ອະນຸມັດຍຸດທະສາດພັດທະນາວັດທະນະທຳຮອດປີ 2030

07:58 | 15/11/2021

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ລົງນາມໃນຂໍ້ຕົກລົງສະບັບເລກທີ 1909/QD-TTg ວ່າດ້ວຍການອະນຸມັດຍຸດທະສາດພັດທະນາວັດທະນະທໍາ ຮອດປີ 2030.

ຫວຽດນາມ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ້ ຫວຽດນາມ ສູ້ຊົນຮອດ ປີ 2030 ບໍ່ໃຫ້ມີຜູ້ເສຍຊີວິດຍ້ອນພະຍາດວໍ້
ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030 ຫວຽດນາມ ຕັ້ງເປົ້າໝາຍເພື່ອຫຼຸດຜ່ອນໃຫ້ໄດ້ 20% ອັດຕາການເສຍຊີວິດຂອງເດັກນ້ອຍທີ່ຈົມນໍ້າ ໃນປີ 2030
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ລົງນາມໃນຂໍ້ຕົກລົງສະບັບເລກທີ 1909/QD-TTg ວ່າດ້ວຍການອະນຸມັດຍຸດທະສາດພັດທະນາວັດທະນະທໍາ ຮອດປີ 2030.
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຫາກໍ່ລົງນາມໃນຂໍ້ຕົກລົງສະບັບເລກທີ 1909/QD-TTg ວ່າດ້ວຍການອະນຸມັດຍຸດທະສາດພັດທະນາວັດທະນະທໍາ ຮອດປີ 2030.

ເປົ້າໝາຍຍຸດທະສາດແມ່ນສ້າງ ແລະພັດທະນາວັດທະນະທໍາ, ຊາວຫວຽດນາມ ຢ່າງຮອບດ້ານ, ສອດຄ່ອງກັບທ່າອ່ຽງໃນຍຸກສະໄໝ, ຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດ - ສັງຄົມ ແລະມະນຸດຈາກໄພທຳມະຊາດ ແລະໂລກລະບາດ; ສ້າງສະພາບແວດລ້ອມວັດທະນະທໍາອັນດີງາມໃນທຸກຂົງເຂດຂອງຊີວິດສັງຄົມ; ຮັດແຄບຊ່ອງຫວ່າງທາງດ້ານວັດທະນະທຳລະຫວ່າງຕົວເມືອງ ແລະຊົນນະບົດເທື່ອລະກ້າວ, ສຸມໃສ່ພັດທະນາວັດທະນະທຳບັນດາເຜົ່າສ່ວນນ້ອຍ... ຮອດປີ 2030, ສູ້ຊົນໃຫ້ໄດ້ 100% ຫົວໜ່ວຍບໍລິຫານຂັ້ນແຂວງມີຄົບ 3 ຮູບການວັດທະນະທຳ ຄື: ສູນວັດທະນະທຳ ຫຼື ສູນວັດທະນະທໍາ-ສິລະປະ, ຫໍພິພິຕະພັນ, ຫໍສະໝຸດ; 100% ຫົວໜ່ວຍບໍລິຫານຂັ້ນເມືອງ ແລະຕາແສງ ມີສູນວັດທະນະທຳ ແລະກິລາ; ສູ້ຊົນໃຫ້ໄດ້ຢ່າງໜ້ອຍສຸດ 95% ເຂດປູຊະນີຍະສະຖານພິເສດແຫ່ງຊາດ ແລະປະມານ 70% ເຂດປູຊະນີຍະສະຖານແຫ່ງຊາດໄດ້ຮັບການບູລະນະ ແລະປະຕິສັງຂອນ; ມີຢ່າງໜ້ອຍສຸດ 5 ມໍລະດົກໄດ້ຮັບການຮັບຮອງຈາກອົງການ UNESCO... ນອກຈາກນັ້ນ, ຍຸດທະສາດຍັງເຕື້ອງເຖິງການສ້າງບາດກ້າວບຸກທະລຸໃນການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດວັດທະນະທໍາ ແລະສິລະປະ; ຍູ້ແຮງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະການຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທໍາ.

la.qdnd.vn

ເຫດການ
302 Found

Found

The document has moved here.