ເວ​ທີ​ປາ​ໄສ​ Startup ສາ​ກົນ: ວ​ິ​ສາ​ຫະ​ກິດໜຸ່ມ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

06:07 | 22/11/2021

ຍ​ສ​ໝ - ເນື່ອ​ງ​ໃນ​ໂອ​ກາດສະເຫຼີມສະຫຼອງ​ສັບ​ປະ​ດາ​ເຄືອ​ຂ່າຍ Startup ແຫ່ງ​ຊາດ​ປີ 2021, ວັນ​ທີ 18 ພະ​ຈິກ, ວາ​ລະ​ສານ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ, ຫ້ອງ​ການ​ການ​ຄ້າ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ (VCCI) ໄດ້​ຈັດ​ຕັ້ງ ເວ​ທີ​ປາ​ໄສ​ Startup ສາ​ກົນ: ວິ​ສາ​ຫະ​ກິດ​ໜຸ່ມ ແລະ ຄວາມ​ມານ​ະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ
ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9 ຫວຽດ​ນາມ ​ປະ​ກອບ​ສ່ວ​ນ​ຫຼາຍຢ່າງ​​ຢູ່​​ເວ​ທີປາ​ໄສທະ​ເລ ASEAN ຄັ້ງ​ທີ 11 ແລະ ເວ​ທີ​ປາ​ໄສທະ​ເລ ASEAN ເປີດກວ້າງ ຄັ້ງ​ທີ່ 9
ເວ​ທີ​ປາ​ໄສ​ Startup ສາ​ກົນ: ວ​ິ​ສາ​ຫະ​ກິດໜຸ່ມ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ: vov

ເວ​ທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ ສະ​ຫະ​ປະ​ຊາ​ຊາດ UNDP ຫວຽດ​ນາ​ມ, ຜູ້​ຕາ​ງ​ໜ້າ VCCI ແລະ ການ​ເຂົ້າ​ຮ່ວມ​ຂອງນັກ​ທຸ​ລະ​ກິດ​ໜຸ່ມ, ທ​ີ່​ປຶກ​ສາ Startup 100 ຄົນ.

ເວ​ທີ​ປາ​ໄສ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ Startup ທີ່ກໍ່​ຜົນ​ກະ​ທົບ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ໜອງ​ການ​ສັງ​ເກດລວມ ແລະ ຮອບ​ດ້ານ​ກ່ຽວ​ກັບ​ບັນ​ດາ​ທ່າ​ອ່​ຽງ​ໃນ​ປັດ​ຈຸ​ບັນ ໃນ​ບັນ​ດາ​ຂົງ​ເຂດ Startup ທີ່​ກ່ຽວ​ຂ້ອງ​ເຖິງບັນດາ​ສິ່ງ​ທ້າ​ທາຍ​ຂອງ​ທົ່ວ​ໂລກ.

ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ ​ຮ່​ວາງ​ກວາງ​ຟ່ອງ, ຮອງ​ປະ​ທາ​ນ​ຜູ້​ປະ​ຈຳ​ການ​ຫ້ອງ​ການ​ກາ​ນ​ຄ້າ ແລະ ອຸ​ດ​ສາ​ຫະ​ກຳ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ: ປີ 2021 ສືບ​ຕໍ່​ແມ່​ນ​ປີປະ​ສ​ົບ​ກັຍ​ບ​ຄວາມ​ຫຍຸ້ງຍາກ​ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ ເທົ່າ​ນັ້ນ ​ຫາກ​ຍັງແມ່ນ​ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ໂລກ​ລະ​ບາດ​ໂຄວິດ - 19 ​ຄຸກ​ຄາມ ​ເຮັດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຖືກ​ຢຸດ​ສະ​ຫງັກ, ບັນ​ດາ​ວິ​ສາ​ຫະ​ກິດ​ໜຸ່ມ​ກໍ່​ຕ້ອງ​ມາ​ນະ​ພະ​ຍາ​ຍາມແບກຫາບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. VCCI ປາດ​ຖະ​ໜາ​ວ່າ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ Startup, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ໜຸ່ມ​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19. ໂຄງ​ການ Startup ແຫ່ງ​ຊາດ​ ໂດຍ​ວາ​ລະ​ສານ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຈັດ​ຂຶ້ນ ພວມ​ເສີມ​ຂະ​ຫຍາຍ​ທ່າ​ແຮງຂອງ​ອົງ​ການ​ໜູນ​ຊ່ວຍ​ຊຸກ​ຍູ້​ການ Startup, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງປະ​ຊາ​ຄົມ Startup ໃນ​ທົ່ວ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ເວ​ທີ​ປາ​ໄສ​ Startup ສາ​ກົນ ໄດ້​ຈັດ​ຂຶ້ນ​ກົງ​ກັບ​ໂອ​ກາດ​ສັບ​ປະ​ດາ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ໃນ​ທົ່ວ​ໂລກ (Global Entrep​reneurship Week – GEW) ຂອງ​ເຄືອ​ຂ່າຍ Startup ທົ່ວ​ໂລກ (GEN). ນີ້​ແມ່ນ​ຂໍ້​ລິ​ເລີ່ມ ທີ່ໄດ້​ເລີ່ມ​ຕົ້ນ​ແຕ່​ປີ 2007. ຢູ່ ຫວຽດ​ນາມ, ເພື່ອ​ຊຸກ​ຍູ້​ຈິດ​ໃຈ​ເລີ່ມ​ຕົ້ນ​ທຸ​ລະ​ກິດ, VCCI ໄດ້​ຕອບ​ສະ​ໜອງ ແລະ ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ 131 ເປັນປະທານຈັດສັບ​ປະ​ດາ Startup ທົ່ວ​ໂລກ​ຢູ່ ຫວຽດ​ນາມ ແຕ່​ປີ 2013.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.