ນາຍົກລັດຖະມົນຕີ ພົບປະຜູ້ຕາງໜ້າຄູ-ອາຈານ, ພະນັກງານທີ່ມີຜົນງານດີເດັ່ນ

06:38 | 16/11/2021

ວັນທີ 14 ພະຈິກ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະຜູ້ຕາງໜ້າຄູ-ອາຈານ, ພະນັກງານທີ່ມີຜົນງານດີເດັ່ນເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ (20-11).

ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ ການນຳພັກລັດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ທ້ອງຖິ່ນຕ່າງໆ
12 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານຫວຽດນາມ - ເອີລົບ ຄັ້ງທີ 12 12 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານຫວຽດນາມ - ເອີລົບ ຄັ້ງທີ 12
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະຜູ້ແທນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ແລະຜູ້ແທນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມການພົບປະມີຜູ້ຕາງໜ້າການນໍາບັນດາກະຊວງສຶກສາ ແລະກໍ່ສ້າງ, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ກະຊວງພາຍໃນ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ, ກະຊວງຖະແຫຼງຂ່າວ ແລະສື່ສານ; ພິເສດແມ່ນມີຄູ-ອາຈານ, ພະນັກງານທີ່ມີຜົນງານດີເດັ່ນ 60 ຄົນທີ່ມາຈາກບັນດາກະຊວງ,ຂະແໜງການ, ທ້ອງຖິ່ນຢູ່ທົ່ວທຸກເຂດພາກໃນທົ່ວປະເທດ.

ກ່າວຄໍາເຫັນທີ່ການພົບປະ, ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສົ່ງຄໍາຂອບໃຈຢ່າງຈິງໃຈ, ເລິກເຊິ່ງທີ່ສຸດມາຍັງຄູ-ອາຈານຮຸ່ນຕ່າງໆໃນທົ່ວປະເທດ. ພິເສດ, ແມ່ນຂອບໃຈຕໍ່ການແບ່ງປັນອັນຈິງໃຈ ແລະເລິກເຊິ່ງຂອງຄູ-ອາຈານ, ພະນັກງານຄຸ້ມຄອງການສຶກສາທີ່ການພົບປະ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ທຸກຄົນທີ່ເຮັດວຽກໃນຂະແໜງການສຶກສາ ແລະກໍ່ສ້າງ ລ້ວນແຕ່ປະຕິບັດພາລະກໍາອັນສະຫງ່າງາມ ແລະເປັນໜ້າເອກອ້າງທະນົງໃຈ. ທ່ານນາຍົກລັດຖະມົນຕີ ຖືວ່າ ການສຶກສາມະນຸດບໍ່ແມ່ນວຽກງານສະເພາະຂອງຂະແໜງການສຶກສາ ແລະກໍ່ສ້າງ, ຂອງຄູ-ອາຈານ. ພວກເຮົາແຕ່ລະຄົນຈົ່ງເປັນລູກສິດເພື່ອຮໍ່າຮຽນຢ່າງບໍ່ຢຸດຢັ້ງ ແລະຍາມໃດກໍ່ແມ່ນຄູ-ອາຈານເຂົ້າຮ່ວມໃນວຽກງານອັນສະຫງ່າງາມ, ສູງສົ່ງນີ້ຢ່າງຫ້າວຫັນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດມາຍັງຄູ-ອາຈານ, ພະນັກງານຄຸ້ມຄອງການສຶກສາໃນທົ່ວປະເທດ ແລະອາຈານຊາວຕ່າງປະເທດ ທີ່ກໍາລັງສິດສອນຢູ່ຫວຽດນາມ; ອວຍພອນຄູ-ອາຈານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດເພື່ອປະຕິບັດຄໍາສັ່ງສອນຂອງລຸງໂຮ່ “ເພື່ອຜົນປະໂຫຍດສິບປີ ແມ່ນຕ້ອງປູກຕົ້ນໄມ້-ເພື່ອຜົນປະໂຫຍດຮ້ອຍປີໃຫ້ປູກຄົນ”.

la.qdnd.vn

ເຫດການ
302 Found

Found

The document has moved here.