ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ

06:07 | 23/11/2021

ໂດຍຕອບສະໜອງ “ວັນທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ”, ຕອນຄ່ຳວັນທີ 21 ພະຈິກ, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບໍລິສັດລົດ ໂອໂຕ Toyota ຫວຽດນາມ ໄດ້ຈັດພິທີອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ.

ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 5,1 ລ້ານ​ຄົນ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ອົດ​ສະ​ຕາ​ລີ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ ອາ​ຊຽນ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ ແມ່​ຍິງ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ
ຫວຽດ​ນາມ ຕອບ​ສະ​ໜອງວັນທົ່ວ​ໂລກ​ອາ​ໄລ​ຫາ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ອຸ​ບັດຕິ​ເຫດ​​ການ​ສັນ​ຈອນ
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ. ພາບ: TTXVN

ຕາງໜ້າລັດຖະບານຫວຽດນາມ ແລະ ນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ເນັ້ນໜັກວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນທຸກຄົນ ຈົ່ງປະຕິບັດຂໍ້ກຳນົດກົດໝາຍກ່ຽວກັບຄວາມປອດໄພໃນການຈະລາຈອນ ແລະ ຍາມໃດກໍປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເມື່ອເຂົ້າຮ່ວມການຈະລາຈອນຢ່າງເຂັ້ມງວດ, ພ້ອມກັນສ້າງສະພາບແວດລ້ອມຈະລາຈອນທີ່ປອດໄພ ແລະ ສະອາດ”.

ວັນທີ 27 ຕຸລາ 2005, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງ ແລະ ເລືອກເອົາວັນທິດຂອງສັບປະດາທີ 3 ຂອງເດືອນພະຈິກ ເປັນວັນ “ທົ່ວໂລກອາໄລຫາຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ” ຢ່າງເປັນທາງການ. ປີນີ້, ເຫດການຖືກຈັດຂຶ້ນໃນວັນທີ 21 ພະຈິກ. ຕາມບົດລາຍງານຫຼ້າສຸດຂອງອົງການອະນາໄມໂລກໃຫ້ຮູ້ວ່າ ແຕ່ລະປີໃນທົ່ວໂລກ ຍັງມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນ ເກືອບ 1,3 ລ້ານຄົນ ແລະ ຜູ້ຮັບບາດເຈັບ ເກືອບ 50 ລ້ານຄົນ. ຢູ່ ຫວຽດນາມ, ແຕ່ລະປີມີຜູ້ເສຍຊີວິດຍ້ອນອຸບັດຕິເຫດການສັນຈອນເກືອບ 7.000 ຄົນ.

​vovworld.vn

ເຫດການ
302 Found

Found

The document has moved here.