເພີ່ມພູນຄູນສ້າງມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນສະພາບການປັດຈຸບັນ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນລະດັບສູງ, ສ້າງກຳລັງແຮງເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 590.000 ຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 7.500 ຄົນ ແລະ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຫຼາຍກ່ວາ 1.200 ຄົນ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.
ວັນທີ 16 ພະຈິກ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ຈັດຕັ້ງພິທີສະເໜີປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ - ຫາງສຽງພາຍໃນ ແລະສາກົນກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”.
ຕອນເຊົ້າວັນທີ 16 ພະຈິກ ແມ່ນວັນເຮັດວຽກທໍາອິດຂອງຄູອາຈານຫວຽດນາມ ທີ່ໄປສອນພາສາຫວຽດນາມ ຢູ່ ສປປ ລາວ ໄລຍະ 2021-2023.
ໂດຍຮັບຄຳເຊີນຈາກທ່ານປະທານສະພາສູງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ, ຕອນບ່າຍວັນທີ 16/11, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ-ເອີລົບ ຄັ້ງທີ 11 (ASEP 11) ຊຶ່ງຖືກຈັດຂຶ້ນຕາມຮູບການທາງໄກ.
ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ” ດ້ວຍການໜູນຊ່ວຍຂອງ ອົງການຮ່ວມມືພັດທະນາເຢຍລະມັນ (GIZ) ເວທີປາໄສຖືກຈັດຕາມຮູບການໂດຍກົງ ແລະ ທາງໄກ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ, ບັນດາຄູອາຈານສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານການສຶກສາຂອງ ຫວຽດນາມ.
ໃນບົດລາຍງານອັບເດດສະພາບເສດຖະກິດມະຫາພາກຫວຽດນາມ ທີ່ຫາກໍ່ປະກາດ, ທະນາຄານໂລກ (WB)ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງໃນການຟື້ນຟູພື້ນຖານເສດຖະກິດພາຍຫຼັງການຮັກສາໄລຍະຫ່າງໃນສັງຄົມທີ່ຖືກແກ່ຍາວ, ແຕ່ເສດຖະກິດຫວຽດນາມ ກໍາລັງສະແດງໃຫ້ເຫັນບັນດາສັນຍານທີ່ດີ ແລະຟື້ນຟູ.
ວັນທີ 14 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະຜູ້ຕາງໜ້າຄູ-ອາຈານ, ພະນັກງານທີ່ມີຜົນງານດີເດັ່ນເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ (20-11).
ຍສໝ - ໃນຂອບເຂດເວທີປາໄສລະດັບສູງປະຈຳປີ ຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0, ກອງປະຊຸມສຳມະນາຫົວຂໍ້ສະເພາະຄັ້ງທີ 4 ດ້ວຍຫົວຂໍ້ “ພັດທະນາພະລັງງານຂຽວ ແລະ ບັນດາພະລັງງານໃໝ່ໃນວິວັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝເຖິງ 2030, ວິໄສທັດຮອດ 2045” ໂດຍການເປັນປະທານຂອງຄະນະກຳມະການເສດຖະກິດສູນກາງ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫະສະມາຄົມພະລັງງານຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 10/11.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ກອງທຶນປະດິດສ້າງເຕັກນິກຫວຽດນາມ Vifotec ໄດ້ຈັດພິທີມອບລາງວັນປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ - WIPO 2020.
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ລົງນາມໃນຂໍ້ຕົກລົງສະບັບເລກທີ 1909/QD-TTg ວ່າດ້ວຍການອະນຸມັດຍຸດທະສາດພັດທະນາວັດທະນະທໍາ ຮອດປີ 2030.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຂົງເຂດການສຶກສາ ແລະ ບຳລຸງສ້າງ…