ມີຫຼາຍ​ການ​ເຄື່ອ​ນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິ​ນ​ເດຍ

11:41 | 22/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ການ​ນຳ​ສະ​ຫະ​ພັນບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ມີ​ການ​ເຮັດ​ວຽກ​ກັບ ທ່ານ Madan Mohan Sethi ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ, ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ສະ​ເຫຼີມ​ສະຫຼອງ 50 ປີແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ (07/01/1972 - 07/01/2022).

ADB ແລະ PVN ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຊຸກ​ຍູ້ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ​ຢູ່ ຫວຽດ​ນາມ ADB ແລະ PVN ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຊຸກ​ຍູ້ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ​ຢູ່ ຫວຽດ​ນາມ
ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ
ມີຫຼາຍ​ການ​ເຄື່ອ​ນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອິ​ນ​ເດຍ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: vufo.org.vn/)

ທີ່​ການ​ເຮັດ​ວຽກ, ທ່ານ ໂດ​ວຽດ​ຮ່າ ປະ​ທານສະ​ຫະ​ພັນບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຍົກ​ອອກບາງ​ຂໍ້​ລິ​ເລີ່ມ​ສຳລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ອິນ​ເດຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ນັ້ນ​ມີ​ການ​ສົມ​ທົບ​ກັນ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ການ​ພົວ​ພັນ ຫວຽດ​ນາມ - ອິ​ນ​ເດຍ ຈາກ​ແງ່​ມູນ ດ້ານ​ການ​ສຶກ​ສາ ແລະ ເສດ​ຖະ​ກິດ”, ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ສາ​ລະ​ຄະ​ດີ​ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ​ສອງ​ປະ​ເທດ... ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ (07/01/1972 - 07/01/2022).

ສ່ວນ​ທ່ານ Madan Mohan Sethi ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ຈັດ​ຕັ້ງ “ວັນ​ບຸນ​ໄປ​ຮ່ຳ​ຮຽນ​ຢູ່ ອິນ​ເດຍ”, ດ້ວຍ​ເປົ້າ​ໝາຍ​ຍົກ​ອອກ​ບັນ​ດາ​ຂະ​ແໜງ​ບຳ​ລຸງ​ສ້າງ​ທີ່​ເປັນ​ທ່າ​ແຮງ​ຂອງ ອິນ​ເດຍ (ການ​ແພດ, ການ​ຢາ, ການ​ສຶກ​ສາ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ...) ມ​າ​ຍັງ​ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ປັນ​ຍາ​ຊົນ​ໜຸ່ມ ຂອງ ຫວຽດ​ນາມ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ, ບຳ​ລຸງ ລະ​ຫວ່າງ ສອງ​ປະ​ເທດ.

ທ່ານ Madan Mohan Sethi ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອິນ​ເດຍ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ກໍ່​ເນັ້ນ​ໜັກ​ວ່າ ບັນ​ດ​າ​ການ​ເຄື່ອນ​ໄຫວນີ້ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ ບໍ່​ພຽງ​ແຕ່​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ແກ່​ທົ່ວ​ປະ​ເທດ ຫວຽດ​ນາມ ໃນ​ອະ​ນາ​ຄົດ​ອີກ​ດ້ວຍ.

ທ່ານ ໂດ​ວຽກ​ຮ່າ ປະ​ທານ HUFO ໄດ້​ຢັ້ງ​ຢືນ​ຈະ​ຍ​ຍູ້​ແຮງ​ການ​ເຊຶ່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ ອິນ​ເດຍ ແລະ ບັນ​ດາ​ໂຮງ​ຮຽນ​ຂັ້ນ​ມັດ​ທະ​ຍົມ ແລະ ມະ​ຫາ​ວິ​ທະ​ຍາ​ຢູ່ ນະ​ຄອນ​ໂຮ່​ຈີ​ມິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.