ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ

16:30 | 24/11/2021

ຍສໝ - ການສູ້​ຊົນ​ເຮັດ​ໃຫ້​ຕະຫຼາດ​ຫຼັກ​ຊັບ​ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ 4 ຕະຫຼາດ​ໃຫຍ່​ຂອງ​ພາກ​ພື້ນ ອາ​ຊຽນ ​ແມ່ນ​ເປົ້າ​ໝາຍ​ຂອງ​ຜູ້ຕາງໜ້າ​ກະຊວງ​ການ​ເງິນ ໄດ້ແຈ້ງໃຫ້ຊາບ​ທີ່​ການສົນທະນາແລກປ່ຽນກ່ຽວກັບ “ຕະຫຼາດ​ຫຼັກ​ຊັບ: ເປີດ​ແຫຼ່ງທຶນ​ໃຫ້​ແກ່​ວິ​ສາ​ຫະກິດ - ຊ່ອງ​ທາງ​ລົງທຶນ​ສ້າງ​ກຳ​ໄລ ​ແລະ ສະສົມ​ຊັບ​ສິນ” ທີ່ຈັດ​ຕັ້ງ ​ໂດຍ​ໜັງສືພິມ​ການ​ລົງທຶນ ​ສົມທົບ​ກັບ​ຄະນະ​ກຳມະການ​ຫຼັກ​ຊັບ ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ພະຈິກ ຢູ່​ຮ່າ​ໂນ້ຍ.

ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022 ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022
ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ມອບຮັບໜ້າທີ່ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ

ຕາມ​ສະຖິຕິ​ຂອງ​ຄະນະ​ກຳມະການ​ຫຼັກ​ຊັບແລ້ວ, ມາ​ຮອດ​ວັນ​ທີ 30 ກັນຍາ​ປີ​ນີ້, ຍອດ​ຂອບຂະໜາດ​ຕະຫຼາດ​ຫຼັກ​ຊັບ ​ໄດ້​ບັນລຸ​ກວ່າ 8.300.000 ຕື້​ດົ່ງ, ​ເທົ່າ​ກັບ​ກວ່າ 133% GDP ຂອງ​ປະ​ເທດ. ຕະຫຼາດມີ 2.133 ​ວິ​ສາ​ຫະກິດຕິດປະກາດ ແລະ ຈົດທະບຽນພົວພັນແລກປ່ຽນການຄ້າ, ຈໍານວນບັນຊີນັກລົງທຶນຈົດທະບຽນ ມີເກືອບ 4 ລ້ານບັນຊີ, ໃນນັ້ນ ຕົວເລກບັນຊີເປີດໃໝ່ໃນ 9 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 70% ເມື່ອທຽບໃສ່ກັບປີຜ່ານມາ.

ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ
ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ. (ພາບ: vov)

ການສູ້​ຊົນ​ເຮັດ​ໃຫ້​ຕະຫຼາດ​ຫຼັກ​ຊັບ​ຫວຽດນາມ ກາຍ​ເປັນ​ໜຶ່ງ​ໃນ 4 ຕະຫຼາດ​ໃຫຍ່​ຂອງ​ພາກ​ພື້ນ ອາ​ຊຽນ ​ແມ່ນ​ເປົ້າ​ໝາຍ​ຂອງ​ຜູ້ຕາງໜ້າ​ກະຊວງ​ການ​ເງິນ ໄດ້ແຈ້ງໃຫ້ຊາບ​ທີ່​ການສົນທະນາແລກປ່ຽນກ່ຽວກັບ “ຕະຫຼາດ​ຫຼັກ​ຊັບ: ເປີດ​ແຫຼ່ງທຶນ​ໃຫ້​ແກ່​ວິ​ສາ​ຫະກິດ - ຊ່ອງ​ທາງ​ລົງທຶນ​ສ້າງ​ກຳ​ໄລ ​ແລະ ສະສົມ​ຊັບ​ສິນ” ທີ່ຈັດ​ຕັ້ງ ​ໂດຍ​ໜັງສືພິມ​ການ​ລົງທຶນ ​ສົມທົບ​ກັບ​ຄະນະ​ກຳມະການ​ຫຼັກ​ຊັບ ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ພະຈິກ ຢູ່​ຮ່າ​ໂນ້ຍ.

ຕະຫຼາດຫຼັກຊັບຫວຽດນາມ ໄດ້ຢັ້ງຢືນບົດບາດເປັນຊ່ອງທາງລະດົມທຶນທີ່ສຳຄັນຂອງພື້ນຖານເສດຖະກິດ, ປະກອບສ່ວນນັບມື້ນັບຫຼາຍເຂົ້າໃນຍອດລົງທຶນລວມຂອງສັງຄົມ, ດ້ວຍຍອດຈຳນວນເງິນລະດົມທຶນຜ່ານຕະຫຼາດໃນປີ 2020 ບັນລຸກວ່າ 37% GDP.

ຍຸດ​ທະ​ສາດ​ພັດທະນາ​ຕະຫຼາດ​ຫຼັກ​ຊັບ​ຫວຽດນາມ ຮອດ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2045 ໄດ້ວາງ​ອອກ​ບັນດາ​ຈຸດໝາຍ​ລະອຽດ, ​ແມ່ນຂອບ​ຂະໜາດ​ຕະຫຼາດຮຸ້ນ ​ບັນລຸ 85% GDP (ດັດ​ປັບແລ້ວ) ໃນ​ປີ 2025 ​ແລະ ບັນລຸໄດ້ 110% GDP ໃນ​ປີ 2030. ຂອບຂະໜາດຕະຫຼາດພັນທະບັດ ສູ້ຊົນບັນລຸ 47% GDP ໃນປີ 2025 ແລະ 58% GDP ໃນປີ 2030.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.