ສະເໜີປຶ້ມກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

07:07 | 18/11/2021

ວັນທີ 16 ພະຈິກ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ສໍານັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທິດ ຈັດຕັ້ງພິທີສະເໜີປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ - ຫາງສຽງພາຍໃນ ແລະສາກົນກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”.

ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ບັນດາພັກການເມືອງທີ່ກອງປະຊຸມສາກົນຢູ່ ເມັກຊີໂກ ຕີລາຄາສູງສານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ຮັກສາ ແລະພັດທະນາເສດຖະກິດ-ສັງຄົມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ຮັກສາ ແລະພັດທະນາເສດຖະກິດ-ສັງຄົມ
ສະເໜີປຶ້ມກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ບັນຍາກາດທີ່ພິທີສະເໜີປຶ້ມ.

ເຂົ້າຮ່ວມພິທີມີ ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການ; ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານ ຫວູດຶກ ດາມ ຮອງນາຍົກລັດຖະມົນຕີ; ທ່ານພົນຕີ ຈິ້ງວັນກວ໊ຽດ ຮອງຫົວໜ້າກົມໃຫຍ່ການເມືອງ.

ວັນທີ 16 ພຶດສະພາ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປະກາດບົດຂຽນ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິ ສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”. ພາຍຫຼັງການປະກາດ, ບົດຂຽນດັ່ງກ່າວໄດ້ຮັບຄວາມສົນໃຈ ແລະຕີລາຄາສູງຈາກ ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດ, ເພື່ອນມິດ, ບັນດາພັກການເມືອງ, ນັກການເມືອງ, ນັກວິທະຍາສາດ, ນັກຄົ້ນຄວ້າທິດສະດີ ແລະຫາງສຽງສາກົນ. ຫຼາຍພັນຄໍາເຫັນ, ຄຳວິຈານທີ່ລົງໃນໜັງສືພິມ, ພາຫະນະສື່ສານມວນຊົນໄດ້ສະແດງຄວາມເຫັນດີເຫັນພ້ອມກັບເນື້ອໃນບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ຮັບເອົາບົດຂຽນຂອງທ່ານເລຂາທິການໃຫຍ່ ດ້ວຍຄວາມເຊື່ອໝັ້ນ ແລະຕອບສະໜອງຢ່າງຕັ້ງໜ້າ.

ເພື່ອລວບລວມ, ໄຈ້ແຍກ, ຕີລາຄາການປະກອບສ່ວນຢ່າງໝົດຈິດໝົດໃຈ, ດ້ວຍພູມປັນຍາ, ຄວາມຮັບຜິດຊອບຂອງບັນດານັກຄົ້ນຄວ້າ, ນັກຄຸ້ມຄອງ ແລະປະຊາຊົນພາຍໃນປະເທດເປັນຈໍານວນຫຼວງຫຼາຍ, ບັນດານັກການເມືອງ, ນັກຮຽນຮູ້ສາກົນ ໄດ້ຊົມເຊີຍບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ເພື່ອຮັບໃຊ້ວຽກງານສະຫຼຸບທິດສະດີ-ພຶດຕິກໍາຕົວຈິງ, ການຄົ້ນຄວ້າ, ຮໍ່າຮຽນ, ໂຄສະນາຍົກສູງຄວາມຮັບຮູ້ກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ຢ່າງມີປະສິດທິຜົນ; ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນສາງທິດສະດີຂອງຂະບວນການຄອມມູນິດ ແລະກໍາມະກອນສາກົນ... ຄະນະໂຄສະນາສຶກສາສູນກາງ ສົມທົບກັບຫຼາຍອົງການ ຄັດເລືອກ, ພິມຈໍາໜ່າຍປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ - ຫາງສຽງພາຍໃນ ແລະສາກົນກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”.

ປຶ້ມດັ່ງກ່າວລວມມີ 800 ກວ່າໜ້າ, ແບ່ງເປັນ 3 ພາກ: ພາກທີໜຶ່ງແມ່ນເນື້ອໃນທັງໝົດບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”. ພາກທີສອງແມ່ນກວ່າ 100 ບົດຂອງນັກຄົ້ນຄວ້າ, ນັກວິທະຍາສາດ, ພະນັກງານການນໍາ, ນັກຄຸ້ມຄອງ ແລະປະຊາຊົນທຸກຊັ້ນວັນນະຢູ່ທຸກເຂດ, ພາກຂອງປະເທດກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່. ເນື້ອໃນບັນດາບົດຂຽນ ໄດ້ຫັນເປັນລະອຽດ, ເຮັດໃຫ້ບັນດາບັນຫາທິດສະດີ ແລະພຶດຕິກໍາຕົວຈິງໃນບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອຸດົມສົມບູນຂຶ້ນຕື່ມ. ພາກທີ 3 ແມ່ນ 50 ບົດຂອງນັກຮຽນຮູ້, ນັກຄົ້ນຄວ້າ, ບັນດາສະຫາຍ, ເພື່ອນມິດສາກົນ, ບັນດາພັກການເມືອງ... ທີ່ແລກປ່ຽນ, ສໍາພາດ, ຕີລາຄາກ່ຽວກັບບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ...

la.qdnd.vn

ເຫດການ
302 Found

Found

The document has moved here.