ເສດຖະກິດຫວຽດນາມ ກໍາລັງຟື້ນຟູ

11:30 | 16/11/2021

ໃນບົດລາຍງານອັບເດດສະພາບເສດຖະກິດມະຫາພາກຫວຽດນາມ ທີ່ຫາກໍ່ປະກາດ, ທະນາຄານໂລກ (WB)ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງປະເຊີນໜ້າກັບສິ່ງກີດຂວາງຫຼາຍຢ່າງໃນການຟື້ນຟູພື້ນຖານເສດຖະກິດພາຍຫຼັງການຮັກສາໄລຍະຫ່າງໃນສັງຄົມທີ່ຖືກແກ່ຍາວ, ແຕ່ເສດຖະກິດຫວຽດນາມ ກໍາລັງສະແດງໃຫ້ເຫັນບັນດາສັນຍານທີ່ດີ ແລະຟື້ນຟູ.

ເສດຖະກິດຫວຽດນາມ ເຕີບໂຕດີພໍສົມຄວນໃນ 6 ເດືອນຕົ້ນປີ 2021 ເສດຖະກິດຫວຽດນາມ ເຕີບໂຕດີພໍສົມຄວນໃນ 6 ເດືອນຕົ້ນປີ 2021
ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ ເສດຖະກິດຫວຽດນາມ ສືບຕໍ່ສາມາດຮັກສາໄດ້ທ່າເຕີບໂຕ
Kinh tế Việt Nam đang phục hồi
ພາບປະກອບ

ຕາມ WB ແລ້ວ, ດັດຊະນີການຜະລິດ, ອຸດສາຫະກໍາ, ສິນຄ້າຂາຍຍ່ອຍທັງໝົດ ແລະລາຍຮັບບໍລິການບໍລິໂພກເຕີບໂຕເມື່ອການເຄື່ອນໄຫວເສດຖະກິດຢູ່ຫວຽດນາມ ໄດ້ຮັບການຟື້ນຟູເທື່ອລະກ້າວ, ເຖິງວ່າການຟື້ນຟູບໍ່ທັນເທົ່າກັບລະດັບກ່ອນທີ່ພະຍາດໂຄວິດ-19 ລະບາດໃນເດືອນ ເມສາ 2021. ການຟື້ນຟູແຮງພິເສດແມ່ນຢູ່ບັນດາຮ້ານຂາຍຍ່ອຍ, ຮ້ານຊັບພະສິນຄ້າ ແລະຮ້ານຂາຍຢາ, ເກືອບເທົ່າກັບລະດັບກ່ອນທີ່ພະຍາດໂຄວິດ-19 ລະບາດຄັ້ງທີ 4. WB ກໍ່ໃສ່ໃຈວ່າບັນດາທິດກະທໍາຕົ້ນຕໍຍັງມີຄວາມໝາຍສໍາຄັນເມື່ອພື້ນຖານເສດຖະກິດຫວຽດນາມ ເປີດປະຕູຄືນໃໝ່ ແລະຟື້ນຟູ, ໃນນັ້ນ ມີການສືບຕໍ່ສັກວັກຊິນຢ່າງວ່ອງໄວ ແລະລະມັດລະວັງດ້ວຍການເອົາແບບຢາງມາວິເຄາະຫາເຊື້ອ, ການແຍກປ່ຽວ, ພ້ອມທັງຍູ້ໄວຄວາມຄືບໜ້າໃນການລົງທຶນພາກລັດ, ການຊ່ວຍເຫຼືອສັງຄົມໃຫ້ບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ...

la.qdnd.vn

ເຫດການ
302 Found

Found

The document has moved here.