ຕະຫຼາດຫຼັກຊັບຫວຽດນາມ ຈະສືບຕໍ່ເຕີບໂຕຂຶ້ນໃນປີ 2022

15:34 | 22/11/2021

ຍສໝ - ຫວ່າງແລ້ວນີ້, ໜັງສືພິມ Daily Mail (ອັງກິດ) ​ໄດ້​ມີ​ບົດວິ​ເຄາະ​ວ່າ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເລື່ອງ​ເລົ່າ​ໃນຄວາມ​ສຳ​ເລັດທາງ​ດ້ານ​ເສດຖະກິດ​ຂອງ​ໂລກ

ນະຄອນດາໜັງເປັນເຈົ້າພາບໃນການຈັດຕັ້ງເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022 ນະຄອນດາໜັງເປັນເຈົ້າພາບໃນການຈັດຕັ້ງເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022
ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022 ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022
ພາບປະກອບ
ພາບປະກອບ

ຕາມ​ຫົວ​ຂໍ້​ດັ່ງ​ກ່າວນັ້ນ, ​ໃນ​ໄລຍະປະ​ມານ 30 ປີ, ປະ​ເທດ​ຊາດ​ໄດ້​ຍອມຮັບຂົງ​ເຂດພາກ​ເອກະ​ຊົນ, ໄດ້ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ, ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ແຫຼ່ງການ​ລົງທຶນ​ຂອງ​ບັນດາ​ບໍ​ລິ​ສັດ​ຫຼາຍຊາດ​ໃຫຍ່ໆ ແລະ ບັນລຸ​ການ​ເຕີບ​ໂຕທາງ​ເສດຖະກິດ​ໃນ​ແຕ່​ລະ​ປີ ນັບແຕ່ 7 – 8%.

ປະຈຸ​ບັນ, ບັນດາ​ຫົວ​ໜ່ວຍຄຸ້ມ​ຄອງ​ກອງ​ທຶນ ​ແລະ ນັກ​ລົງທຶນ​ອັງກິດ​ຈຳນວນ​ໜຶ່ງຂອງ​ອັງ​ກິດ ​ຖື​ວ່າ ຫວຽດນາມ ​ແມ່ນ​ຈຸດໝາຍ​ລົງທຶນໜຶ່ງ​ທີ່​ໜ້າ​ສົນ​ໃຈ. ​ກອງ​ທຶນການ​ລົງທຶນ​ຂອງ​ອາຊີ​ຈໍານວນໜຶ່ງໃນ​ປັດ​ຈຸ​ບັນ​​ເກັບກຳເອົາ​ບັນດາບໍ​ລິ​ສັດຂອງ​ຫວຽດນາມໃນ​ສາ​ລະ​ບານ​ການ​ລົງ​ທຶນ​ຂອງ​ພວກ​ເຂົາ, ​ໃນ​ຂະນະທີ່ 3 ກອງ​ທຶນ​ທີ່​ໜ້າ​ເຊື່ອ​ຖື​ສະ​ເພາະ​ດ້ານ​ໃນການ​ລົງທຶນຜູກ​ຂາດ​ເຂົ້າ​ໃນ​ວິ​ສາ​ຫະ​ກິດ​ຕ່າງໆ​ຂອງ​ຫວຽດ​ນາມ​ທີ່ມີ​ບັນຊີ​ລາຍ​ຊື່ ​ແລະ ບໍ່ທັນ​ມີບັນຊີລາຍຊື່.

ຕາມບົດ​​ຂຽນນັ້ນ, ເຖິງ​​ໄດ້​ຮັບ​ຜົນ​ກະ​ທົບ​ຂອງພະ​ຍາດລະ​ບາດ Covid-19 ຄື​ກັນ​ໃນ​ທຸກ​ພື້ນ​ຖານ​ເສດ​ຖະ​ກິດອື່ນ​ໃນ​ທົ່ວ​ໂລກ, ທຽບ​ໃສ່ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ກັບ​ຄືນ​ຢ່າງ​ຖືກ​ທິດ ເມື່ອ​ບັນ​ດາ​ມາດ​ຕະ​ການຈຳ​ກັດ​ເພື່ອ​ສະ​ກັດ​ກັ້ນການ​ລະ​ບາດໄດ້​ຖືກ​ຍົກເລີກຜ່ອນ​ຜັນ. ອັດຕາ​ການ​ເຕີບ​ໂຕ​ຂອງ​ປີ​ນີ້ຖືກ​ຄາດ​ຄະ​ເນ​ພຽງຢູ່ໃນ​ລະ​ດັບ 1,5%, ທຽບ​ໃສ່​ອັດຕາ​ການ​ເຕີບ​ໂຕ​ທີ່​ສູງ​ກ່ອນ​ການ​ລະບາດຖືກ​ຄາດ​ວ່າ​ຈະ​ກັບ​ຄືນ​ມາ​ໃນ​ປີ 2022. ຕະຫຼາດ​ຫຼັກ​ຊັບ​ຫວຽດນາມ​ ກໍ​ນອນ​ໃນ​ຈຳ​ນວນ​ຕະຫຼາດ​ທີ່​ເຄື່ອນ​ໄຫວ​ດີ​ທີ່​ສຸດ​ໃນ​ອາຊີ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 30% ​ໃນ​ປີ​ນີ້​ເຖິງ​ວ່າ​ຈະ​ຕົກ​ໃນ​ສະ​ພາບ​ເສດ​ຖະ​ກິດ​ທີ່​ເຕັມ​ໄປ​ດ້ວຍສິ່ງ​ທ້າ​ທາຍ. ຕາມ​​ນັກ​ຊ່ຽວຊານຕ່າງໆແລ້ວ, ມີ​ຄວາມ​ສາ​ມາດ​ທີ່​ຕະຫຼາດ​ຈະ​ເຕີບ​ໂຕ​ອີກ​ຕື່ມ​ໃນ​ປີຕໍ່ໄປ ​ເມື່ອ​ຜົນ​ກຳ​ໄລ​ຂອງ​ວິ​ສາ​ຫະກິດ​ໃນຫວຽດນາມ​ຟື້ນ​ຕົວ​ຢ່າງ​ແຂງ​ແຮງ. ບົດ​ຂຽນ​ຢືນຢັນ​ວ່າ: ຕະຫຼາດ​ຫຼັກ​ຊັບຫວຽດນາມ ຈະ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ສາກົນ​ຂະໜາດ​ໃຫຍ່, ຕີ​ລາ​ຄາ​​ສູງ​ຂຶ້ນອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.